ກອງທັບປະຊາຊົນລາວ
 
ວັນສຸກ, ວັນທີ 29 ມີນາ 2024

  

ໂຮງຮຽນການທະຫານທ້ອງຖິ່ນ ແຂວງວຽງຈັນ ປິດຊຸດອົບຮົມ-ຫັດແອບທະຫານໃໝ່
ເວລາອອກຂ່າວ: 2021-04-07 11:19:43 | ຜູ້ຂຽນ : admin1 | ຈຳນວນຄົນເຂົ້າຊົມ: 78 | ຄວາມນິຍົມ:



ໃນວັນທີ 6 ເມສາ 2021 ນີ້, ໂຮງຮຽນທະຫານທ້ອງຖິ່ນ ແຂວງວຽງຈັນ ໄດ້ປິດຊຸດອົບຮົມ-ຫັດແອບທະຫານໃໝ່ ປະຈຳປີ 2020, ພາຍຫຼັງທີ່ໄດ້ອົບຮົມ-ຫັດ ແອບມາເປັນເວລາ 90 ວັນ, ໂດຍ ການເປັນປະທານຂອງ ສະຫາຍ ພົນຈັດຕະວາ ບຸນມາ ວົງດາລາ ແສນ ຄະນະປະຈຳພັກແຂວງ ເລຂາຄະນະພັກ ຫົວໜ້າການທະ ຫານກອງບັນຊາການທະຫານ ແຂວງວຽງຈັນ, ມີຄະນະພັກ-ຄະນະບັນຊາອົງການ 5 ຫ້ອງ, ຄະນະອຳນວຍການໂຮງຮຽນ, ຄູ-ອາຈານ ແລະ ທະຫານໃໝ່ ເຂົ້າຮ່ວມ. ສະຫາຍ ພັນໂທ ມີໄຊ ສິງວົງ ທຳ ຫົວໜ້າການເມືອງໂຮງຮຽນ ທະຫານທ້ອງຖິ່ນແຂວງວຽງຈັນ ໄດ້ຜ່ານບົດສະຫຼຸບຕະຫຼອດໄລ ຍະເຝິກແອບຮຳ່ຮຽນສາມາດ ປະຕິບັດ ແລະ ບັນລຸຕາມແຜນ ການອົບຮົມມັນສະແດງອອກ ພາກການເມືອງ 90 %, ໃນນັ້ນ ມີຂັ້ນເກັ່ງ 140 ສະຫາຍ, ຂັ້ນ ກາງ 55 ສະຫາຍ, ຄາດໝາຍ 19 ສະຫາຍ, ວິຊາລະບຽບ-ກີ ລາ 153 ສະຫາຍ, ຂັ້ນກາງ 47 ສະຫາຍ, ຄາດໝາຍ 14 ສະ ຫາຍ, ວິຊາສິລະປະຍຸດ, ຂັ້ນເກັ່ງ 150 ສະຫາຍ, ຂັ້ນກາງ 50 ສະ ຫາຍ, ຄາດໝາຍ 14 ສະຫາຍ, ວິ ຊາຍຸດທະວິທີຂັ້ນເກັ່ງ 178 ສະ ຫາຍ, ຂັ້ນກາງ 49 ສະຫາຍ, ຄາດໝາຍ, 13 ສະຫາຍ, ພະ ລາທິການຂັ້ນເກັ່ງ 140 ສະຫາຍ, ຂັ້ນກາງ 60, ຄາດໝາຍ 14 ສະຫາຍ, ຕີລາຄາຄຸນນະພາບ ການຮຽນຂັ້ນກາງ, ຈາກນັ້ນກໍ ໄດ້ ມອບໃບຢັ້ງຢືນໃຫ້ທະຫານໃໝ່ ຈຳນວນ 214 ສະຫາຍ, ຍິງ 32 ສະຫາຍ, ເປັນກຽດມອບ ໂດຍແມ່ນ ສະຫາຍ ພັນໂທ ຄຳ ຜາຍ ອ້ວນວິໄລ ຄະນະພັກກອງ ບັນຊາການອຳນວຍການໂຮງ ຮຽນທະຫານທ້ອງຖິ່ນແຂວງ ວຽງຈັນ, ພ້ອມດຽວກັນນັ້ນຍັງໄດ້ມອບໃບຍ້ອງຍໍຂັ້ນກອງບັນ ຊາການ ແລະ ຂັ້ນໂຮງຮຽນໃຫ້ອ້າຍນ້ອງທະຫານໃໝ່ຜູ້ທີ່ຮຽນດີ ຮຽນເກັ່ງ ແລະ ປະຕິບັດກົດລະ ບຽບວິໄນດີຈຳນວນໜຶ່ງ. ໂອກາດນີ້ ສະຫາຍ ພົນຈັດຕະ ວາ ບຸນມາ ວົງດາລາແສນ ກໍໄດ້ ສະແດງຄວາມຍ້ອງຍໍຊົມເຊີຍ ຕໍ່ຄະນະຮັບຜິດຊອບ ແລະ ອ້າຍນ້ອງທະຫານໃໝ່ທີ່ໄດ້ພ້ອມກັນສໍາເລັດຊຸດອົບຮົມໃນຄັ້ງນີ້ ພ້ອມ ທັງຮຽກຮ້ອງໃຫ້ອ້າຍນ້ອງທະ ຫານໃໝ່ທຸກສະຫາຍຈົ່ງເພີ່ມທະ ວີຄວາມສາມັກຄີເປັນປຶກແຜ່ນ ເຊື່ອໝັ້ນຕໍ່ການນຳພາຂອງພັກ ກຳໄດ້ທິດສະດີຫຼັກການ ແລະ ນຳ ເອົາບົດຮຽນທີ່ຮຽນມາ ເພື່ອປະ ກອບສ່ວນເຂົ້າໃນການປະຕິບັດ ໜ້າທີ່ໃຫ້ປາກົດຜົນເປັນຈິງ. ໂດຍ: ຈັນທະຈອນ ສີສະເກດ



 news to day and hot news

ຂ່າວມື້ນີ້ ແລະ ຂ່າວຍອດນິຍົມ

ຂ່າວມື້ນີ້












ຂ່າວຍອດນິຍົມ













ຫນັງສືພິມກອງທັບປະຊາຊົນລາວ, ສຳນັກງານຕັ້ງຢູ່ກະຊວງປ້ອງກັນປະເທດ, ຖະຫນົນໄກສອນພົມວິຫານ.
ລິຂະສິດ © 2010 www.kongthap.gov.la. ສະຫງວນໄວ້ເຊິງສິດທັງຫມົດ