ກອງທັບປະຊາຊົນລາວ
 
ວັນພະຫັດ, ວັນທີ 28 ມີນາ 2024

  

ກອງປະຊຸມສະຫຼຸບຖອດຖອນບົດຮຽນວຽງານກໍ່ສ້າງຮາກຖານການເມືອງ - ພັດທະນາ 3 ຈຸດສຸມແຂວງໄຊສົມບູນ
ເວລາອອກຂ່າວ: 2021-03-07 17:45:56 | ຜູ້ຂຽນ : admin2 | ຈຳນວນຄົນເຂົ້າຊົມ: 112 | ຄວາມນິຍົມ:



ກອງປະຊຸມສະຫຼຸບຖອດ ຖອນບົດຮຽນວຽກງານກໍ່ສ້າງ ຮາກຖານການເມືອງ-ພັດທະນາ 3 ຈຸດສຸມ ແຂວງໄຊສົມບູນ ຂອງ ກະຊວງປ້ອງກັນປະເທດໃນໄລ ຍະ 5 ປີ ( 2015-2020 ) ແລະ ທິດທາງແຜນການ 5 ປີ ( 2021- 2025 ) ໄດ້ໄຂຂຶ້ນຢ່າງເປັນ ທາງ ການໃນວັນທີ 5 ມີນາ 2021 ນີ້, ຢູ່ທີ່ສະໂມສອນຫ້ອງວ່າການ ປົກຄອງແຂວງໄຊສົມບູນ, ໂດຍການເຂົ້າຮ່ວມເປັນປະທານຂອງ ສະຫາຍພົນເອກ ຈັນສະໝອນ ຈັນຍາລາດ ກໍາມະການກົມການ ເມືອງສູນກາງພັກ, ລັດຖະມົນຕີ ກະຊວງປ້ອງກັນປະເທດ, ມີສະ ຫາຍ ພົນຕີ ຄຳລຽງ ອຸທະໄກ ສອນກໍາມະການສູນກາງພັກ ເຈົ້າແຂວງໆໄຊສົມບູນ, ມີບັນດາສະຫາຍຜູ້ຕາງໜ້າຄະນະນຳກະຊວງກະສິກຳ ແລະ ປ່າໄມ້, ຫ້ອງວ່າການສູນກາງພັກ, ກະ ຊວງປ້ອງກັນຄວາມສະຫງົບ, ກະຊວງແຜນການ ແລະ ການ ລົງທຶນ, ກະຊວງໂຍທາທິການ ແລະ ຂົນສົ່ງ, ກະຊວງສຶກສາ ທິການ ແລະ ກີລາ, ກະຊວງສາ ທາລະນະສຸກ, ຫ້ອງວ່າການສຳ ນັກງານນາຍົກ, ຄະນະນຳແຂວງ, ເມືອງ, ບັນດາສະຫາຍແຂກ ແລະ ຜູ້ແທນກອງປະຊຸມທີ່ມາຈາກກຳ ລັງ ປກຊ-ປກສ, ອໍານາດການປົກ ຄອງບ້ານ, ແນວໂຮມ, ພະນັກງານ ກໍ່ສ້າງຮາກຖານປະຈໍາຈຸດສຸມ ແລະ ບັນດາບໍລິສັດຜູ້ຮັບເໝົາ ກໍ່ສ້າງເຂົ້າຮ່ວມ. ສະຫາຍ ພົນຕີ ປອ ວົງຄຳ ພົມມະ ກອນ ກຳມະການສູນກາງພັກ, ຫົວໜ້າກົມໃຫຍ່ພະລາທິການ ກອງທັບ, ຫົວໜ້າຄະນະຊີ້ນຳ ວຽກງານກໍ່ສ້າງຮາກຖານການ ເມືອງ-ພັດທະນາ 3 ຈຸດສຸມ ແຂວງໄຊສົມບູນ ໄດ້ສະຫຼຸບຕີ ລາຄາການກໍ່ສ້າງຮາກຖານການ ເມືອງ-ພັດທະນາ 3 ຈຸດສຸມໃນ ໄລຍະ 5 ປີຜ່ານມາ ເຊິ່ງຄະນະ ຊີ້ນໍາ 3 ຈຸດສຸມແຂວງໄຊສົມບູນ ໄດ້ສົມທົບກັບອໍານາດການປົກ ຄອງນຳເອົາແນວທາງນະໂຍ ບາຍ, ມະຕິ-ຄຳສັ່ງຂອງພັກ, ລະ ບຽບກົດໝາຍຂອງລັດ, ແຜນພັດ ທະນາເສດຖະກິດ-ສັງຄົມລົງ ໄປເຜີຍແຜ່, ສຶກສາອົບຮົມພໍ່ແມ່ ປະຊາຊົນບັນດາເຜົ່າ, ເຈົ້າກົກ ເຈົ້າເຫຼົ່າຫົວໜ້າຊິງຊ່າວທົ່ວ 3 ຈຸດສຸມ ແລະ 14 ບ້ານຈຸດສຸມ ໄດ້ຮັບຮູ້ເຊື່ອມຊຶມຕໍ່ແນວທາງ ແຜນນະໂຍບາຍຂອງພັກ, ກົດ ໝາຍຂອງລັດ, ມີນ້ຳໃຈຮັກ ຊາດ, ຮັກລະບອບໃໝ່, ຮັກບ້ານ ເກີດເມືອງນອນຂອງຕົນ, ມີ ຄວາມສາມັກຄີປອງດອງປະ ກອບສ່ວນເຂົ້າໃນການປົກປັກ ຮັກສາ ແລະ ສ້າງສາພັດທະນາ ບ້ານຊ່ອງກໍຄືຄອບຄົວຂອງຕົນ ໃຫ້ຫຼຸດພົ້ນຈາກຄວາມທຸກຍາກ, ສຶກສາອົບຮົມໃຫ້ເຫັນແຈ້ງຕໍ່ກົນ ອຸບາຍຫັບປ່ຽນໂດຍສັນຕິຂອງ ອິດທິກຳລັງປໍລະປັກ ແລະ ກຸ່ມຄົນ ບໍ່ຫວັງດີ, ຈັດຕັ້ງເຝິກອົບຮົມກົດ ໝາຍອາຍາ, ກົດໝາຍການປົກ ຄອງທ້ອງຖິ່ນ, ກົດໝາຍທີ່ດິນ, ກົດໝາຍປ່າໄມ້, ກົດໝາຍຄອບ ຄົວ, ພາລະບົດບາດ, ສິດໜ້າທີ່ ໃຫ້ອົງການປົກຄອງ, ຂະແໜງ ການບ້ານ, ອົງການແນວໂຮມ, ອົງການຈັດຕັ້ງມະຫາຊົນ, ການ ສ້າງບ້ານພັດທະນາ ແລະ ນໍາ ເອົາຟີມຮູບເງົາມູນເຊື້ອຂອງ ຊາດ,ຂອງພັກ ແລະ ຂອງກອງ ທັບ, ເອກະສານພາລະບົດບາດ ໜ້າທີ່ເຈົ້າກົກເຈົ້າເຫຼົ່າ, ຍຸດ ທະ ສາດຫັນປ່ຽນໂດຍສັນຕິຂອງ ສັດຕູ, ການຄຸ້ມຄອງ ແລະ ການ ເຄື່ອນໄຫວສາສະໜາຢູ່ ສປປ ລາວ, ລົງໂຄສະນາເຜີຍແຜ່ຢ່າງ ທົ່ວເຖິງ, ຂົນຂວາຍດູດດຶງພາກ ສ່ວນທີ່ລີ້ຊ່ອນຢູ່ປ່າອອກມາ ເປັນພົນລະເມືືອງດີ. ສັງລວມ ແລ້ວ ໃນໄລຍະຜ່ານມາທາງສູນ ກາງ ແລະ ອໍານາດການປົກຄອງ ທ້ອງຖິ່ນແຕ່ລະຂັ້ນໄດ້ສຸມໃສ່ ແກ້ໄຂບັນຫາຄວາມບໍ່ສະຫງົບ ແລະ ຄວາມທຸກຍາກຂອງປະ ຊາຊົນບັນດາເຜົ່າຢ່າງຕັ້ງໜ້າ; ໂດຍໄດ້ຫັນເອົາກໍາລັງລົງກໍ່ສ້າງ ຮາກຖານຕາມ 4 ເນື້ອໃນ 4 ຄາດ ໝາຍ, ເຮັດໃຫ້ອໍານາດການປົກ ຄອງບ້ານ ແລະ ປະຊາຊົນມີ ຄວາມຕື່ນຕົວໃນການປົກປັກ ຮັກສາ-ພັດທະນາບ້ານຊ່ອງ, ລະບົບປະຊາທິປະໄຕຢູ່ຮາກຖານ ບ້ານໄດ້ຮັບການປັບປຸງບູລະນະ ໃຫ້ເຂັ້ມແຂງ, ໜັກແໜ້ນ, ສະພາບ ມີຄວາມສະຫງົບ, ປະຊາຊົນບັນ ດາເຜົ່າໄດ້ຕັ້ງໜ້າປະກອບສ່ວນ ເຂົ້າໃນການພັດທະນາເສດຖະ ກິດ-ສັງຄົມຂອງທ້ອງຖິ່ນກໍຄື ຄອບຄົວຂອງຕົນໃຫ້ຫຼຸດພົ້ນ ຈາກຄວາມທຸກຍາກເທື່ອລະ ກ້າວ, ຊີວິດການເປັນຢູ່ທາງດ້ານ ວັດຖຸ ແລະ ຈິດໃຈໄດ້ຮັບການຍົກ ລະດັບ ແລະ ປັບປຸງດີຂຶ້ນເທື່ອລະ ກ້າວ, ບັນດາພື້ນຖານໂຄງລ່າງ ໄດ້ຮັບການປັບປຸງກໍ່ສ້າງ ແລະ ສ້ອມແປງ, ສ້າງເງື່ອນໄຂໃນ ການສ້າງບ້ານພັດທະນາ ແລະ ກ້າວເປັນຕົວເມືອງນ້ອຍໃນຊົນ ນະບົດໃນຕໍ່ໜ້າ, ລູກຫຼານຂອງ ພໍ່ແມ່ປະຊາຊົນໄດ້ເຂົ້າໂຮງຮຽນ ເປັນປົກກະຕິ ແລະ ເວລາເຈັບ ເປັນໄດ້ຮັບການປິ່ນປົວ, ການ ເຊື່ອຖືງົມງວາຍໄດ້ຫຼຸດລົງເປັນ ກ້າວໆ. ຈາກນັ້ນ, ຜູ້ແທນກອງປະ ຊຸມກໍໄດ້ພ້ອມກັນປະກອບຄໍາ ຄິດ-ຄໍາເຫັນໃສ່ເນື້ອໃນບົດສະຫຼຸບ ແລະ ທິດທາງແຜນການໃຫ້ມີ ເນື້ອໃນຄົບຖ້ວນ ແລະ ສົມບູນຂຶ້ນ ຕື່ມ. ກອງປະຊຸມຍັງໄດ້ຈັດຕັ້ງພິທີ ຍ້ອງຍໍກົມກອງລວມໝູ່ ແລະ ບຸກ ຄົນທີ່ມີຜົນງານດີເດັ່ນໃນການກໍ່ສ້າງຮາກຖານການເມືອງ-ພັດ ທະນາ 3 ຈຸດສຸມໃນໄລຍະ 5 ປີ ຜ່ານມາ ໃນນີ້, ປະດັບຫຼຽນໄຊພິ ລະອາດຫານ ຊັ້ນ II ໃຫ້ກົມກອງ ລວມໝູ່ 3 ກົມກອງ, ບຸກຄົນ 7 ສະຫາຍ, ປະດັບຫຼຽນໄຊພິລະ ອາດຫານ ຊັ້ນ III ໃຫ້ກົມກອງ ລວມໝູ່ 4 ກົມກອງ, ບຸກຄົນ 12 ສະຫາຍ, ມອບໃບຍ້ອງຍໍກະຊວງ ປ້ອງກັນປະເທດໃຫ້ກົມກອງ ລວມ ໝູ່ 17 ກົມກອງ, ບຸກຄົນ 64 ສະຫາຍ, ໃບຍ້ອງຍໍກົມໃຫຍ່ ການເມືອງກອງທັບໃຫ້ກົມກອງ ລວມໝູ່ 20 ບ້ານ, ບຸກຄົນ 68 ສະຫາຍ, ໃຫ້ກຽດຂຶ້ນມອບ ແລະ ປະດັບໂດຍ ສະຫາຍ ພົນເອກ ຈັນສະໝອນ ຈັນຍາລາດ ແລະ ບັນດາສະຫາຍຄະນະຊີ້ນຳ 3 ຈຸດ ສຸມຢ່າງສົມກຽດ. ໂອກາດນີ້, ສະຫາຍ ພົນເອກ ຈັນສະໝອນ ຈັນຍາລາດ ກໍໄດ້ ສະແດງຄວາມຍ້ອງຍໍຊົມເຊີຍຕໍ່ ຜົນສຳເລັດການກໍ່ສ້າງຮາກຖານ ການເມືອງ-ພັດທະນາ 3 ຈຸດສຸມ ໄລຍະ 5 ປີຜ່ານມາ ແລະ ມີຄໍາ ເຫັນຊີ້ນຳຫຼາຍບັນຫາທີ່ສຳຄັນ ເປັນຕົ້ນຕ້ອງຖືເອົາວຽກງານກໍ່ ສ້າງຮາກຖານການເມືອງ-ພັດ ທະນາຊົນນະບົດຕາມ 4 ເນື້ອໃນ 4 ຄາດໝາຍຕິດພັນກັບວຽກ ງານ 3 ສ້າງ ເປັນໜຶ່ງໃນ 4 ໜ້າ ທີ່ໃຫຍ່ 26 ແຜນງານຂອງກອງ ທັບຕາມມະຕິກອງປະຊຸມໃຫຍ່ ຄັ້ງທີ V ຂອງອົງຄະນະພັກ ກະ ຊວງປ້ອງກັນປະເທດວາງອອກ ແລະ ມະຕິກອງປະຊຸມໃຫຍ່ຄັ້ງ ທີ I ຂອງອົງຄະນະພັກແຂວງ, ແຜນພັດທະນາເສດຖະກິດ-ສັງ ຄົມ 5 ປີຕໍ່ໜ້າ( 2021-2025 ) ຂອງແຂວງໄຊສົມບູນ. ຄະນະ ຊີ້ນໍາ 3 ຈຸດສຸມຕ້ອງສົມທົບແໜ້ນ ກັບອົງການປົກຄອງທຸກຂັ້ນ, ຕ້ອງມີການນຳພາ, ຊີ້ນຳບັນຊາ ວຽກນີ້ຢ່າງເລິກເຊິ່ງ ແລະ ແທດ ເຖິງ, ມີແຜນການ, ມີຈຸດສຸມ, ຕ້ອງມີການບຳລຸງກໍ່ສ້າງຖັນ ແຖວ ນັກຮົບຢູ່ກັບທີ່(ຢູ່ກັບບ້ານ)ໃຫ້ພຽງພໍກັບຄວາມຕ້ອງການ ຈິ່ງຈະຮັບປະກັນຜົນສຳເລັດ, ສືບ ຕໍ່ຫັນເອົາພະນັກງານວິຊາການ ລົງສູ່ຮາກຖານນໍາພາປະຊາຊົນ ເຮັດຕົວຈິງ, ພະນັກງານຮາກ ຖານມີບົດບາດສໍາຄັນຕໍ່ຜົນໄດ້-ຜົນເສຍຂອງການຈັດຕັ້ງປະຕິ ບັດແນວທາງຂອງພັກ. ສະນັ້ນ, ການເລືອກເຟັ້ນເອົາພະນັກງານ ລົງຮາກຖານຕ້ອງແມ່ນພະນັກງານຜູ້ທີ່ໄດ້ຮັບອົບຮົມ, ມີຫົວ ຄິດປະດິດສ້າງ, ມີຄວາມຮູ້-ຄວາມສາມາດ, ມີພຶດຕິກໍາຕົວ ຈິງ ແລະ ກໍາແໜ້ນແນວທາງນະ ໂຍບາຍຂອງພັກ, ລະບຽບກົດ ໝາຍຂອງລັດ, ຕັ້ງໜ້າປຸກລະດົມ ຂົນຂວາຍ, ສຶກສາອົບຮົມປະຊາ ຊົນໃຫ້ມີຄວາມຕື່ນຕົວ, ມີຄວາມ ຫ້າວຫັນທຳມາຫາກິນຜະລິດເປັນ ສິນຄ້າ ແລະ ເຮັດການບໍລິຫານ ສ້າງລາຍໄດ້ເຂົ້າສູ່ຄອບຄົວ, ປະ ກອບສ່ວນປົກປັກຮັກສາ ແລະ ສ້າງສາບ້ານຊ່ອງຂອງຕົນ. ເວົ້າລວມແລ້ວຕ້ອງສ້າງປະຊາ ຊົນໃຫ້ເປັນເຈົ້າຊົນນະບົດຢ່າງ ແທ້ຈິງ, ເອົາໃຈໃສ່ວຽກງານປ້ອງ ກັນຊາດ-ປ້ອງກັນຄວາມສະ ຫງົບ ຢູ່ຮາກຖານໃຫ້ໜັກແໜ້ນເພື່ອ ຮັບປະກັນສະຖຽນລະພາບໃຫ້ ແກ່ການພັດທະນາເສດຖະກິດ- ສັງຄົມຢູ່ຮາກຖານໃຫ້ມີຄວາມສະ ຫງົບປອດໄພ 100%.



 news to day and hot news

ຂ່າວມື້ນີ້ ແລະ ຂ່າວຍອດນິຍົມ

ຂ່າວມື້ນີ້












ຂ່າວຍອດນິຍົມ













ຫນັງສືພິມກອງທັບປະຊາຊົນລາວ, ສຳນັກງານຕັ້ງຢູ່ກະຊວງປ້ອງກັນປະເທດ, ຖະຫນົນໄກສອນພົມວິຫານ.
ລິຂະສິດ © 2010 www.kongthap.gov.la. ສະຫງວນໄວ້ເຊິງສິດທັງຫມົດ