ກອງທັບປະຊາຊົນລາວ
 
ວັນສຸກ, ວັນທີ 29 ມີນາ 2024

  

ກອງປະຊຸມສະຫຼຸບວຽກງານປ້ອງກັນຊາດ -​ ປ້ອງກັນຄວາມສະຫງົບ 3 ແຂວງ, 1 ກອງພົນ ປະຈຳປີ 2020
ເວລາອອກຂ່າວ: 2021-03-19 09:16:36 | ຜູ້ຂຽນ : admin2 | ຈຳນວນຄົນເຂົ້າຊົມ: 371 | ຄວາມນິຍົມ:



ກອງປະຊຸມສະຫຼຸບວຽກງານ ປ້ອງກັນຊາດ-ປ້ອງກັນຄວາມສະ ຫງົບ 3 ແຂວງ, 1 ກອງພົນ (ແຂວງບໍລິຄໍາໄຊ, ຄໍາມ່ວນ, ສະ ຫວັນນະເຂດ ແລະ ກອງພົນທີ 4) ປະຈຳປີ 2020 ແລະ ທິດທາງ ແຜນການວຽກງານຈຸດສຸມ ປີ 2021 ທີ່ແຂວງຄໍາມ່ວນເປັນ ເຈົ້າພາບ ໄດ້ຈັດຂຶ້ນໃນວັນທີ 18 ມີນາ 2021 ນີ້, ພາຍໃຕ້ການເປັນ ປະທານຂອງ ສະຫາຍ ພົນເອກ ຈັນສະໝອນ ຈັນຍາລາດ ກໍາມະ ການກົມການເມືອງສູນກາງພັກ, ຮອງປະທານ, ຜູ້ປະຈໍາການຄະ ນະກໍາມະການປ້ອງກັນຊາດ-ປ້ອງກັນຄວາມສະຫງົບສູນກາງ, ລັດຖະມົນຕີກະຊວງປ້ອງກັນ ປະເທດ, ມີຜູ້ຕາງໜ້າຈາກຫ້ອງ ວ່າການສູນກາງພັກ, ກະຊວງ ປ້ອງກັນປະເທດ, ກະຊວງປ້ອງ ກັນຄວາມສະຫງົບ, ຫ້ອງການ ຄະນະກຳມະການປ້ອງກັນຊາດ-ປ້ອງກັນຄວາມສະຫງົບສູນກາງ, ປະທານ, ຄະນະກໍາມະການປ້ອງ ກັນຊາດ-ປ້ອງກັນຄວາມສະຫງົບ 3 ແຂວງ, ຄະນະພັກ-ຄະນະບັນ ຊາກອງພົນທີ 4, ກອງບັນຊາການ ທະຫານແຂວງ, ກອງບັນຊາການ ປກສ ແຂວງ, ບັນດາເຈົ້າເມືອງ ແລະ ພາກສ່ວນທີ່ກ່ຽວຂ້ອງພາຍ ໃນແຂວງເຂົ້າຮ່ວມ. ໃນພິທີ, ສະຫາຍ ພົນຈັດຕະວາ ສົມແຄນ ອັບປະສອນ ຄະນະປະ ຈໍາພັກແຂວງ, ຮອງປະທານ, ຜູ້ປະຈໍາການ ຄະນະກໍາມະການ ປກຊ-ປກສ ແຂວງ, ຫົວໜ້າການ ເມືອງກອງບັນຊາການທະຫານ ແຂວງຄໍາມ່ວນ ໄດ້ຜ່ານບົດສະຫຼຸບຕີລາຄາສະພາບການເຄື່ອນ ໄຫວວຽກງານປ້ອງກັນຊາດ-ປ້ອງກັນຄວາມສະຫງົບ ໃນໄລຍະ ຜ່ານມາ ໂດຍພາຍໃຕ້ການຊີ້ນຳ-ນຳພາຂອງພັກ, ລັດຖະບານ ກໍຄື ຄະນະກຳມະການ ປ້ອງກັນຊາດ-ປ້ອງກັນຄວາມສະຫງົບ ແຕ່ລະ ຂັ້ນ, ຄະນະພັກ-ຄະນະບັນຊາ ກຳ ລັງປະກອບອາວຸດ, ກຳລັງຫຼວງ ແລະ ກຳລັງທ້ອງຖິ່ນ ໄດ້ພ້ອມ ກັນຈັດຕັ້ງຜັນຂະຫຍາຍມະຕິ ກອງປະຊຸມໃຫຍ່ຂອງສູນກາງ ພັກ, ມະຕິກອງປະຊຸມໃຫຍ່ຂອງ ອົງຄະນະພັກກະຊວງປ້ອງກັນ ປະເທດ, ກະຊວງປ້ອງກັນຄວາມ ສະຫງົບ, ມະຕິກອງປະຊຸມໃຫຍ່ ຂອງຄະນະບໍລິຫານງານພັກ 3 ແຂວງ ແລະ ມະຕິກອງປະຊຸມ ວຽກງານປ້ອງກັນຊາດ-ປ້ອງກັນ ຄວາມສະຫງົບ 3 ແຂວງ, 1 ກອງພົນ ປະຈຳປີ 2020 ຜ່ານ ມາ, ເຊິ່ງສາມາດຍາດໄດ້ຜົນ ງານຫຼາຍດ້ານເປັນຕົ້ນແມ່ນພວກ ເຮົາສາມາດຮັກສາໄດ້ສະຖຽນ ລະພາບຄວາມສະຫງົບທາງ ດ້ານການເມືອງ, ຄວາມເປັນລະ ບຽບຮຽບຮ້ອຍທາງສັງຄົມ, ລະ ບົບການຈັດຕັ້ງນັບແຕ່ຂັ້ນຮາກ ຖານ, ເມືອງ ແລະ ແຂວງ ໄດ້ມີ ການປັບປຸງ, ຊີວິດການເປັນຢູ່ ຂອງພະນັກງານ-ນັກຮົບ ກໍາລັງ ປກຊ-ປກສ ແລະ ປະຊາຊົນບັນ ດາເຜົ່ານັບມື້ດີຂຶ້ນ, ກຳລັງ ປກຊ- ປກສ ໄດ້ມີການເຕີບໃຫຍ່ເຂັ້ມ ແຂງ ແລະ ນັບມື້ທັນສະໄໝຂຶ້ນ ເປັນກ້າວໆ. ພ້ອມກັນນີ້, ຄະນະ ພັກ-ຄະນະບັນຊາ ແຕ່ສູນກາງຮອດທ້ອງຖິ່ນຍັງໄດ້ສຸມໃສ່ຊີ້ນໍາ ຢ່າງໃກ້ຊິດຕໍ່ວຽກງານດັ່ງກ່າວ ຢູ່ 3 ແຂວງ ຢ່າງແຂງແຮງ, ເປັນ ຂະບວນຟົດຟື້ນ, ກວ້າງຂວາງ ແລະ ຕໍ່ເນື່ອງ. ສັງລວມແລ້ວການເຄື່ອນໄຫວປະຕິບັດໜ້າທີ່ການເມືອງຂອງກໍາລັງ ປກຊ-ປກສ ສາມາດປະຕິບັດໜ້າທີ່ອັນມີກຽດຂອງຕົນທີ່ພັກ-ລັດ ແລະ ປະຊາຊົນມອບໝາຍໃຫ້ມີຜົນ ສໍາເລັດ. ໂອກາດນີ້, ສະຫາຍ ພົນເອກ ຈັນສະໝອນ ຈັນຍາລາດ ກໍໄດ້ ໃຫ້ກຽດໂອ້ລົມຕໍ່ກອງປະຊຸມ ເຊິ່ງ ກ່ອນອື່ນ ສະຫາຍໄດ້ຕາງໜ້າໃຫ້ ການນໍາພັກ-ລັດ, ຄະນະກຳມະ ການປ້ອງກັນຊາດ-ປ້ອງກັນ ຄວາມສະຫງົບສູນກາງ ສະແດງ ຄວາມຍ້ອງຍໍຊົມເຊີຍຕໍ່ຜົນງານ ແລະ ໄຊຊະນະທີ່ກໍາລັງ ປກຊ- ປກສ ທຸກຂັ້ນ, ພ້ອມດ້ວຍອໍານາດ ການປົກຄອງທ້ອງຖິ່ນ ແລະ ພໍ່ ແມ່ປະຊາຊົນບັນດາເຜົ່າ ຂອງ ແຂວງຄໍາມ່ວນ, ແຂວງບໍລິຄໍາໄຊ, ແຂວງສະຫວັນນະເຂດ ຍາດມາ ໄດ້ໃນຕະຫຼອດໄລຍະຜ່ານມາ. ພ້ອມກັນນີ້ ສະຫາຍຍັງໄດ້ເນັ້ນ ໜັກໃຫ້ກໍາລັງປ້ອງກັນຊາດ-ປ້ອງກັນຄວາມສະຫງົບ, ອໍາ ນາດການປົກຄອງທຸກຂັ້ນ ຈົ່ງ ເພີ່ມທະວີຄວາມສາມັກຄີໃຫ້ເປັນ ປຶກແຜ່ນແໜ້ນໜາ, ສືບຕໍ່ປະ ຕິບັດແນວທາງປ້ອງກັນຊາດ-ປ້ອງກັນຄວາມສະຫງົບ ທົ່ວປວງ ຊົນຮອບດ້ານຂອງພັກວາງອອກ, ພ້ອມກັນປະຕິບັດສອງໜ້າທີ່ຍຸດທະສາດຄື: ປົກປັກຮັກສາ ແລະ ສ້າງສາພັດທະນາປະເທດຊາດ ໃຫ້ມີຄວາມເຕີບໃຫຍ່ເຂັ້ມແຂງ, ສືບຕໍ່ຫັນເອົາກໍາລັງລົງກໍ່ສ້າງ ຮາກຖານການເມືອງ, ພັດທະ ນາຊົນນະບົດຮອບດ້ານ ໃຫ້ໄດ້ ຕາມ 4 ເນື້ອໃນ 4 ຄາດໝາຍ, ເຮັດໃຫ້ 3 ແຂວງ ມີຄວາມສະ ຫງົບສຸກ ແລະ ມີການພັດທະນາ ຢ່າງຕໍ່ເນື່ອງ. ໃນພິທີຍັງໄດ້ຜ່ານມະຕິຕົກ ລົງຂອງຄະນະເລຂາທິການສູນ ກາງພັກ ວ່າດ້ວຍການແຕ່ງຕັ້ງ ຄະນະກໍາມະການ ປ້ອງກັນຊາດ-ປ້ອງກັນຄວາມສະຫງົບ ແຂວງ ຄໍາມ່ວນ ໃນນີ້ໄດ້ຕົກລົງແຕ່ງຕັ້ງ ສະຫາຍ ວັນໄຊ ພອງສະຫວັນ ເປັນປະທານ ຄະນະກໍາມະການ ປກຊ-ປກສ ແຂວງຄໍາມ່ວນ, ສະ ຫາຍ ພົນຈັດຕະວາ ສົມແຄນ ອັບ ປະສອນ ເປັນຮອງປະທານ ທັງ ເປັນ ຜູ້ປະຈໍາການຄະນະກໍາມະ ການ ປກຊ-ປກສ ແຂວງ, ສະ ຫາຍ ບຸນມີ ພິມມະສອນ ເປັນ ຮອງປະທານ, ສະຫາຍ ແກ້ວອຸ ດອນ ບຸດສິງຂອນ, ສະຫາຍ ຄໍາ ສອນ ອ້ວນທະວີ, ສະຫາຍ ພັນໂທ ທິບພະຈັນ ໂພໄຊ, ສະຫາຍ ພັນ ເອກ ຄໍາພາ ຕາງຊາຢຸດ ແລະ ສະ ຫາຍ ພັນໂທ ບຸນຍົງ ແກ້ວມະນີ ເປັນກໍາມະການ ຄະນະກໍາມະ ການປ້ອງກັນຊາດ-ປ້ອງກັນ ຄວາມສະຫງົບ ແຂວງຄໍາມ່ວນ.



 news to day and hot news

ຂ່າວມື້ນີ້ ແລະ ຂ່າວຍອດນິຍົມ

ຂ່າວມື້ນີ້












ຂ່າວຍອດນິຍົມ













ຫນັງສືພິມກອງທັບປະຊາຊົນລາວ, ສຳນັກງານຕັ້ງຢູ່ກະຊວງປ້ອງກັນປະເທດ, ຖະຫນົນໄກສອນພົມວິຫານ.
ລິຂະສິດ © 2010 www.kongthap.gov.la. ສະຫງວນໄວ້ເຊິງສິດທັງຫມົດ