ກອງທັບປະຊາຊົນລາວ
 
ວັນສຸກ, ວັນທີ 29 ມີນາ 2024

  

ທ່ານເຈົ້າເມືອງ ເມືອງ ວິລະບູລີ ມອບເງິນປະກອບສ່ວນ ສ້າງເຮືອນນອນໃຫ້ ກອງຮ້ອຍ 35 ທະຫານແຂວງ ສະຫວັນນະເຂດ
ເວລາອອກຂ່າວ: 2018-12-26 10:11:59 | ຜູ້ຂຽນ : ພິດສະໄໝ ສອນວິໄລ | ຈຳນວນຄົນເຂົ້າຊົມ: 5633 | ຄວາມນິຍົມ:



ໃນຕອນບ່າຍຂອງວັນທີ 17 ທັນວາ 2018 ນີ້ ທ່ານ ຄຳຜຸຍ ສີບຸນເຮືອງ ກຳມະການພັກ ແຂວງ ເລຂາພັກເມືອງ ເຈົ້າ ເມືອງວິລະບູລີ ໄດ້ມອບເງິນຈຳ ນວນ 3.000.000 ກີບ ໃຫ້ ກອງບັນຊາການທະຫານແຂວງ ສະຫວັນນະເຂດ ເພື່ອເປັນການ ປະກອບສ່ວນສ້າງເຮືອນນອນ ໃຫ້ກອງຮ້ອຍ 35 ທີຂື້ນກັບທະ ຫານແຂວງ,ໂດຍການກ່າວຮັບ ຂອງ ພັນເອກ ຈະເລີນ ວົງວິໄຊ ເລຂາຄະນະພັກ ຫົວໜ້າການ ເມືອງ ກອງບັນຊາການທະຫານ ແຂວງສະຫວັນນະເຂດ,ມີຄະນະ ພັກ ພະແນກການທີ່ກ່ຽວຂ້ອງ ເຂົ້າຮ່ວມເປັນສັກຂີພະຍານ. ພັນເອກ ຈະເລີນ ວົງວິໄຊ ຫົວ ໜ້າການເມືອງກອງບັນຊາການ ທະຫານແຂວງ ກໍໄດ້ກ່າວສະ ແດງຄວາມຂອບອົກຂອບໃຈ ແລະ ອວຍພອນໄຊອັນປະເສີດ ໃຫ້ທ່ານ ຄຳຜຸຍ ສີບຸນເຮືອງ ກຳ ມະການພັກແຂວງ ເລຂາພັກ ເມືອງ ເຈົ້າເມືອງ ວິລະບູລີ ຈົ່ງ ມີແຕ່ສຸຂະພາບເຂັ້ມແຂງ ຊີ້ນຳ- ນໍາພາເມືອງວິລະບູລີໃຫ້ມີການ ພັດທະນາກ້າວຂື້ນໄປຢ່າງບໍ່ຢຸດ ຢັ້ງ ພ້ອມທັງໃຫ້ຄໍາໝັ້ນສັນຍາ ວ່າຈະນໍາເອົາເງິນດັ່ງກ່າວນີ້ໄປ ນຳໃຊ້ເຂົ້າໃນການກໍ່ສ້າງເຮືອນ ນອນຢູ່ກອງຮ້ອຍ 35 ໃຫ້ຖືກ ຕ້ອງຕາມເປົ້າໝາຍ. ໂດຍ: ພານິດ ພິລາວົງ



 news to day and hot news

ຂ່າວມື້ນີ້ ແລະ ຂ່າວຍອດນິຍົມ

ຂ່າວມື້ນີ້












ຂ່າວຍອດນິຍົມ













ຫນັງສືພິມກອງທັບປະຊາຊົນລາວ, ສຳນັກງານຕັ້ງຢູ່ກະຊວງປ້ອງກັນປະເທດ, ຖະຫນົນໄກສອນພົມວິຫານ.
ລິຂະສິດ © 2010 www.kongthap.gov.la. ສະຫງວນໄວ້ເຊິງສິດທັງຫມົດ