ກອງທັບປະຊາຊົນລາວ
 
ວັນສຸກ, ວັນທີ 29 ມີນາ 2024

  

ກົມ ວິທະຍາສາດ -​ ປະຫວັດສາດ ການທະຫານ ເຜີຍແຜ່ເຊື່ອມຊຶມມະຕິກອງປະຊຸມຜູ້ແທນຊາວໜຸ່ມ ທົ່ວປະເທດ ຄັ້ງທີ VIII
ເວລາອອກຂ່າວ: 2021-03-26 08:56:20 | ຜູ້ຂຽນ : admin2 | ຈຳນວນຄົນເຂົ້າຊົມ: 481 | ຄວາມນິຍົມ:



ວັນທີ 24 ມີນາ2021 ນີ້ ກົມວິທະຍາສາດ-ປະຫວັດສາດ ການທະຫານກະຊວງປ້ອງກັນ ປະເທດຈັດຕັ້ງພິທີເຜີຍແຜ່ເຊື່ອມ ຊຶມມະຕິກອງປະຊຸມຄົບຄະນະ ຜູ້ແທນຊາວໜຸ່ມທົວປະເທດ ຄັ້ງທີ VIII ຂຶ້ນໂດຍການເປັນ ປະທານ ຂອງສະຫາຍ ພັນເອກ ບຸນຍົງ ໜໍ່ແກ້ວ ຮອງຫົວໜ້າກົມ ວິທະຍາສາດ-ປະຫວັດສາດການ ທະຫານ ມີຄະນະຊາວໜຸ່ມພ້ອມ ສະມາຊິກຊາວໜຸ່ມພາຍໃນກົມ ເຂົ້າຮ່ວມ. ໃນພິທີ ສະຫາຍ ພັນຕີ ຈັນທະ ວົງ ພະພິທັກ ຫົວໜ້າຂະແໜງ ຊາວໜຸ່ມ ໄດ້ຂຶ້ນຜີຍແຜ່ເອກະສານ ມະຕິອງປະຊຸມຜູ້ແທນທົ່ວປະ ເທດ ຄັ້ງທີ VIII ໃຫ້ຊາວໜຸ່ມພາຍ ໃນກົມກ ອງຮັບຮູ້ ແລະ ເຂົ້າໃຈຕະ ຫຼອດການເຄື່ອນໄຫວໃນໄລຍະ ຜ່ານມາເພື່ອນຳມາໝູນໃຊ້ປົກ ປັກຮັກສາໝາກຜົນຂອງການ ປະຕິວັດສືບທອດມູນເຊື້ອອັນ ດີງາມຂອງຊາດ ແລະ ຊາວໜຸ່ມ, ເສີມຂະຫຍາຍຜົນງານ ແລະ ທ່າ ແຮງບົ່ມຊ້ອນຂອງຕົນ ເພື່ອເຮັດ ສຳເລັດໜ້າທີ່ການເມືອງ ຂອງພັກ ແລະ ປະຊາຊົນມອບໝາຍໃຫ້, ປະກອບສ່ວນຢ່າງກົມກຽວເຂົ້າໃນການປົກປັກຮັກສາ ແລະ ສ້າງ ສາພັດທະນາຕົນເອງ, ຕັ້ງໜ້າສຶກ ສາອົບຮົມໃຫ້ມີຄຸນທາດການ ເມືອງໜັກແໜ້ນ, ມີຄຸນສົມບັດສິນ ທຳປະຕິບັດ, ມີນໍ້າໃຈຮັກຊາດ, ຮັກລະບອບປະຊາທິປະໄຕປະຊາ ຊົນລາວ, ຮູ້ປົກປັກຮັກສາ ແລະ ເສີມຂະຫຍາຍມູນເຊື້ອອັນດີງາມ ຂອງຊາດ, ເພີ່ມທະວີໃນການສຶກ ສາອົບຮົມ, ບຳລຸງກໍ່ສ້າງ ແລະ ສ້າງເງື່ອນໄຂເອື້ອອຳນວຍໃນ ການເຄື່ອນໄຫວພັດທະນາ ແລະ ປົກປ້ອງສິດ ແລະ ຜົນປະໂຫຍດ ອັນຊອບທຳຂອງຊາວໜຸ່ມ,ຖືເອົາ ການປັບປຸງການຈັດຕັ້ງຊາວໜຸ່ມ ຢູ່ຂັ້ນຂອງຕົນໃຫ້ເຂັ້ມແຂງເປັນ ວຽກພື້ນຖານ ແລະ , ປະກອບສ່ວນ ສຳຄັນເຂົ້າໃນການປັບປຸງຖັນ ແຖວຂອງພັກພາຍໃນກົມກອງ ໃຫ້ມີຄວາມປອດໃສ, ເຂັ້ມແຂງ ແລະ ໜັກແໜ້ນ ໂດຍ: ວົງວິໄລ ບຸນລືໄຕ



 news to day and hot news

ຂ່າວມື້ນີ້ ແລະ ຂ່າວຍອດນິຍົມ

ຂ່າວມື້ນີ້












ຂ່າວຍອດນິຍົມ













ຫນັງສືພິມກອງທັບປະຊາຊົນລາວ, ສຳນັກງານຕັ້ງຢູ່ກະຊວງປ້ອງກັນປະເທດ, ຖະຫນົນໄກສອນພົມວິຫານ.
ລິຂະສິດ © 2010 www.kongthap.gov.la. ສະຫງວນໄວ້ເຊິງສິດທັງຫມົດ