ກອງທັບປະຊາຊົນລາວ
 
ວັນສຸກ, ວັນທີ 29 ມີນາ 2024

  

ກົມເສນາຮັກ ເຄື່ອນໄຫວເຜີຍແຜ່ມາດຕະຖານໂຮງໝໍ 5 ດີ 1 ພໍໃຈຢູ່ໂຮງໝໍທະຫານແຂວງສາວັນ
ເວລາອອກຂ່າວ: 2021-04-07 09:52:16 | ຜູ້ຂຽນ : admin1 | ຈຳນວນຄົນເຂົ້າຊົມ: 167 | ຄວາມນິຍົມ:



ໃນວັນທີ 29 ມີນາ 2021 ນີ້, ກົມເສນາຮັກ ກົມໃຫຍ່ພະລາ ທິການກອງທັບ ໄດ້ເຄື່ອນໄຫວເຜີຍແຜ່ວຽກງານມາດຕະຖານຂອງໂຮງໝໍ 5 ດີ, 1 ພໍໃຈ ໃຫ້ແກ່ບັນດາພະນັກງານແພດໝໍໂຮງໝໍທະຫານແຂວງສາລະວັນ ໂດຍການເປັນປະທານຂອງ ສະຫາຍ ພັນເອກ ດຣ ນາງ ວັນເພັງ ພວງສາວະດີ ຮອງ ຫົວໜ້າກົມເສນາຮັກ ກົມໃຫຍ່ ພະລາທິການກອງທັບ, ມີຄະນະ ພັກ-ຄະນະອໍານວຍການ ພ້ອມ ດ້ວຍພະນັກງານ-ນັກຮົບ ພາຍໃນ ໂຮງໝໍທະຫານແຂວງສາລະວັນ ເຂົ້າຮ່ວມ. ສະຫາຍ ພັນໂທ ດຣ ນາງ ຈັນສະໝອນ ວັນລາສີ ຮອງຫົວ ໜ້າພະແນກອົບຮົມໂຮງໝໍສູນ ກາງ 103 ກອງທັບ ໄດ້ໃຫ້ ກຽດຂຶ້ນເຜີຍແຜ່ເອກະສານກ່ຽວ ກັບ ມາດຕະຖານໂຮງໝໍ 5 ດີ, 1 ພໍໃຈ, ເປັນຕົ້ນ ເອກະສານ ການຕ້ອນຮັບດີ, ຄວາມສະ ອາດດີ, ຄວາມສະດວກດີ, ການບົ່ງມະຕິພະຍາດຊັດເຈນ ດີ, ການປິ່ນປົວດີ ແລະ ເຜີຍແຜ່ ເອກະສານທີ່ສຳຄັນອື່ນໆ ອີກ ຈຳນວນໜຶ່ງ ທັງນີ້, ກໍເພື່ອເຮັດ ໃຫ້ຄົນເຈັບ ທີ່ມາໃຊ້ບໍລິການເກີດ ມີຄວາມພໍໃຈ ແລະ ພ້ອມທັງ ໄດ້ອະທິບາຍຊີ້ແຈງຢ່າງລະອຽດ ກ່ຽວກັບເອກະສານດັ່ງກ່າວ ເພື່ອເຮັດໃຫ້ພະນັກງານແພດໝໍ ແຕ່ລະສະຫາຍ ໄດ້ມີຄວາມຮັບ ຮູ້-ເຂົ້າໃຈໃນການບໍລິການ ປີ່ນ ປົວຄົນເຈັບໃຫ້ໄດ້ຢ່າງທົ່ວເຖິງ. ສະຫາຍ ພັນເອກ ດຣ ນາງ ວັນເພັງ ພວງສາວະດີ ໄດ້ສະ ແດງຄວມຍ້ອງຍໍຊົມເຊີຍຕໍ່ຜົນ ງານທີ່ພະນັກງານ-ນັກຮົບໃນ ທົ່ວໂຮງໝໍທະຫານແຂວງ ສາລະວັນ ຍາດມາໄດ້ຕະຫຼອດ ໄລຍະທີ່ຜ່ານມາ ແລະ ເນັ້ນ ໜັກໃຫ້ພະນັກງານ-ນັກຮົບແພດ ໝໍທຸກສະຫາຍ ຈົ່ງພ້ອມກັນເກັບ ກຳເອົາເນື້ອໃນເອກະສານ ທີ່ນຳມາເຜີຍແຜ່ໃນຄັ້ງນີ້ ໄປ ໝູນໃຊ້ເຂົ້າໃນໜ້າທີ່ວຽກງານ ຂອງຕົນ, ສືບຕໍ່ເຄື່ອນໄຫວປະ ຕິບັດໜ້າທີ່ວິຊາສະເພາະ ທີ່ ການຈັດຕັ້ງຂັ້ນເທິງມອບໝາຍ ໃຫ້ເປັນຂະບວນການຟົດຟື້ນຕໍ່ ເນື່ອງ, ເພີ່ມທະວີຄວາມສາມັກ ຄີພາຍໃນໃຫ້ໜັກແໜ້ນ, ພາຍ ນອກໃຫ້ກວ້າງຂວາງ, ຮັກສາ ໄດ້ຈັນຍາບັນ, ຈັນຍາທຳຂອງ ພະນັກງານແພດໝໍປະຕິວັດ ເພື່ອຮັບໃຊ້ໃຫ້ແກ່ພະນັກງານ-ນັກຮົບ ກໍຄືປະຊາຊົນ ທີ່ມາໃຊ້ ບໍລິການປີ່ນປົວ, ມີຄວາມຕັດສິນ ໃຈຜ່ານຜ່າຂໍ້ຫຍຸ້ງຍາກດ້ານ ຕ່າງໆ ແລະ ປະຕິບັດໃຫ້ໄດ້ຕາມມາດຕະຖານຂອງໂຮງໝໍ 5 ດີ, 1 ພໍໃຈ ຢ່າງເຂັ້ມງວດ. ໂດຍ: ບຸນກອງ ຄຳປະສົງ



 news to day and hot news

ຂ່າວມື້ນີ້ ແລະ ຂ່າວຍອດນິຍົມ

ຂ່າວມື້ນີ້












ຂ່າວຍອດນິຍົມ













ຫນັງສືພິມກອງທັບປະຊາຊົນລາວ, ສຳນັກງານຕັ້ງຢູ່ກະຊວງປ້ອງກັນປະເທດ, ຖະຫນົນໄກສອນພົມວິຫານ.
ລິຂະສິດ © 2010 www.kongthap.gov.la. ສະຫງວນໄວ້ເຊິງສິດທັງຫມົດ