ກອງທັບປະຊາຊົນລາວ
 
ວັນພະຫັດ, ວັນທີ 28 ມີນາ 2024

  

ກອງພັນໃຫຍ່ 11 ປະກາດເລື່ອນຊັ້ນນາຍສິບ
ເວລາອອກຂ່າວ: 2021-04-01 10:30:04 | ຜູ້ຂຽນ : admin1 | ຈຳນວນຄົນເຂົ້າຊົມ: 1739 | ຄວາມນິຍົມ:



ໃນວັນທີ 24 ມີນາ 2021 ຢູ່ທີ່ສະໂມສອນ ກອງພັນໃຫຍ່ 11 ໄດ້ຈັດຕັ້ງປະກາດເລື່ອນຊັ້ນ ນາຍສິບ ໂດຍການເປັນປະທານ ຂອງ ສະຫາຍ ພັນໂທ ຄຳພອນ ບຸນມີໄຊ ຮອງຫົວໜ້າພະແນກ ເສນາທິການກອງພັນໃຫຍ່ 11, ມີຄະນະພັກ-ຄະນະບັນຊາພະນັກ ງານພ້ອມດ້ວຍຜູ້ທີ່ໄດ້ຮັບການ ເລື່ອນຊັ້ນໃໝ່ເຂົ້າຮ່ວມ. ສະຫາຍ ຮ້ອຍເອກ ຄຳຫຼ້າ ວິຄຳພັນ ຊ່ວຍວຽກຂະແໜງກຳ ລັງພົນ ກໍໄດ້ຂຶ້ນຜ່ານຂໍ້ຕົກລົງຂອງກົມໃຫຍ່ການເມືອງກອງທັບ ວ່າດ້ວຍການອະນຸມັດເລື່ອນ ຊັ້ນນາຍສິບ ໂດຍອີງຕາມຂໍ້ກຳ ນົດກົດລະບຽບການຂອງນາຍ ສິບ ແລະ ພົນທະຫານ ໃນກອງ ທັບປະຊາຊົນລາວ ໃນນີ້, ເລື່ອນຊັ້ນສິບເອກ ຂຶ້ນ ວາທີ ຈຳນວນ 19 ສະຫາຍ, ເລື່ອນ ຊັ້ນ ສິບໂທ ຂຶ້ນຊັ້ນ ສິບເອກ ຈຳ ນວນ 13 ສະຫາຍ ແລະ ເລື່ອນຊັ້ນ ສິບຕີ ຂຶ້ນຊັ້ນ ສິບໂທ ຈຳນວນ 47 ສະຫາຍ. ໂດຍ: ອິນກອງ ສຸກໄຊຍະ



 news to day and hot news

ຂ່າວມື້ນີ້ ແລະ ຂ່າວຍອດນິຍົມ

ຂ່າວມື້ນີ້












ຂ່າວຍອດນິຍົມ













ຫນັງສືພິມກອງທັບປະຊາຊົນລາວ, ສຳນັກງານຕັ້ງຢູ່ກະຊວງປ້ອງກັນປະເທດ, ຖະຫນົນໄກສອນພົມວິຫານ.
ລິຂະສິດ © 2010 www.kongthap.gov.la. ສະຫງວນໄວ້ເຊິງສິດທັງຫມົດ