ກອງທັບປະຊາຊົນລາວ
 
ວັນພະຫັດ, ວັນທີ 28 ມີນາ 2024

  

ປະທານສະພາແຫ່ງຊາດ ກ່າວສູນທອນພົດ ປິດກອງປະຊຸມຄັ້ງປະຖົມມະລຶກ ຂອງສະພາແຫ່ງຊາດຊຸດທີ IX
ເວລາອອກຂ່າວ: 2021-03-27 10:21:33 | ຜູ້ຂຽນ : admin1 | ຈຳນວນຄົນເຂົ້າຊົມ: 139586708 | ຄວາມນິຍົມ:



ຮຽນ: ທ່ານ ທອງລຸນ ສີສຸ ລິດ, ເລຂາທິການໃຫຍ່ຄະນະ ບໍລິຫານງານສູນກາງພັກ, ປະ ທານປະເທດທີ່ເຄົາລົບ ແລະ ນັບ ຖືຢ່າງສູງ. - ບັນດາທ່ານຜູ້ນໍາ, ອາດີດການ ນໍາພັກ-ລັດ ທີ່ນັບຖື, - ບັນດາທ່ານສະມາຊິກສະພາ ແຫ່ງຊາດ, ທ່ານແຂກທັງພາຍໃນ ແລະ ຕ່າງປະເທດ ທີ່ນັບຖື ແລະ ຮັກແພງ! ກອງປະຊຸມຄັ້ງປະຖົມມະລຶກ ຂອງສະພາແຫ່ງຊາດ ຊຸດທີ IX ໄດ້ດໍາເນີນມາເປັນເວລາ 5 ວັນ ດ້ວຍບັນຍາກາດອັນຟົດຟື້ນ ແລະ ເຄັ່ງຮ້ອນ ແຫ່ງການເສີມຂະ ຫຍາຍສິດປະຊາທິປະໄຕ ຂອງ ບັນດາທ່ານສະມາຊິກສະພາ ແຫ່ງຊາດ ໃນການພິຈາລະນາ ແລະ ຮັບຮອງເອົາບັນດາເນື້ອ ໃນສໍາຄັນ ທີ່ນໍາມາພິຈາລະນາ ໃນກອງປະຊຸມຄັ້ງນີ້ ໄດ້ມີຜົນ ສໍາເລັດຢ່າງຈົບງາມ. ກອງປະຊຸມ ໄດ້ຮັບຟັງການ ລາຍງານຂອງຄະນະກໍາມະການ ເລືອກຕັ້ງລະດັບຊາດ ກ່ຽວກັບ ຜົນຂອງການເລືອກຕັ້ງ ແລະ ຢັ້ງ ຢືນຄຸນລັກສະນະຂອງສະມາຊິກສະພາແຫ່ງຊາດ ຊຸດທີ IX, ຊຶ່ງ ບົດລາຍງານໄດ້ຍົກໃຫ້ເຫັນເຖິງຜົນສໍາເລັດ ໃນການຈັດຕັ້ງຜັນຂະ ຫຍາຍມະຕິກົມການເມືອງສູນ ການພັກ ວ່າດ້ວຍການກະກຽມ ແລະ ດໍາເນີນການເລືອກຕັ້ງສະ ມາຊິກສະພາແຫ່ງຊາດ ຊຸດທີ IX ແລະ ສະມາຊິກສະພາປະຊາ ຊົນຂັ້ນແຂວງ ຊຸດທີ II ໄດ້ດໍາ ເນີນຢ່າງມີຜົນສໍາເລັດຕາມແຜນ ການທີ່ວາງໄວ້, ເປັນການສ້າງ ເງື່ອນໄຂໃຫ້ແກ່ຜູ້ມີສິດປ່ອນ ບັດເລືອກຕັ້ງໃນທົ່ວປະເທດ ໄດ້ ນໍາໃຊ້ສິດ ປະຊາທິປະໄຕ ຕາມ ທີ່ກໍານົດໄວ້ໃນລັດຖະທໍາມະນູນ ແລະ ກົດໝາຍ ເຂົ້າໃນການເລືອກ ຕັ້ງເອົາຕົວແທນຂອງຕົນ ເພື່ອປະ ຕິບັດສິດອໍານາດຂອງປະຊາຊົນ ຢູ່ສະພາແຫ່ງຊາດ ແລະ ສະພາ ປະຊາຊົນ ຂັ້ນທ້ອງຖິ່ນ ໃນການ ພິຈາລະນາຮັບຮອງບັນຫາສໍາ ຄັນພື້ນຖານຂອງປະເທດຊາດ ກໍຄື ຂອງທ້ອງຖິ່ນ. ກອງປະຊຸມໄດ້ດໍາເນີນການ ເລືອກຕັ້ງເອົາຕໍາແໜ່ງສໍາຄັນ ຕ່າງໆ ຂອງອົງການອໍານາດ ແຫ່ງລັດ ເຊັ່ນ: ປະທານສະພາ ແຫ່ງຊາດ, ຮອງປະທານສະພາ ແຫ່ງຊາດ, ຄະນະປະຈໍາສະພາ ແຫ່ງຊາດ; ເລືອກຕັ້ງປະທານ ປະເທດ, ຮອງປະທານປະເທດ, ນາຍົກລັດຖະມົນຕີ, ຫົວໜ້າ ອົງການໄອຍະການປະຊາຊົນສູງ ສຸດ, ປະທານສານປະຊາຊົນ ສູງສຸດ, ປະທານອົງການກວດ ສອບແຫ່ງລັດ ແລະ ປະທານອົງ ການກວດກາແຫ່ງລັດ, ພ້ອມ ດຽວກັນນັ້ນ, ໄດ້ຮັບຮອງເອົາ ກົງຈັກການຈັດຕັ້ງຂອງສະ ພາແຫ່ງຊາດ, ໂຄງປະກອບກົງ ຈັກຂອງລັດຖະບານ; ຮັບຮອງ ເອົາການແຕ່ງຕັ້ງຮອງນາຍົກລັດຖະມົນຕີ, ປະທານກໍາມາທິການ, ເລຂາທິການສະພາແຫ່ງຊາດ, ຮອງປະທານກໍາມາທິການຂອງ ສະພາແຫ່ງຊາດ ແລະ ສະມາ ຊິກລັດຖະບານ ຕາມກົດໝາຍ ກໍານົດໄວ້. ການເລືອກຕັ້ງບຸກຄະ ລາກອນໃນຕໍາແໜ່ງສໍາຄັນ ຂອງລັດ, ການຮັບຮອງເອົາກົງ ຈັກການຈັດຕັ້ງ ແລະ ບຸກຄະລາ ກອນຂອງອົງການລັດດັ່ງກ່າວ ມາຂ້າງເທິງນັ້ນ ເປັນບາດກ້າວ ສໍາຄັນໃນການສືບຕໍ່ບູລະນະ ລະບົບອໍານາດລັດ ປະຊາທິປະ ໄຕ ປະຊາຊົນໃຫ້ໜັກແໜ້ນ ເຂັ້ມ ແຂງ ແລະ ເພື່ອສືບຕໍ່ຈັດຕັ້ງປະຕິ ບັດແຜນວຽກຂອງແຕ່ລະອົງ ການໃນ 5 ປີ ຕໍ່ໜ້າ ຕາມມະຕິກອງ ປະຊຸມໃຫຍ່ ຄັ້ງທີ XI ຂອງພັກ ໂດຍຫັນເປັນແຜນງານໂຄງການອັນລະອຽດຂອງແຕ່ລະຂະແໜງການ, ອົງການ ແລະ ຫັນເຂົ້າສູ່ຊີວິດສັງຄົມຢ່າງແທດເຖິງ. ກອງປະຊຸມ ໄດ້ຮັບຟັງການປະ ກອບຄວາມເຫັນທີ່ສໍາຄັນ ກ່າວຮັບໜ້າທີ່ຂອງທ່ານປະທານສະພາແຫ່ງຊາດ, ປະທານປະເທດ, ນາຍົກລັດຖະມົນຕີ, ຫົວໜ້າອົງ ການໄອຍະການປະຊາຊົນສູງ ສຸດ, ປະທານສານປະຊາຊົນສູງ ສຸດ, ປະທານອົງການກວດສອບ ແຫ່ງລັດ ແລະ ປະທານກວດກາ ແຫ່ງລັດ ທີ່ໄດ້ຮັບການເລືອກຕັ້ງ ເຊິ່ງສະແດງເຖິງຄວາມມຸ້ງໝັ້ນ, ການ ຕັດສິນໃຈຂອງບັນດາທ່ານ ການ ນໍາຂັ້ນສູງ ໃນການເພີ່ມທະວີ ຄວາມຮັບຜິດຊອບຕໍ່ການປະ ຕິບັດໜ້າທີ່ຂອງຕົນ ຕາມທີ່ໄດ້ກໍາ ນົດໄວ້ໃນລັດຖະທໍາມະນູນ ແລະ ກົດໝາຍ; ມີຄວາມຮັບຜິດຊອບ ຕໍ່ສະພາ ແຫ່ງຊາດ ໃນຖານະທີ່ ເປັນອົງການຕົວແທນແຫ່ງສິດ ແລະ ຜົນປະໂຫຍດຂອງປະຊາ ຊົນລາວບັນດາເຜົ່າ ພ້ອມທີ່ຈະ ເຮັດໜ້າທີ່ອັນສຸດທີ່ມີຄວາມ ໝາຍສໍາຄັນນີ້ ຕາມການມອບ ໝາຍຂອງຊາດ ແລະ ປະຊາຊົນ ເພື່ອພ້ອມກັນສຸມໃສ່ແກ້ໄຂສະ ພາບຄວາມຫຍຸ້ງຍາກ-ເຄັ່ງຮ້ອນ ທາງດ້ານເສດຖະກິດ-ການເງິນ ໃນປັດຈຸບັນ ນີ້ໃຫ້ໄດ້ເພື່ອສ້າງໃຫ້ມີການຫັນປ່ຽນໃໝ່ຢ່າງຕັ້ງໜ້າ, ແຂງແຮງນໍາເອົາປະເທດຊາດ ກ້າວຂຶ້ນຢ່າງໜັກແໜ້ນ. ກອງປະຊຸມ ໄດ້ສຸມໃສ່ຄົ້ນ ຄວ້າ, ພິຈາລະນາຮັບຮອງແຜນ ພັດທະນາເສດຖະກິດ-ສັງຄົມ ແລະ ແຜນງົບປະມານແຫ່ງລັດ 5 ປີ ຄັ້ງທີ IX (2021-2025), ກອງ ປະຊຸມສະແດງຄວາມຊົມເຊີຍ ແລະ ຕີລາຄາສູງຕໍ່ລັດຖະບານ ໃນສະພາບການພາກພື້ນ, ສາກົນ ມີຄວາມສັບສົນ, ສະພາບພາຍໃນມີຄວາມຫຍຸ້ງຍາກທາງດ້ານເສດຖະກິດ-ການເງິນ-ເງິນຕາ, ແຕ່ ລັດຖະບານໄດ້ເອົາໃຈໃສ່ຊີ້ນໍາກະ ຊວງ, ອົງການ, ຂະແໜງການ ແລະ ອົງການປົກຄອງທ້ອງຖິ່ນ ໃນການຈັດຕັ້ງປະຕິບັດບັນດາ ຄາດໝາຍທີ່ໄດ້ກໍານົດໃນແຜນ 5 ປີ ຜ່ານມາ ສໍາເລັດຫຼາຍຄາດໝາຍ ອັນໄດ້ປະກອບສ່ວນເຮັດໃຫ້ການ ພັດທະນາເສດຖະກິດ-ສັງຄົມ ສືບຕໍ່ມີການຂະຫຍາຍຕົວ, ເສດ ຖະກິດມະຫາພາກມີສະຖຽນ ລະພາບ, ການຄຸ້ມຄອງລັດ, ຄຸ້ມ ຄອງເສດຖະກິດ-ສັງຄົມດ້ວຍ ກົດໝາຍໃຫ້ມີໝາກຜົນດີຂຶ້ນເທື່ອ ລະກ້າວ. ຄຽງຄູ່ກັບການຕີລາຄາ ຜົນສໍາເລັດດັ່ງກ່າວ, ກອງປະຊຸມ ຍັງໄດ້ສະເໜີໃຫ້ລັດຖະບານ ເພີ່ມທະວີການຊີ້ນໍາບັນຊາບັນ ດາຂະແໜງການຂັ້ນສູນກາງ ແລະ ທ້ອງຖິ່ນສຸມໃສ່ຈັດຕັ້ງປະ ຕິບັດທິດທາງ, ແຜນງານ, ໂຄງ ການທີ່ໄດ້ກໍານົດໄວ້ໃນແຜນພັດ ທະນາເສດຖະກິດ-ສັງຄົມ, ແຜນ ງົບປະມານ 5 ປີ (2021-2025) ດ້ວຍບັນດານະໂຍບາຍ, ມາດຕະ ການແບບບຸກທະລຸທີ່ແທດເໝາະ ກັບຕົວຈິງ ເຮັດໃຫ້ການຈັດຕັ້ງປະ ຕິບັດມີໝາກມີຜົນຕົວຈິງ. ກອງປະຊຸມ ໄດ້ຄົ້ນຄວ້າ, ພິຈາລະນາຮັບຮອງການຈັດຕັ້ງ ປະຕິບັດແຜນການເຄື່ອນໄຫວ ວຽກງານ 5 ປີ (2016- 2010) ແລະ ທິດທາງແຜນການ ເຄື່ອນໄຫວວຽກງານ 5 ປີຕໍ່ໜ້າ (2021-2025) ຂອງອົງການ ໄອຍະການປະຊາຊົນສູງສຸດ, ສານປະຊາຊົນສູງສຸດ, ອົງການ ກວດສອບແຫ່ງລັດ ແລະ ອົງການ ກວດກາແຫ່ງລັດ, ກອງປະຊຸມ ໄດ້ສະເໜີໃຫ້ອົງການດັ່ງກ່າວສືບ ຕໍ່ເອົາໃຈໃສ່ປັບປຸງກົງຈັກການ ຈັດຕັ້ງຂອງຕົນ ນັບແຕ່ສູນກາງ ລົງຮອດທ້ອງຖິ່ນໃຫ້ມີຄຸນນະ ພາບ, ມີຄວາມເຂັ້ມແຂງຕິດພັນ ກັບການຍົກລະດັບຄວາມຮູ້, ຄວາມສາມາດ, ແນວຄິດ, ຄຸນສົມ ບັດ, ຈັນຍາທໍາຈັນຍາບັນ, ລວມ ທັງການປັບປຸງລະບອບແບບ ແຜນວິທີເຮັດວຽກ ເພື່ອຮັບປະກັນການປະຕິບັດພາລະບົດບາດ ຂອງຕົນຕາມທີ່ໄດ້ກໍານົດໄວ້ໃນ ກົດໝາຍ ໃຫ້ມີປະສິດທິພາບ, ປະ ສິດທິຜົນສູງຂຶ້ນກວ່າເກົ່າ. ກອງປະຊຸມ ຍັງໄດ້ຮັບຟັງ ການລາຍງານ ແລະ ສຸມໃສ່ປະ ກອບຄວາມເຫັນ ແລະ ຮັບຮອງ ເອົາແຜນເຄື່ອນໄຫວວຽກງານ, ແຜນການສ້າງ ແລະ ປັບປຸງກົດ ໝາຍ 5 ປີ (2021-2025) ຂອງສະພາແຫ່ງຊາດ ເພື່ອເປັນ ບ່ອນອີງພື້ນຖານໃຫ້ແກ່ການ ເຄື່ອນໄຫວວຽກງານຂອງສະພາ ແຫ່ງຊາດ ໃນ 5 ປີຕໍ່ໜ້າ, ຮັບປະ ກັນການເຄື່ອນໄຫວຂອງຕົນ ຕອບສະໜອງໄດ້ຕາມຄວາມ ຮຽກຮ້ອງຕ້ອງການອັນຈໍາເປັນ ໃນການພັດທະນາເສດຖະກິດ-ສັງຄົມໃນ 5 ປີຕໍ່ໜ້າ ແລະ ສືບ ຕໍ່ຍົກສູງຄຸນນະພາບການເຄື່ອນ ໄຫວວຽກງານຂອງສະພາແຫ່ງ ຊາດ ໃຫ້ມີປະສິດທິພາບ, ມີປະ ສິດທິຜົນ ແລະ ມີຄວາມເຂັ້ມງວດ ໃນການຈັດຕັ້ງປະຕິບັດລັດຖະທໍາມະນູນ ແລະ ກົດໝາຍ. ກອງປະຊຸມ ຍັງໄດ້ຮັບຟັງ ການຊີ້ແຈ້ງອະທິບາຍ ຈາກທ່ານ ນາຍົກລັດຖະມົນຕີ, ຫົວໜ້າອົງ ການໄອຍະການປະຊາຊົນສູງ ສຸດ, ສານປະຊາຊົນສູງສຸດ, ອົງ ການກວດສອບແຫ່ງລັດ, ອົງ ການກວດກາແຫ່ງລັດ, ບາງກະ ຊວງກ່ຽວຂ້ອງຕໍ່ຂໍ້ຂ້ອງໃຈຂອງ ສະມາຊິກສະພາແຫ່ງຊາດ ເຊິ່ງ ສ່ອງແສງໃຫ້ເຫັນເຖິງຄວາມ ຮັບຜິດຊອບຂອງລັດຖະບານ, ອົງການຈັດຕັ້ງຕ່າງໆ ໃນການ ປະຕິບັດໜ້າທີ່ ທີ່ປະຊາຊົນມອບ ໝາຍໃຫ້. ກອງປະຊຸມ ເຊື່ອໝັ້ນ ວ່າດ້ວຍບົດຮຽນ ແລະ ປະສົບການ ໃນການບໍລິຫານປະເທດຊາດ ໃນໄລຍະຜ່ານມາ, ດ້ວຍຄວາມສາມັກຄີເປັນປຶກແຜ່ນຂອງປະຊາຊົນລາວທັງຊາດ, ການເສີມຂະຫຍາຍຄວາມເປັນເຈົ້າການຂອງປະຊາຊົນລາວທຸກຊັ້ນຄົນ, ທຸກພາກສ່ວນເສດຖະກິດ ແລະ ດ້ວຍຄວາມຮັບຜິດຊອບສູງຂອງ ລັດຖະບານ, ອົງການທີ່ກ່ຽວຂ້ອງ ບົນຈິດໃຈບຸກທະລຸ, ພວກເຮົາຈະສາມາດຈັດຕັ້ງປະຕິບັດບັນດາ ຄາດໝາຍ, ທິດທາງ, ແຜນງານ ທີ່ໄດ້ຖືກຮັບຮອງເອົາໃນກອງປະຊຸມຄັ້ງນີ້ມີຜົນສໍາເລັດເປັນຢ່າງດີ. ບັນດາທ່ານທີ່ນັບຖື ແລະ ຮັກ ແພງ! ກອງປະຊຸມຄັ້ງປະຖົມມະລຶກ ຂອງສະພາແຫ່ງຊາດ ຊຸດທີ IX ດໍາເນີນມາຮອດນີ້ ໄດ້ສໍາເລັດ ຕາມແຜນການກໍານົດໄວ້. ຜົນສໍາ ເລັດຂອງກອງປະຊຸມໃນຄັ້ງນີ້ ຖືເປັນໝາ ກຜົນແຫ່ງການເສີມຂະ ຫຍາຍສະຕິປັນຍາລວມໝູ່ ພາຍ ໃນອົງການອໍານາດແຫ່ງລັດ ຂອງພວກເຮົາ ກໍຄືການຍົກສູງ ຄວາມຮັບຜິດຊອບ ແລະ ຄວາມ ເປັນເຈົ້າການຂອງບັນດາ ທ່ານ ສະມາຊິກສະພາແຫ່ງຊາດ ເຂົ້າ ໃນການຄົ້ນຄວ້າ ແລະ ພິຈາລະ ນາຮັບຮອງເອົາແຕ່ລະເນື້ອໃນ ສໍາຄັນ ທີ່ນໍາມາພິຈາລະນາໃນ ກອງປະຊຸມຄັ້ງນີ້ ບົນພື້ນຖານ ຍຶດໝັ້ນຕໍ່ສິດ ແລະ ຜົນປະໂຫຍດ ຂອງຊາດ ແລະ ປະຊາຊົນລາວ ບັນດາເຜົ່າ. ຕາງໜ້າໃຫ້ກອງປະຊຸມຄັ້ງ ປະຖົມມະລຶກ ຂອງສະພາແຫ່ງ ຊາດຊຸດທີ IX, ຂ້າພະເຈົ້າຂໍຮຽກ ຮ້ອງມາຍັງ ຄະນະປະຈໍາສະພາ ແຫ່ງຊາດ, ລັດຖະບານ, ອົງການ ໄອຍະການປະຊາຊົນສູງສຸດ, ສານປະຊາຊົນສູງສຸດ, ອົງການ ກວດສອບແຫ່ງລັດ, ອົງການ ກວດກາແຫ່ງລັດ ກໍຄື ບັນດາທ່ານ ສະມາຊິກສະພາແຫ່ງຊາດ ທີ່ປະ ຈໍາຢູ່ແຕ່ລະເຂດເລືອກຕັ້ງຈົ່ງໄດ້ ຮີບຮ້ອນ ຈັດຕັ້ງຜັນຂະຫຍາຍ ເນື້ອໃນກອງປະຊຸມຄັ້ງນີ້ ໃຫ້ທົ່ວ ເຖິງທັນເວລາ; ຮຽກຮ້ອງມາຍັງ ທຸກຂະແໜງການ ແລະ ອົງການ ປົກຄອງທ້ອງຖິ່ນທຸກຂັ້ນ, ປະ ຊາຊົນລາວບັນດາເຜົ່າ ແລະ ທຸກ ພາກສ່ວນເສດຖະກິດ ຈົ່ງໃຫ້ ການຮ່ວມມື, ເປັນເຈົ້າການເຂົ້າ ຮ່ວມຈັດຕັ້ງປະຕິບັດໃຫ້ເກີດ ດອກອອກຜົນເປັນຈິງ. ໄປຄຽງ ຄູ່ກັນນັ້ນ, ສະເໜີໃຫ້ລັດຖະບານ ຈົ່ງຮີບຮ້ອນປັບປຸງກົງຈັກການ ຈັດຕັ້ງ, ບຸກຄະລາກອນໃຫ້ແທດ ເໝາະກັບພາລະບົດບາດ, ສິດ ແລະ ໜ້າທີ່ຂອງຕົນ ເພື່ອຮັບປະ ກັນເຮັດໃຫ້ການເຄື່ອນໄຫວວຽກ ງານໃນ 5 ປີ ຕໍ່ໜ້າມີປະສິດທິຜົນ ສູງຂຶ້ນ ແລະ ສາມາດບັນລຸບັນດາ ຄາດໝາຍທີ່ໄດ້ກໍານົດໄວ້. ກອງປະຊຸມສະເໜີມາຍັງອົງ ການແນວລາວສ້າງຊາດ, ສະຫະ ພັນນັກຮົບເກົ່າແຫ່ງຊາດລາວ, ບັນ ດາອົງການຈັດຕັ້ງມະຫາຊົນ ແລະ ການຈັດຕັ້ງທາງສັງຄົມ ຈົ່ງເປັນ ເຈົ້າການໃນການຕິດຕາມກວດ ກາການປະຕິບັດໜ້າທີ່ຂອງບັນ ດາອົງການອໍານາດລັດຕາມສິດ ແລະ ໜ້າທີ່ຂອງຕົນຕາມທີ່ກົດ ໝາຍກໍານົດ ເພື່ອຮັບປະກັນເຮັດໃຫ້ບັນດາເນື້ອໃນທີ່ຖືກຮັບຮອງ ໃນກອງປະຊຸມຄັ້ງນີ້ ໄດ້ຮັບການຈັດຕັ້ງປະຕິບັດຢ່າງມີໝາກຜົນ, ນໍາເອົາຜົນປະໂຫຍດຕົວຈິງມາ ໃຫ້ປະຊາຊົນບັນດາເຜົ່າ. ກອງປະຊຸມສະແດງຄວາມ ຂອບໃຈຢ່າງສູງ ມາຍັງບັນດາ ທ່ານຜູ້ນໍາຂັ້ນສູງຂອງພັກ-ລັດ ທີ່ໄດ້ຊີ້ນໍາຢ່າງໃກ້ສິດ ແລະ ສະຫຼະ ເວລາເຂົ້າຮ່ວມກອງປະຊຸມໃນ ຄັ້ງນີ້, ສະແດງຄວາມຂອບໃຈມາ ຍັງທຸກພາກສ່ວນທີ່ກ່ຽວຂ້ອງ ໄດ້ຮ່ວມກັບສະພາແຫ່ງຊາດ ພ້ອມກັນກະກຽມ ເນື້ອໃນຮອບ ດ້ານໃຫ້ແກ່ການດໍາເນີນກອງ ປະຊຸມຄັ້ງນີ້ທັນຕາມກໍານົດ ເວລາ. ຂອບໃຈ ແລະ ຊົມເຊີຍ ກໍາລັງປ້ອງກັນຊາດ, ປ້ອງກັນ ຄວາມສະຫງົບ, ສື່ມວນຊົນ ກໍຄື ການປະກອບຄວາມເຫັນທີ່ເປັນ ປະໂຫຍດຈາກປະຊາຊົນລາວບັນ ດາເຜົ່າ ໂດຍຜ່ານໂທລະສັບສາຍ ດ່ວນຂອງກອງປະຊຸມ ແລະ ຂໍ ຂອບໃຈ ທຸກພາກສ່ວນກ່ຽວຂ້ອງ ທີ່ໄດ້ປະຕິບັດໜ້າທີ່ຂອງຕົນ ດ້ວຍຄວາມຮັບຜິດຊອບສູງປະ ກອບສ່ວນເຮັດໃຫ້ກອງປະຊຸມຄັ້ງນີ້ມີຜົນສໍາເລັດຢ່າງຈົບງາມ ພ້ອມກັນນີ້, ກໍສະແດງຄວາມ ຂອບໃຈຕໍ່ບັນດາທຸຕານຸທູດ, ອົງ ການຈັດຕັ້ງສາກົນປະຈໍາ ສປປ ລາວ ທີ່ໄດ້ສະໜັບສະໜູນ ແລະ ໃຫ້ກຽດມາຮ່ວມກອງປະຊຸມ ຂອງພວກເຮົາຄັ້ງນີ້. ໃນໂອກາດອັນສະຫງ່າລາ ສີນີ້, ຂ້າພະເຈົ້າຂໍອວຍພອນໄຊ ອັນປະເສີດມາຍັງທ່ານ ທອງລຸນ ສີສຸລິດ, ເລຂາທິການໃຫຍ່ຄະນະ ບໍລິຫານງານສູນກາງພັກ, ປະ ທານປະເທດ ແຫ່ງ ສປປ ລາວ, ທ່ານ ພັນຄໍາ ວິພາວັນ, ນາຍົກ ລັດຖະມົນຕີ ພ້ອມດ້ວຍບັນດາ ທ່ານຜູ້ນໍາພັກ-ລັດ, ອົງການແນວ ລາວສ້າງຊາດ ແລະ ອົງການຈັດ ຕັ້ງມະຫາຊົນ, ນັກປະຕິວັດອາ ວຸໂສ, ທ່ານແຂກທັງພາຍໃນ ແລະ ຕ່າງປະເທດ, ບັນດາທ່ານສະມາ ຊິກສະພາແຫ່ງຊາດ, ພະນັກງານ, ທະຫານ, ຕໍາຫຼວດ ພ້ອມດ້ວຍ ປະຊາຊົນລາວບັນດາເຜົ່າ ຈົ່ງ ມີສຸຂະພາບແຂງແຮງ, ມີຄວາມ ຜາສຸກ ແລະ ປະສົບຜົນສໍາເລັດ ໃນໜ້າທີ່ວຽກງານອັນມີກຽດສະ ຫງ່າຂອງບັນດາທ່ານ. ມາຮອດນີ້, ຂ້າພະເຈົ້າຂໍປະ ກາດ ປິດ ກອງປະຊຸມ ຄັ້ງປະຖົມມະ ລຶກຂອງສະພາແຫ່ງຊາດ ຊຸດທີ IX ຢ່າງເປັນທາງການນັບແຕ່ເວ ລານີ້ເປັນຕົ້ນໄປ. ຂໍຂອບໃຈ



 news to day and hot news

ຂ່າວມື້ນີ້ ແລະ ຂ່າວຍອດນິຍົມ

ຂ່າວມື້ນີ້












ຂ່າວຍອດນິຍົມ













ຫນັງສືພິມກອງທັບປະຊາຊົນລາວ, ສຳນັກງານຕັ້ງຢູ່ກະຊວງປ້ອງກັນປະເທດ, ຖະຫນົນໄກສອນພົມວິຫານ.
ລິຂະສິດ © 2010 www.kongthap.gov.la. ສະຫງວນໄວ້ເຊິງສິດທັງຫມົດ