ກອງທັບປະຊາຊົນລາວ
 
ວັນສຸກ, ວັນທີ 29 ມີນາ 2024

  

ກົມກໍ່ສ້າງຮາກຖານ ອວຍພອນ ກົມຄຸ້ມຄອງສຳມະໂນຄົວ ແລະ ກໍ່ສ້າງຮາກຖານ
ເວລາອອກຂ່າວ: 2021-04-01 10:35:56 | ຜູ້ຂຽນ : admin1 | ຈຳນວນຄົນເຂົ້າຊົມ: 536 | ຄວາມນິຍົມ:



ໃນວັນທີ 30 ມີນາ 2021 ນີ້, ຄະນະ ກົມກໍ່ສ້າງຮາກຖານຄະ ນະກົມໃຫຍ່ການເມືອງກອງທັບ ນໍາໂດຍ ສະຫາຍ ພັນເອກ ຄຳຮັງ ໄຊມຸງຄຸນ ຮອງຫົວໜ້າກົມກໍ່ສ້າງ ຮາກຖານກົມໃຫຍ່ການເມືອງ ກອງທັບ ພ້ອມດ້ວຍຄະນະໄດ້ນໍາ ເອົາກະຕ່າຂອງຂວັນ ແລະ ກະຕ່າ ດອກໄມ້ເຂົ້າອວຍພອນຄະນະກົມ ຄຸ້ມຄອງສຳມະໂນຄົວ ແລະ ກໍ່ ສ້າງຮາກຖານກະຊວງປ້ອງກັນ ຄວາມສະຫງົບ ເນື່ອງໃນໂອກາດ ວັນສ້າງຕັ້ງກຳລັງປ້ອງກັນຄວາມ ສະຫງົບທີ່ຈະໝູນວຽນມາ ຄົບ ຮອບ 60 ປີ (5 ເມສາ 1961- 5 ເມສາ 2021). ໂດຍການຕ້ອນຮັບ ຂອງ ສະຫາຍ ພັນເອກ ໜູໃບ ອິນ ທິສານ ຄະນະພັກກະຊວງ, ຫົວ ໜ້າກົມຄຸ້ມຄອງສຳມະໂນຄົວ ແລະ ກໍ່ສ້າງຮາກຖານພ້ອມຄະນະ. ໂອກາດດັ່ງກ່າວ, ສະຫາຍ ພັນ ເອກ ຄຳຮັງ ໄຊມົງຄຸນ ໄດ້ຕາງ ໜ້າຄະນະ ຍົກໃຫ້ເຫັນມູນເຊື້ອ ການກຳເນີດເຕີບໃຫຍ່ຂະຫຍາຍ ຕົວ ລວມທັງຜົນງານ ແລະ ໄຊ ຊະນະທີ່ກໍາລັງປ້ອງກັນຄວາມ ສະຫງົບຍາດໄດ້ຕະຫຼອດໄລຍະ 60 ປີຜ່ານມາ, ຍົກໃຫ້ເຫັນການ ພົວພັນເຊິ່ງກັນ ແລະ ກັນລະ ຫວ່າງກົມກໍ່ສ້າງຮາກຖານກົມ ໃຫຍ່ການເມືອງກອງທັບ ກັບກົມ ຄຸ້ມຄອງສຳມະໂນຄົວ ແລະ ກໍ່ ສ້າງຮາກຖານກະຊວງປ້ອງກັນ ຄວາມສະຫງົບໃນໄລຍະຜ່ານມາ, ພ້ອມທັງກ່າວຄໍາອວຍພອນອັນ ອົບອຸ່ນມາຍັງພະນັກງານ-ນັກຮົບ ກຳລັງປ້ອງກັນຄວາມສະຫງົບທຸກ ສະຫາຍ ໂດຍສະເພາະຄະນະກົມ ຄຸ້ມຄອງສຳມະໂນຄົວ ແລະ ກໍ່ສ້າງ ຮາກຖານຕະຫຼອດຮອດພະນັກ ງານ-ນັກຮົບຈົ່ງມີສຸຂະພາບເຂັ້ມ ແຂງ, ສືບຕໍ່ເຮັດສຳເລັດໜ້າທີ່ການ ເມືອງຂອງຕົນໃນໄລຍະໃໝ່. ສະຫາຍ ພັນເອກ ໜູໃບ ອິນທິ ສານ ໄດ້ຕາງໜ້າໃຫ້ຄະນະນຳ ຂອງກົມ ແລະ ພະນັກງານ-ນັກ ຮົບກ່າວສະແດງຄວາມຂອບໃຈ ມາຍັງຄະນະກົມກໍ່ສ້າງຮາກຖານ ກົມໃຫຍ່ການເມືອງກອງທັບທີ່ ເຫັນໄດ້ຄວາມໝາຍສໍາຄັນຂອງ ວັນສ້າງຕັ້ງກຳລັງປ້ອງກັນຄວາມ ສະຫງົບ ຈຶ່ງໄດ້ນໍາເອົາຄໍາອວຍ ພອນອັນອົບອຸ່ນ ແລະ ກະຕ່າຂອງ ຂວັນມາມອບໃຫ້ໃນຄັ້ງນີ້, ເຊິ່ງ ເປັນການເສີມຂະຫຍາຍຄວາມ ສາມັກຄີທີ່ມີຢູ່ແລ້ວນັ້ນໃຫ້ແໜ້ນ ແຟ້ນຂຶ້ນຕື່ມ. ພ້ອມທັງອວຍຄືນ ໃຫ້ຄະນະຈົ່ງມີສຸຂະພາບເຂັ້ມ ແຂງ, ເຮັດສໍາເລັດໜ້າທີ່ວຽກງານ ດ້ວຍໝາກຜົນສູງ ແລະ ສືບຕໍ່ເສີມ ຂະຫຍາຍຄວາມສາມັກຄີມິດຕະ ພາບລະຫວ່າງສອງກົມກອງໃຫ້ ນັບມື້ກ້າວຂຶ້ນຢ່າງບໍ່ຢຸດຢັ້ງ. ໂດຍ: ເພັດ ສົມນໍວັນ



 news to day and hot news

ຂ່າວມື້ນີ້ ແລະ ຂ່າວຍອດນິຍົມ

ຂ່າວມື້ນີ້












ຂ່າວຍອດນິຍົມ













ຫນັງສືພິມກອງທັບປະຊາຊົນລາວ, ສຳນັກງານຕັ້ງຢູ່ກະຊວງປ້ອງກັນປະເທດ, ຖະຫນົນໄກສອນພົມວິຫານ.
ລິຂະສິດ © 2010 www.kongthap.gov.la. ສະຫງວນໄວ້ເຊິງສິດທັງຫມົດ