ກອງທັບປະຊາຊົນລາວ
 
ວັນສຸກ, ວັນທີ 29 ມີນາ 2024

  

ລັດຖະມົນຕີກະຊວງການຕ່າງປະເທດ ຕ້ອນຮັບເອກອັກຄະລັດຖະທູດ ແຫ່ງ ສ ຟີລິບປີນ ເຂົ້າຢ້ຽມອຳລາ
ເວລາອອກຂ່າວ: 2021-03-26 08:46:40 | ຜູ້ຂຽນ : admin2 | ຈຳນວນຄົນເຂົ້າຊົມ: 1105 | ຄວາມນິຍົມ:



ໃນວັນທີ 24 ມີນາ 2021ນີ້, ທີ່ກະຊວງການຕ່າງປະເທດ, ທ່ານ ສະເຫຼີມໄຊ ກົມມະສິດ, ລັດຖະມົນຕີກະຊວງການຕ່າງ ປະເທດ ແຫ່ງ ສປປ ລາວ ໄດ້ຕ້ອນ ຮັບການເຂົ້າຢ້ຽມອໍາລາຂອງ ທ່ານ ນາງ ເບລີນດາ ມາເຣຍໂນ ແອນເຕ, ເອກອັກຄະລັດຖະທູດ ວິສາມັນຜູ້ມີອໍານາດເຕັມ ແຫ່ງ ສ ຟິລິບປິນ ປະຈໍາ ສປປ ລາວ ໃນໂອກາດສໍາເລັດການປະຕິບັດ ໜ້າທີ່ການທູດ ຢູ່ ສປປ ລາວ. ໃນໂອກາດນີ້, ທ່ານ ສະເຫຼີມໄຊ ກົມມະສິດ ໄດ້ສະແດງຄວາມຍິນດີ ແລະ ຊົມເຊີຍ ທ່ານ ນາງ ເບລີນດາ ຕໍ່ຜົນສໍາເລັດທີ່ຍາດມາໄດ້ໃນ ການປະຕິບັດໜ້າທີ່ການທູດ ຢູ່ ສປປ ລາວ ຕະຫຼອດໄລຍະເວລາ 5 ປີ 9 ເດືອນ, ເຊິ່ງເຫັນໄດ້ຈາກ ການປະກອບສ່ວນເຂົ້າໃນການ ສົ່ງເສີມ, ຮັດແໜ້ນສາຍພົວພັນ ມິດຕະພາບ ແລະ ການຮ່ວມມືທີ່ດີ ລະຫວ່າງ ສປປ ລາວ ແລະ ສ ຟິ ລິບປິນ ໃນໄລຍະຜ່ານມາ ກໍຄື ການສົ່ງເສີມການຮ່ວມມືທາງດ້ານການເມືອງ, ເສດຖະກິດ, ການພັດທະນາຊັບພະຍາກອນ ມະນຸດ, ສາທາລະນະສຸກ, ແຮງ ງານ ແລະ ດ້ານຕ່າງໆໃຫ້ນັບມື້ ຂະຫຍາຍຕົວ ແລະ ຫັນເຂົ້າສູ່ລວງ ເລິກ. ນອກຈາກນີ້, ທ່ານ ນາງ ເບ ລີນ ດາ ຍັງມີຜົນງານຊຸກຍູ້ການຢ້ຽມ ຢາມການນຳຂອງສອງປະເທດ, ນໍາພາບັນດາທູຕານຸທູດ ແລະ ຜູ້ ຕາງໜ້າອົງການຈັດຕັ້ງສາກົນ ປະຈຳ ສປປ ລາວ ໄປທັດສະນະ ສຶກສາຢູ່ 2 ແຂວງພາກ ເໜືອຂອງ ລາວຄື: ແຂວງຫຼວງນໍ້າທາ ແລະ ແຂວງບໍ່ແກ້ວ ໃນຖານະເປັນທູດ ອາວຸໂສ ແລະ ໃຫ້ການຊ່ວຍເຫຼືອ ໃນການສົ່ງຄະນະແພດຟິລິບປິນ ມາຊ່ວຍເຫຼືອໃນການບໍລິການ ຜ່າຕັດປາກແຫ່ວງເພດານໂວ່ ໂດຍບໍ່ເສຍຄ່າ ໃຫ້ແກ່ປະຊາຊົນ ລາວ, ຊ່ວຍເຫຼືອອຸປະກອນການ ແພດ ແລະ ຊ່ວຍເຫຼືອເຝິກອົບຮົມ ໃຫ້ແກ່ແພດພະຍາບານ ທີ່ໂຮງໝໍ ສູນກາງກອງທັບ 103 ໃນປີ 2018 ແລະ ວຽກງານ ອື່ນໆ. ພ້ອມດຽວກັນນີ້, ທ່ານ ນາງ ເບລິນດາ ກໍໄດ້ສະແດງຄວາມ ຂອບໃຈລັດຖະບານ ແລະ ປະຊາ ຊົນລາວ ໂດຍສະເພາະກະຊວງ ການຕ່າງປະເທດ ທີ່ໄດ້ອໍານວຍ ຄວາມສະດວກໃຫ້ແກ່ການເຄື່ອນ ໄຫວຂອງຕົນມີຜົນສໍາເລັດຢ່າງ ຈົບງາມ ແລະ ຢືນຢັນຈະສືບຕໍ່ໃນ ການເປັນຂົວຕໍ່ເພື່ອປະກອບສ່ວນ ເຂົ້າໃນການຮັດແໜ້ນ ແລະ ເສີມ ຂະຫຍາຍສາຍພົວພັນມິດຕະພາບ ແລະ ການຮ່ວມມືທີ່ດີ ຂອງສອງ ປະເທດ ສປປ ລາວ ແລະ ສ ຟິລິບ ປິນ ໃຫ້ສືບຕໍ່ມີບາດກ້າວຂະຫຍາຍ ຕົວ ແລະ ແໜ້ນແຟ້ນຍິ່ງໆຂຶ້ນໃນ ອະນາຄົດ.



 news to day and hot news

ຂ່າວມື້ນີ້ ແລະ ຂ່າວຍອດນິຍົມ

ຂ່າວມື້ນີ້












ຂ່າວຍອດນິຍົມ













ຫນັງສືພິມກອງທັບປະຊາຊົນລາວ, ສຳນັກງານຕັ້ງຢູ່ກະຊວງປ້ອງກັນປະເທດ, ຖະຫນົນໄກສອນພົມວິຫານ.
ລິຂະສິດ © 2010 www.kongthap.gov.la. ສະຫງວນໄວ້ເຊິງສິດທັງຫມົດ