ກອງທັບປະຊາຊົນລາວ
 
ວັນພະຫັດ, ວັນທີ 28 ມີນາ 2024

  

ໂຮງຮຽນທິດສະດີການເມືອງກອງທັບ ປາຖະກະຖາມູນເຊື້ອວັນສ້າງຕັ້ງກຳລັງ ປກສ ຄົບຮອບ 60 ປີ
ເວລາອອກຂ່າວ: 2021-04-07 09:55:46 | ຜູ້ຂຽນ : admin1 | ຈຳນວນຄົນເຂົ້າຊົມ: 78 | ຄວາມນິຍົມ:



ວັນທີ 2 ເມສານີ້, ໂຮງຮຽນ ທິດສະດີການເມືອງກອງທັບ ໄດ້ຈັດຕັ້ງປາຖະກະຖາເລົ່າຄືນມູນເຊື້ອວັນສ້າງຕັ້ງກຳລັງປ້ອງກັນ ຄວາມສະຫງົບ (ປກສ) ຄົບຮອບ 60 ປີ, ໂດຍການປາຖະກະຖາ ຂອງ ສະຫາຍ ພົນຈັດຕະວາ ຄໍາສາຍ ຈັນທະວົງ ກໍາມະການ ຄະນະພັກກະຊວງ ຮອງຫົວໜ້າ ກົມໃຫຍ່ການເມືອງກະຊວງປ້ອງ ກັນຄວາມສະຫງົບ, ມີສະຫາຍ ພົນ ຈັດຕະວາ ປອ ຄໍາຜາຍ ສະພັງ ເໜືອ ຫົວໜ້າການເມືອງໂຮງ ຮຽນທິດສະດີການເມືອງກອງທັບ ພ້ອມດ້ວຍຄະນະພັກ-ຄະນະ ບັນຊາ, ພະນັກງານຫຼັກແຫຼ່ງ ແລະ ພະນັກງານ-ນັກຮົບເຂົ້າ ຮ່ວມຮັບຟັງ. ໃນພິທີພາຍຫຼັງຮັບຊົມການ ສາຍຟີມມູນເຊື້ອຂອງກຳລັງປ້ອງກັນຄວາມສະຫງົບແລ້ວ, ສະຫາຍ ພົນຈັດຕະວາ ຄໍາສາຍ ຈັນທະ ວົງ ໄດ້ເລົ່າຄືນມູນເຊື້ອແຫ່ງ ການກໍາເນີດ, ການປັບປຸງກໍ່ສ້າງ ເຕີບໃຫຍ່ເຂັ້ມແຂງຂອງກຳລັງ ປ້ອງກັນຄວາມສະຫງົບ ລວມທັງ ຜົນງານ ແລະ ໄຊຊະນະທີ່ສາມາດ ຍາດໄດ້ຕະຫຼອດໄລຍະ 60 ປີ ຜ່ານມາ, ການກຳເນີດຂອງກຳ ລັງປ້ອງກັນຄວາມສະຫງົບປະ ຊາຊົນແມ່ນເຫດການປະຫວັດ ສາດໜຶ່ງທີ່ສໍາຄັນຂອງຊາດ, ທັງ ແມ່ນບາດກ້າວຂະຫຍາຍຕົວ ຂອງການປະຕິວັດຊາດລາວ, ກຳ ລັງປ້ອງກັນຄວາມສະຫງົບແມ່ນ ກຳລັງປະກອບອາວຸດໜຶ່ງທີ່ສໍາ ຄັນໃນການປົກປ້ອງແນວທາງ, ປົກປ້ອງອຸດົມການສັງຄົມນິຍົມ, ເປັນກຳລັງຫຼັກແຫຼ່ງໃນການປົກ ປັກຮັກສາຄວາມສະຫງົບສຸກ, ຄວາມເປັນລະບຽບຮຽບຮ້ອຍ ແລະ ຄວາມປອດໄພຂອງສັງຄົມ, ນັບແຕ່ໄດ້ຮັບການສ້າງຕັ້ງຂຶ້ນ ກຳລັງປ້ອງກັນຄວາມສະຫງົບ ໄດ້ຄຽງບ່າຄຽງໄຫຼ່ກັບກອງທັບ ແລະ ປະຊາຊົນລາວບັນດາເຜົ່າ ຕໍ່ສູ້ຕ້ານການຮຸກຮານຂອງຈັກ ກະພັດພາຍນອກ ແລະ ລູກແຫຼ້ງ ຕີນມືຂາຍຊາດ ເພື່ອຍາດເອົາ ຄວາມເປັນເອກະລາດແຫ່ງຊາດມາໃຫ້ປະຊາຊົນ, ໂດຍພາຍໃຕ້ ການນໍາພາຂອງພັກປະຊາຊົນປະ ຕິວັດລາວ ຕໍ່ສູ້ອັນຍືດເຍື້ອຍາວ ນານ, ລະອິດລະອ້ຽວ, ບໍ່ຍອມ ຈຳນົນຕໍ່ສັດຕູຈົນໄດ້ຮັບໄຊຊະນະ ໃນຫຼາຍບັ້ນຮົບກ້າວໄປສູ່ການສະ ຖາປະນາ ສປປ ລາວ ຢ່າງສະ ຫງ່າຜ່າເຜີຍ ໃນວັນທີ 2 ທັນວາ 1975. ພ້ອມດຽວກັນນັ້ນ, ກໍາ ລັງປ້ອງກັນຄວາມສະຫງົບ ປະ ຊາຊົນກໍໄດ້ເອົາໃຈໃສ່ປັບປຸງກໍ່ ສ້າງກໍາລັງຕົນເອງນັບມື້ເຕີບ ໃຫຍ່ຂະຫຍາຍຕົວ, ມີຄວາມໜັກ ແໜ້ນເຂັ້ມແຂງໃນທຸກດ້ານ, ໄດ້ ກາຍເປັນກໍາລັງຫຼັກແຫຼ່ງໃນ ການປະຕິບັດ 2 ໜ້າທີ່ຍຸດທະສາດ ຄືປົກປັກຮັກສາ ແລະ ສ້າງສາ ພັດທະນາປະເທດຊາດ ຕະຫຼອດ ມາ. ໂດຍ: ນາງ ຍ້ອມເພັດ



 news to day and hot news

ຂ່າວມື້ນີ້ ແລະ ຂ່າວຍອດນິຍົມ

ຂ່າວມື້ນີ້












ຂ່າວຍອດນິຍົມ













ຫນັງສືພິມກອງທັບປະຊາຊົນລາວ, ສຳນັກງານຕັ້ງຢູ່ກະຊວງປ້ອງກັນປະເທດ, ຖະຫນົນໄກສອນພົມວິຫານ.
ລິຂະສິດ © 2010 www.kongthap.gov.la. ສະຫງວນໄວ້ເຊິງສິດທັງຫມົດ