ກອງທັບປະຊາຊົນລາວ
 
ວັນສຸກ, ວັນທີ 29 ມີນາ 2024

  

ກະຊວງ ຖວທ ຈັດຕັ້ງປາຖະກະຖາມູນເຊື້ອ ວັນສ້າງຕັ້ງກອງທັບປະຊາຊົນລາວ ຄົບຮອບ 70 ປີ
ເວລາອອກຂ່າວ: 2018-12-26 09:53:42 | ຜູ້ຂຽນ : ພິດສະໄໝ ສອນວິໄລ | ຈຳນວນຄົນເຂົ້າຊົມ: 105 | ຄວາມນິຍົມ:



ໃນວັນທີ 25 ທັນວາ 2018 ນີ້, ກະຊວງຖະແຫຼ່ງຂ່າວ, ວັດທະ ນະທໍາ ແລະ ທ່ອງທ່ຽວ(ຖວທ)ໄດ້ ຈັດຕັ້ງປາຖະກະຖາວັນສ້າງຕັ້ງ ກອງທັບປະຊາຊົນລາວຄົບຮອບ 70 ປີ ຂຶ້ນ ໂດຍການປະຖະກະ ຖາຂອງທ່ານ ພົນຈັດຕະວາ ຜາ ລົມ ລິນທອງ ກໍາມະການຄະນະ ພັກກະຊວງປ້ອງກັນປະເທດ, ຮອງຫົວໜ້າກົມໃຫຍ່ການ ເມືອງກອງທັບ, ໃຫ້ກຽດເຂົ້າ ຮ່ວມຮັບຟັງຂອງທ່ານ ບົວເງິນ ຊາພູວົງ ກຳມະການ ຄະນະພັກ ກະຊວງ ຮອງລັດຖະມົນຕີກະ ຊວງປ້ອງກັນປະເທດ, ມີຄະນະ ນຳກົມ, ຫ້ອງການ, ພະແນກການ, ພະນັກງານຫຼັກແຫຼ່ງຕະຫຼອດ ຮອດນັກຮຽນ-ນັກສຶກສາເຂົ້າ ຮ່ວມຮັບຟັງ. ທ່ານ ພົນຈັດຕະວາ ຜາລົມ ລິນທອງ ໄດ້ ຍົກໃຫ້ເຫັນປະ ຫວັດສາດ, ມູນ ເຊື້ອແຫ່ງການ ກຳເນີດເຕີບໃຫຍ່ ຂະຫຍາຍຕົວ, ລວມທັງຜົນງານ ແລະ ໄຊຊະນະ ທີ່ກອງທັບເຮົາ ຍາດມາໄດ້ຕະ ຫຼອດໄລຍະ 70 ປີຜ່ານມາ, ນັບ ຕັ້ງແຕ່ກອງທັບປະຊາ ຊົນລາວ ໄດ້ຮັບການສ້າງຕັ້ງຂຶ້ນ ໃນວັນທີ 20 ມັງກອນ 1949 ຢູ່ເຂດລາວ ຮຸ່ງພຽງສາເມືອງ ຊຽງຄໍ້ ແຂວງ ຫົວພັນ, ໂດຍ ແມ່ນປະທານໄກ ສອນ ພົມວິ ຫານ ເປັນຜູ້ປະກາດ ສ້າງຕັ້ງ ແລະ ຊີ້ນໍາບັນຊາ ໂດຍ ກົງນັບ ແຕ່ກອງທັບໄດ້ຮັບການ ສ້າງ ຕັ້ງຂຶ້ນກໍໄດ້ຮັບພາລະອັນ ໜັກ ໜ່ວງຕໍ່ສູ້ຕ້ານກັບຈັກກະພັດຜູ້ ຮຸກຮານທັງແບບເກົ່າ ແລະ ໃໝ່ ທີ່ມີອາວຸດ, ພາຫະນະສົງຄາມ ແລະ ກຳລັງພົນທີ່ເໜືອກວ່າແຕ່ ດ້ວຍນໍ້າໃຈຮັກຊາດເດັດດ່ຽວ ໜຽວແໜ້ນກອງທັບເຮົາກໍໄດ້ຕໍ່ສູ້ຢ່າງອົງອາດກ້າຫານຍາດ ໄດ້ ໄຊຊະນະເປັນກ້າວໆມາ ແລະ ສາມາດປົດປ່ອຍປະເທດຊາດ ຢ່າງສົມບູນ ແລະ ສະຖາປະນາ ສປປ ລາວ ຢ່າງເປັນທາງການ ໃນວັນທີ 2 ທັນວາ1975. ຈາກ ນັ້ນມາກອງທັບກໍໄດ້ເຮັດໜ້າທີ່ ເປັນກຳລັງຫຼັກແຫ່ງໃນພາລະກິດ ການປົກປັກຮັກສາປະເທດຊາດ ໃຫ້ມີຄວາມສະຫງົບ, ປອດໄພ ແລະ ຄວາມເປັນລະບຽບຮຽບ ຮ້ອຍທາງສັງຄົມສ້າງເງື່ອນໄຂ ໃຫ້ປະເທດຊາດໄດ້ສ້າງສາພັດ ທະນາຮອບດ້ານ, ຊີວິດການ ເປັນຢູ່ຂອງປະຊາຊົນນັບມື້ດີຂຶ້ນ ເປັນກ້າວໆ. ການປາຖະກະຖາຄັ້ງນີ້ກໍ ເພື່ອເປັນການສຶກສາອົບຮົມໃຫ້ພະນັກງານ, ລັດຖະກອນ ແລະ ປະຊາຊົນບັນດາເຜົ່າເປັນຕົ້ນ ແມ່ນຄົນຮຸ່ນໜຸ່ມໃຫ້ມີຄວາມ ຮັບຮູ້, ເຂົ້າໃຈ, ເຊື່ອມຊຶມກຳ ແໜ້ນມູນເຊື້ອ ແລະ ເຫດການ ສຳຄັນຂອງວັນດັ່ງກ່າວດ້ວຍ ຮູບການຕ່າງໆໃຫ້ກວ້າງຂວາງ ເລິກເຊິ່ງ ເພຶ່ອພ້ອມກັນປຸກລະ ດົມເສີມຂະຫຍາຍມູນເຊື້ອສຳຄັນ ໃນການຕໍ່ສູ້ກູ້ຊາດເຂົ້າໃນຂະ ບວນການເຄື່ອນໄຫວຈັດຕັ້ງປະ ຕິບັດມະຕິກອງປະຊຸມໃຫຍ່ ຂອງພັກ ແລະ ແຜນພັດທະນາ ເສດຖະກິດ-ສັງສົມຂອງລັດໃຫ້ ປາກົດຜົນເປັນຈິງ, ຕັ້ງໜ້າປັບ ປຸງ, ຮັດແໜ້ນຄວາມສາມັກຄີ ປອງດອງທົ່ວປວງຊົນ ພາຍໃຕ້ ຮົ່ມທຸງຂອງພັກ. ຍົົກສູງສະຕິ ລະວັງຕົວຕໍ່ກົນອຸບາຍຫັນປ່ຽນ ໂດຍສັນຕິຂອງພວກຄົນບໍ່ດີ, ເອົາໃຈໃສ່ຕ້ານ ແລະ ສະກັດກັ້ນ ສິ່ງຫຍໍ້ທໍ້ຕ່າງໆໃນສັງຄົມ, ເພິ່ມ ທະວີການຄຸ້ມຄອງລັດ, ຄຸ້ມຄອງ ສັງຄົມດ້ວຍກົດໝາຍໃຫ້ມີຄວາມ ສັກສິດ ເຊີດຊູນ້ຳໃຈເພິ່ງຕົນເອງ ກຸ້ມຕົນເອງ ແລະ ສ້າງຄວາມ ເຂັ້ມແຂງດ້ວຍຕົນເອງ, ເພື່ອພັດ ທະນາຕົນເອງ, ຄອບຄົວ ແລະ ປະເທດຊາດຫຼຸດພົ້ນອອກຈາກ ຄວາມທຸກຍາກ.



 news to day and hot news

ຂ່າວມື້ນີ້ ແລະ ຂ່າວຍອດນິຍົມ

ຂ່າວມື້ນີ້












ຂ່າວຍອດນິຍົມ













ຫນັງສືພິມກອງທັບປະຊາຊົນລາວ, ສຳນັກງານຕັ້ງຢູ່ກະຊວງປ້ອງກັນປະເທດ, ຖະຫນົນໄກສອນພົມວິຫານ.
ລິຂະສິດ © 2010 www.kongthap.gov.la. ສະຫງວນໄວ້ເຊິງສິດທັງຫມົດ