ກອງທັບປະຊາຊົນລາວ
 
ວັນພະຫັດ, ວັນທີ 28 ມີນາ 2024

  

ກອງພົນທີ 3 ເປີດຊຸດອົບຮົມ-ຫັດແອບ
ເວລາອອກຂ່າວ: 2021-03-05 18:58:06 | ຜູ້ຂຽນ : admin2 | ຈຳນວນຄົນເຂົ້າຊົມ: 487 | ຄວາມນິຍົມ:



ໃນວັນທີ 1 ມີນາ 2021 ນີ້, ກອງພົນທີ 3 ໄດ້ເປີດຊຸດອົບຮົມ-ຫັດແອບ ປະຈຳປີ 2021 ໂດຍ ການເປັນປະທານຂອງ ສະຫາຍ ພັນເອກ ໄຊຍະວົງ ໄຊນາມທີລາດ ຮອງເລຂາຄະນະພັກ ຫົວໜ້າ ການທະຫານກອງພົນທີ 3, ມີ ຄະນະພັກ-ຄະນະບັນຊາ ກອງ ພັນໃຫຍ່, ກອງພັນ, ກອງຮ້ອຍ ເອກກະລາດຂຶ້ນກັບກອງພົນທີ 3 ເຂົ້າຮ່ວມ. ສະຫາຍ ພັນເອກ ກິ່ງແກ້ວ ອຸ່ນມະນີວົງ ຄະນະພັກກອງພົນ ຫົວໜ້າຫ້ອງເສນາທິການກອງ ພົນທີ 3 ໄດ້ຂຶ້ນຜ່ານບົດສະຫຼຸບ ການອົບຮົມ-ຫັດແອບ ປະຈຳປີ 2020 ແລະ ທິດທາງແຜນການ ອົບຮົມ-ຫັດແອບ ປະຈຳປີ 2021. ການອົບຮົມ ປະຈຳປີ 2020 ໄດ້ແບ່ງອອກເປັນ 2 ໄລຍະ, ລວມມີ 3 ພາກ ຄື: ການເມືອງ 12 ວັນ, ການທະຫານ 136 ວັນ ແລະ ພະລາທິການ-ເຕັກນິກ 13 ວັນ, ມີຜູ້ເຂົ້າຮ່ວມອົບຮົມທັງໝົດ 4.963 ສະຫາຍ, ໃນນີ້ພາກການ ເມືອງບັນລຸໄດ້ຂັ້ນເກັ່ງ 1.210 ສະຫາຍ, ຂັ້ນດີ 2.614 ສະຫາຍ, ຄາດໝາຍ 803 ສະຫາຍ, ພາກການທະຫານບັນລຸໄດ້ຂັ້ນ ເກັ່ງ 1.213 ສະຫາຍ, ດີ 2.626 ສະຫາຍ, ຄາດໝາຍ 787 ສະ ຫາຍ, ພາກພະລາທິການ-ເຕັກ ນິກຂັ້ນເກັ່ງ 1.141 ສະຫາຍ, ດີ 2.694 ສະຫາຍ, ຄາດໝາຍ 626 ສະຫາຍ, ຄະແນນສະເລ່ຍທັງ 3 ພາກເທົ່າກັບ 84,16%, ສະ ຫຼຸບລວມການອົບຮົມ ປະຈຳປີ 2020 ແມ່ນສາມາດບັນລຸໄດ້ ຂັ້ນດີ, ສຳລັບແຜນການອົບຮົມ ປະຈຳປີ 2021 ໄດ້ແບ່ງອອກ ເປັນ 4 ພາກ ຄື: ການເມືອງ, ການ ທະຫານ ແລະ ພະລາທິການ-ເຕັກ ນິກ ແລະ ພາກວິຊາສະເພາະ ຮັບໃຊ້ສູ້ຮົບ, ການອົບຮົມ ປະ ຈຳປີ 2021 ໄດ້ແບ່ງອອກເປັນ 2 ໄລຍະຄື: ໄລຍະທີ 1 ເລີ່ມແຕ່ ເດືອນມັງກອນ ຫາ ມີຖຸນາ 2021, ໄລຍະທີ 2 ເລີ່ມແຕ່ເດືອນກໍລະກົດ ຫາ ທັນວາ 2021 ຈຶ່ງຈະສຳ ເລັດຕາມແຜນການ. ໂດຍ: ທອງເລື່ອນ



 news to day and hot news

ຂ່າວມື້ນີ້ ແລະ ຂ່າວຍອດນິຍົມ

ຂ່າວມື້ນີ້












ຂ່າວຍອດນິຍົມ













ຫນັງສືພິມກອງທັບປະຊາຊົນລາວ, ສຳນັກງານຕັ້ງຢູ່ກະຊວງປ້ອງກັນປະເທດ, ຖະຫນົນໄກສອນພົມວິຫານ.
ລິຂະສິດ © 2010 www.kongthap.gov.la. ສະຫງວນໄວ້ເຊິງສິດທັງຫມົດ