ກອງທັບປະຊາຊົນລາວ
 
ວັນພະຫັດ, ວັນທີ 28 ມີນາ 2024

  

ພະນັກງານ - ນັກຮົບຫ້ອງການ ກມທ ຢ້ຽມຊົມອະນຸສອນສະຖານຄຸກກັກຂັງທ່ານຜູ້ນຳແນວລາວຮັກຊາດ
ເວລາອອກຂ່າວ: 2021-03-05 09:37:06 | ຜູ້ຂຽນ : admin2 | ຈຳນວນຄົນເຂົ້າຊົມ: 140 | ຄວາມນິຍົມ:



ວັນທີ 3 ມີນານີ້, ສະຫາຍ ພັນໂທ ດວງມະນີ ສີວິໄຊ ຫົວ ໜ້າພະແນກພົວພັນຕ່າງປະ ເທດ, ຫ້ອງການກົມໃຫຍ່ການ ເມືອງກອງທັບ ພ້ອມດ້ວຍພະ ນັກງານ-ນັກຮົບຫ້ອງການກົມ ໃຫຍ່ໄດ້ເຂົ້າຢ້ຽມຊົມອະນຸ ສອນ ສະຖານຄຸກກັກຂັງທ່ານຜູ້ນຳ ແນວລາວຮັກຊາດ ເພື່ອເປັນ ການສ້າງຂະບວນການຂໍ່ານັບ ຮັບຕ້ອນວັນສຳຄັນຂອງຊາດ, ຂອງພັກ, ຂອງກອງທັບ ແລະ ວັນຜູ້ນໍາແນວລາວຮັກຊາດແຫກ ຄຸກໂພນເຄັງຄັ້ງມະຫັດສະຈັນ ຄົບຮອບ 62 ປີ. (18 ພຶດສະພາ 1959-18 ພຶດສະພາ 2021). ທັງນີ້ ກໍເພື່ອເປັນການລະ ນຶກເຖິງວິລະກຳ ແລະ ສະແດງ ຄວາມຮູ້ບຸນຄຸນຕໍ່ອະດີດການນຳ ແນວລາວຮັກຊາດ ທີ່ໄດ້ປະກອບ ສ່ວນອຸທິດຊີວີດ, ສະຕິປັນຍາ ແລະ ເຫື່ອແຮງເຂົ້າໃນການປະ ຕິວັດຊາດປະຊາທິປະໄຕໃນ ຕະຫຼອດໄລຍະທີ່ຜ່ານມາ ຈົນ ປະເທດຊາດໄດ້ຮັບໄຊຊະນະ ແລະ ນໍາເອົາຄວາມຢູ່ດີກິນດີມາສູ່ ປະເທດຊາດ ແລະ ປະຊາຊົນຄື ດັ່ງທຸກມື້ນີ້, ທັງເປັນການປູກຈິດ ສໍານຶກ ສຶກສາອົບຮົມການເມືອງ- ນໍາພາແນວຄິດໃຫ້ແກ່ພະນັກ ງານ-ນັກຮົບທົ່ວຫ້ອງການກົມ ໃຫຍ່ການເມືອງກອງທັບໄດ້ຮັບ ຮັບຮູ້ ປະຫວັດມູນເຊື້ອອັນພິ ລະອາດຫານ ແລະ ພິບໄຫວຂອງ ບັນດາຜູ້ນຳແນວລາວຮັກຊາດ ເພື່ອມານຳໃຊ້ເປັນບົດຮຽນ ໃນການຈັດຕັ້ງປະຕິບັດເຂົ້າໃນ ວຽກງານຕົວຈິງໃຫ້ມີຜົນສຳ ເລັດ. ໂດຍ: ອານຸສອນ



 news to day and hot news

ຂ່າວມື້ນີ້ ແລະ ຂ່າວຍອດນິຍົມ

ຂ່າວມື້ນີ້












ຂ່າວຍອດນິຍົມ













ຫນັງສືພິມກອງທັບປະຊາຊົນລາວ, ສຳນັກງານຕັ້ງຢູ່ກະຊວງປ້ອງກັນປະເທດ, ຖະຫນົນໄກສອນພົມວິຫານ.
ລິຂະສິດ © 2010 www.kongthap.gov.la. ສະຫງວນໄວ້ເຊິງສິດທັງຫມົດ