ກອງທັບປະຊາຊົນລາວ
 
ວັນສຸກ, ວັນທີ 29 ມີນາ 2024

  

ທະຫານແຂວງຊຽງຂວາງ ສະຫຼຸບຂະບວນການແຂ່ງຂັນ-ຍ້ອງຍໍຮັກຊາດ ແລະ ພັດທະນາ
ເວລາອອກຂ່າວ: 2021-04-01 09:55:16 | ຜູ້ຂຽນ : admin1 | ຈຳນວນຄົນເຂົ້າຊົມ: 1611 | ຄວາມນິຍົມ:



ວັນທີ 26 ມີນາ 2021 ນີ້, ກອງບັນຊາການທະຫານແຂວງ ຊຽງຂວາງ ໄດ້ຈັດຕັ້ງພິທີສະຫຼຸບ ການຈັດຕັ້ງປະຕິບັດຂະບວນການ ແຂ່ງຂັນ-ຍ້ອງຍໍຮັກຊາດ ແລະ ພັດທະນາ ໃນໄລຍະ 5 ປີທີ່ຜ່ານ ມາ ( 2016- 2020 ) ແລະ ຄາດໝາຍສູ້ຊົນປະຈຳປີ 2021 ຢູ່ທີ່ສະໂມສອນກົມກອງຂອງຕົນ ໂດຍການເປັນກຽດເຂົ້າຮ່ວມ ຂອງ ສະຫາຍ ພົນຈັດຕະວາ ຂັນ ທອງ ວົງອໍາຄາ ເລຂາຄະນະພັກ ຫົວໜ້າການເມືອງກອງບັນຊາ ການທະຫານແຂວງຊຽງຂວາງ ປະທານແຂງຂັນ-ຍ້ອງຍໍຮັກຊາດ ແລະ ພັດທະນາ, ມີບັນດາ ສະຫາຍ ຄະນະພັກ-ຄະນະບັນຊາພະແນກ ການ, ກົມກອງອ້ອມຂ້າງ, ກອງ ບັນຊາການທະຫານເມືອງ, ກອງພັນນ້ອຍ, ກອງຮ້ອຍເອກະລາດເຂົ້າຮ່ວມ. ສະຫາຍ ພັນໂທ ຄໍາອ້ວນ ພິມມະວົງ ຮອງຫົວໜ້າຫ້ອງ ການເມືອງ ຮອງປະທານແຂ່ງ ຂັນ-ຍ້ອງຍໍຮັກຊາດ ແລະ ພັດທະ ນາໄດ້ຂຶ້ນຜ່ານບົດສະຫຼຸບ ເຊິ່ງ ຕະຫຼອດໄລຍະ 5 ປີ ທີ່ຜ່ານມາ ຄະນະພັກ-ຄະນະບັນຊາແຕ່ລະ ຂັ້ນໄດ້ເອົາໃຈໃສ່ຊີ້ນໍາ-ນໍາພາ ແລະ ຜັນຂະຫຍາຍວຽກງານ ປ້ອງກັນຊາດ-ປ້ອງກັນຄວາມ ສະຫງົບຮອບດ້ານເອົາໃຈໃສ່ຍູ້ແຮງຂະບວນການສຶກສາອົບ ຮົມການເມືອງ-ນໍາພາແນວຄິດ, ປຸກລະດົມກໍາລັງທົ່ວປວງຊົນ ເຂົ້າໃນວຽກງານປ້ອງກັນຊາດ- ປ້ອງກັນຄວາມສະຫງົບຢູ່ຮາກ ຖານ, ໃຫ້ພະນັກງານ-ນັກຮົບ ໃຫ້ມີຄວາມອຸ່ນອຽນທຸ່ນທ່ຽງ, ເຊື່ອມຊຶມກໍາແໜ້ນແນວທາງນະໂຍບາຍຂອງພັກ-ລັດ ແລະ ປະຕິ ບັດຂໍ້ກໍານົດກົດລະບຽບຂອງ ກອງທັບ ເພື່ອເຮັດໜ້າທີ່ການ ເມືອງຂອງຕົນໃຫ້ມີຄວາມສະ ຫງົບໂດຍພື້ນຖານ. ໂດຍຕິດພັນ ກັບການແກ້ໄຂຊີວິດການເປັນຢູ່ ຂອງກົມກອງ ພາຍໃຕ້ຄໍາຂວັນ ທີ່ວ່າ ເພິ່ງຕົນເອງ, ກຸ້ມຕົນເອງ ແລະ ສ້າງຄວາມເຂັ້ມແຂງດ້ວຍ ຕົນເອງ ແຕ່ລະກົມກອງມີຄວາມຮັບປະກັນການສະໜອງຊີ້ນ-ປາ ແລະ ພືດຜັກປ້ອນເຂົ້າເຮືອນຄົວ ລວມໄດ້ 60%, ນອກນີ້ກໍໄດ້ ເຄື່ອນໄຫວພົວພັນກັບອໍາກາດ ການປົກຄອງທ້ອງຖິ່ນ, ພໍ່ແມ່ປະ ຊາຊົນບັນດາເຜົ່າຂອບເຂດກົມ ກອງຕັ້ງທັບຢູ່ຢ່າງແໜ້ນແຟ້ນ, ຮັກສາ ແລະ ເສີມຂະຫຍາຍມູນ ເຊື້ອອັນດີງາມລະຫວ່າງກອງ ທັບກັບປະຊາຊົນ ແລະ ປະຕິບັດ ຄໍາປະຕິຍານ 12 ຂໍ້ຕໍ່ປະຊາຊົນ ຢ່າງເຂັ້ມງວດ. ຜ່ານການຈັດຕັ້ງ ເຄື່ອນໄຫວໃນໄລຍະ 5 ປີ ທີ່ຜ່ານ ມາ ສາມາດປັບປຸງກໍ່ສ້າງໜ່ວຍ ພັກມີຄວາມປອດໃສ ເຂັ້ມແຂງ ໜັກແໜ້ນ ໄດ້ຈໍານວນ 10 ໜ່ວຍ ພັກ, ສ້າງກອງ 3 ປອດ: ປອດ ໃສ, ປອດໄພ, ປອດຄະດີ ແລະ ປອດ ຢາເສບຕິດ ໄດ້17 ກົມກອງ, ສ້າງນັກຮົບວັດທະນະທໍາ ໄດ້ 2973 ສະຫາຍ ແລະ ປະເມີນ ກອງວັດທະນະທໍາໄດ້ 1 ກົມກອງ, ຈາກຜົນງານການເຄື່ອນໄຫວ ປະຕິບັດໜ້າທີ່ວຽກງານທີ່ຜ່ານ ມາ ໄດ້ຮັບການຍ້ອງຍໍສັນລະເສີນ ກົມກອງລວມໝູ່ ໄດ້ຮັບຫຼຽນ ໄຊປະເພດຕ່າງໆໄດ້ 33 ກົມ ກອງ, ບຸກຄົນໄດ້ 2370 ສະຫາຍ ແລະ ໃບຍ້ອງຍໍ 2050 ສະຫາຍ. ໃນໂອກາດເຂົ້າຮ່ວມພິທີໃນ ຄັ້ງນີ້ ສະຫາຍ ພົນຈັດຕະວາ ຂັນທອງ ວົງອໍາຄາ ໄດ້ໃຫ້ກຽດໂອ້ ລົມກ່ອນອື່ນສະຫາຍໄດ້ສະ ແດງຄວາມຍ້ອງຍໍຊົມເຊີຍຕໍ່ ຜົນງານຜ່ານມາໃນຫຼາຍດ້ານ ແລະ ເນັ້ນໜັກໃຫ້ຄະນະພັກ-ຄະນະບັນຊາກົມກອງຈົ່ງພ້ອມ ກັນຕັ້ງໜ້າປັບປຸງກໍ່ສ້າງກໍາລັງ ຂັ້ນຂອງຕົນໃຫ້ມີສະຖຽນລະພາບ ທາງດ້ານການເມືອງ, ສຸມໃສ່ ສ້າງພະນັກງານນໍາພາ-ບັນຊາ ແລະ ວິຊາສະເພາະ ໃຫ້ມີລະດັບ ຄວາມຮູ້ຄວາມສາມາດອັນແນ່ ນອນ, ຍົກສູງຄຸນນະພາບໃນ ການເຝິກແອບຮໍ່າຮຽນສິລະປະ ຢຸດ-ຍຸດທະວິທີ, ສ້າງຄວາມຊຳນິ ຊຳນານໃນການນຳໃຊ້ອາວຸດຍຸດ ໂທປະກອນທີ່ທັນສະໄໝ, ຍົກສູງ ສະຕິ ແລະ ຄວາມສາມາດກຽມ ພ້ອມເຮັດສໍາເລັດໜ້າທີ່ຕາມການ ຈັດຕັ້ງຂັ້ນເທິງມອບໝາຍໃຫ້.



 news to day and hot news

ຂ່າວມື້ນີ້ ແລະ ຂ່າວຍອດນິຍົມ

ຂ່າວມື້ນີ້












ຂ່າວຍອດນິຍົມ













ຫນັງສືພິມກອງທັບປະຊາຊົນລາວ, ສຳນັກງານຕັ້ງຢູ່ກະຊວງປ້ອງກັນປະເທດ, ຖະຫນົນໄກສອນພົມວິຫານ.
ລິຂະສິດ © 2010 www.kongthap.gov.la. ສະຫງວນໄວ້ເຊິງສິດທັງຫມົດ