ກອງທັບປະຊາຊົນລາວ
 
ວັນສຸກ, ວັນທີ 29 ມີນາ 2024

  

ປະກາດເລື່ອນຊັ້ນ ໃຫ້ນາຍທະຫານ ຢູ່ກອງພັນໃຫຍ່ 645
ເວລາອອກຂ່າວ: 2021-03-05 18:56:42 | ຜູ້ຂຽນ : admin2 | ຈຳນວນຄົນເຂົ້າຊົມ: 221 | ຄວາມນິຍົມ:



ໃນວັນທີ 3 ມີນາ 2021 ນີ້, ກອງພັນໃຫຍ່ 645 ໄດ້ປະ ກາດເລື່ອນຊັ້ນໃຫ້ນາຍທະ ຫານ ໂດຍການເປັນປະທານ ຂອງ ສະຫາຍ ພັນໂທ ຄຳຜາຍ ເຄນນະຄອນ ກຳມະການຄະນະ ພັກ ຫົວໜ້າພະແນກການເມືອງ ກອງພັນໃຫຍ່ 645, ມີຄະນະພັກ- ຄະນະບັນຊາ, ພະແນກການ, ຂະແໜງການ, ກົມກອງ ຕະຫຼອດ ຮອດນາຍທະຫານທີ່ໄດ້ຮັບການ ເລື່ອນຊັ້ນໃໝ່ເຂົ້າຮ່ວມ. ສະຫາຍ ພັນໂທ ທອງປານ ຈັນທະວົງ ຫົວໜ້າຂະແໜງພະ ນັກງານ ກອງພັນໃຫຍ່ 645 ໄດ້ຂຶ້ນຜ່ານຂໍ້ຕົກລົງກົມໃຫຍ່ການເມືອງກອງທັບ ວ່າດ້ວຍ ການເລື່ອນຊັ້ນໃຫ້ນາຍທະຫານ ຢູ່ກອງພັນໃຫຍ່ 645 ໂດຍປະຕິ ບັດຕາມກົດໝາຍນາຍທະຫານ (ສະບັບປັບປຸງ) ວ່າດ້ວຍ ການ ເລື່ອນຊັ້ນນາຍທະຫານ ຜູ້ທີ່ມີ ເງື່ອນໄຂຄົບຖ້ວນ, ມີຜົນງານ ດີເດັ່ນ ແລະ ຮອດອາຍຸການ ເລືື່ອນຊັ້ນ ໃນນີ້, ເລື່ອນຊັ້ນວາທີ ຂຶ້ນຊັ້ນຮ້ອຍຕີ ຈຳນວນ 12 ສະຫາຍ, ເລື່ອນທຽບຊັ້ນວາທີ ຂຶ້ນຊັ້ນຮ້ອຍຕີ ຈຳນວນ 5 ສະຫາຍ. ໂດຍ: ມະນັດ



 news to day and hot news

ຂ່າວມື້ນີ້ ແລະ ຂ່າວຍອດນິຍົມ

ຂ່າວມື້ນີ້












ຂ່າວຍອດນິຍົມ













ຫນັງສືພິມກອງທັບປະຊາຊົນລາວ, ສຳນັກງານຕັ້ງຢູ່ກະຊວງປ້ອງກັນປະເທດ, ຖະຫນົນໄກສອນພົມວິຫານ.
ລິຂະສິດ © 2010 www.kongthap.gov.la. ສະຫງວນໄວ້ເຊິງສິດທັງຫມົດ