ກອງທັບປະຊາຊົນລາວ
 
ວັນພະຫັດ, ວັນທີ 28 ມີນາ 2024

  

ຊາວໜຸ່ມຫ້ອງການເມືອງ ທະຫານ ແຂວງໄຊສົມບູນ ເປີດຂະບວນການແຂ່ງຂັນ 4 ບຸກ
ເວລາອອກຂ່າວ: 2021-03-19 09:36:41 | ຜູ້ຂຽນ : admin2 | ຈຳນວນຄົນເຂົ້າຊົມ: 2367 | ຄວາມນິຍົມ:



ວັນທີ 10 ມີນາ 2021, ຫ້ອງການເມືອງກອງບັນຊາ ການທະຫານແຂວງໄຊສົມບູນ ໄດ້ເປີດຂະບວນການແຂ່ງຂັນຈັດ ຕັ້ງປະຕິບັດຂໍ້ແຂ່ງຂັນ 4 ບຸກ ໃຫ້ກຽດເປັນປະທານໂດຍ ສະ ຫາຍ ພັນໂທ ສຸດໃຈ ເຈີບົວແພງ ກຳມະການຄະນະປະຈໍາພັກ ຫົວ ໜ້າຫ້ອງການເມືອງ ກອງບັນຊາ ການທະຫານແຂວງໄຊສົມບູນ, ມີຫົວໜ້າ-ຮອງພະເເນກຊາວໜຸ່ມ ພ້ອມສະມາຊິກຊາວໜຸ່ມຫ້ອງ ການເມືອງ ແລະ ບັນດາໜ່ວຍ ຊາວໜຸ່ມອ້ອມຂ້າງເຂົ້າຮ່ວມ. ສະຫາຍ ຮ້ອຍໂທ ບຸນທະວີ ແສນຈົງຮັກ ຮອງເລຂາໜ່ວຍ ຊາວໜຸ່ມຫ້ອງ ໄດ້ຂຶ້ນຜ່ານການ ຈັດຕັ້ງປະຕິບັດຂໍ້ເເຂ່ງຂັນ 4 ບຸກ ໄລຍະຜ່ານມາ ໂດຍການ ຊີ້ນຳຢ່າງໃກ້ຊິດຈາກຂັ້ນເທິງ ໜ່ວຍຊາວໜຸ່ມຫ້ອງການເມືອງ ສາມາດເຮັດສຳເລັດວຽກງານ ຫຼາຍດ້ານ ໃນນັ້ນ, ວຽກງານ ສິລະປະ-ວັນນະຄະດີໄດ້ເຄື່ອນ ໄຫວຮັບໃຊ້ພໍ່-ເເມ່ປະຊາຊົນ ແລະ ຄອບຄົວພະນັກງານ-ນັກຮົບ, ນອກນີ້, ຍັງເປັນເຈົ້າການໃນ ວຽກງານອອກເເຮງງານລວມ ໝູ່, ຈັດຕັ້ງປະຕິບັດລະບຽບ ວິໄນຂອງກອງທັບໄດ້ດີ, ສະມາ ຊິກຊາວໜຸ່ມມີເເນວຄິດການ ເມືອງໜັກແໜ້ນ, ມີສະຕິຕໍ່ການ ຈັດຕັ້ງເຊິ່ງສະແດງອອກໃນ ຫຼາຍດ້ານເປັນຕົ້ນມີຫຼາຍສະ ຫາຍໄດ້ຮັບການເລື່ອນຊັ້ນ, ເປັນສະມາຊິກພັກ ແລະ ມະ ຫາຊົນກ້າວໜ້າ, ໂອກາດດຽວ ກັນນີ້, ຍັງໄດ້ມອບໃບຍ້ອງຍໍໃຫ້ ສະມະຊິກຊາວໜຸ່ມທີ່ມີຜົນ ງານດີເດັ່ນໃນການເຄື່ອນໄຫວ ວຽກງານທັງພາຍໃນໜ່ວຍ ແລະ ທົ່ວກອງບັນຊາການໄລຍະຜ່ານ ມາຢ່າງສົມກຽດ. ໂດຍ: ພຸດທະພອນ ລັດດານາວ



 news to day and hot news

ຂ່າວມື້ນີ້ ແລະ ຂ່າວຍອດນິຍົມ

ຂ່າວມື້ນີ້












ຂ່າວຍອດນິຍົມ













ຫນັງສືພິມກອງທັບປະຊາຊົນລາວ, ສຳນັກງານຕັ້ງຢູ່ກະຊວງປ້ອງກັນປະເທດ, ຖະຫນົນໄກສອນພົມວິຫານ.
ລິຂະສິດ © 2010 www.kongthap.gov.la. ສະຫງວນໄວ້ເຊິງສິດທັງຫມົດ