ກອງທັບປະຊາຊົນລາວ
 
ວັນພະຫັດ, ວັນທີ 28 ມີນາ 2024

  

ວປກ ສະເຫຼີມສະຫຼອງວັນສ້າງຕັ້ງສາຍພົວພັນການທູດ ລາວ-ອິນເດຍ ຄົບຮອບ 65 ປີ
ເວລາອອກຂ່າວ: 2021-04-07 11:30:12 | ຜູ້ຂຽນ : admin1 | ຈຳນວນຄົນເຂົ້າຊົມ: 185 | ຄວາມນິຍົມ:



ວັນທີ 6 ເມສາ 2021 ນີ້, ວິ ທະຍາຄານປ້ອງກັນຊາດ ໄກ ສອນ ພົມວິຫານ (ວປກ) ໄດ້ຈັດ ພິທີສະເຫຼີມສະຫຼອງວັນສ້າງຕັ້ງ ສາຍພົວພັນການທູດລາວ-ອິນ ເດຍ ຄົບຮອບ 65 ປີ, ໂດຍການ ເຂົ້າຮ່ວມຂອງທ່ານ ອັດທານາ ເອກອັກຄະລັດຖະທູດ ຜູ້ມີອຳນາດ ເຕັມແຫ່ງ ສ ອິນເດຍ ປະຈໍາລາວ, ມີທ່ານ ພົນຕີ ອ່ອນສີ ແສນສຸກ ຮອງລັດຖະມົນຕີກະຊວງປ້ອງ ກັນປະເທດ, ຄະນະພັກ-ຄະນະບັນ ຊາ ວປກ, ຄູ-ອາຈານ ແລະ ນັກ ຮຽນນັກສຶກສາເຂົ້າຮ່ວມ. ໃນພິທີ ທ່ານ ອັດທານາ ເອກ ອັກຄະລັດຖະທູດ ສ ອິນເດຍ ແລະ ທ່ານ ພົນຕີ ຄໍາຫຼ້າ ພັນໄຊຍະສຸກ ຫົວໜ້າການເມືອງ ວປກ ໄດ້ ຜັດປ່ຽນກັນມີຄໍາເຫັນ ໂດຍໄດ້ ຍົກໃຫ້ເຫັນການພົວພັນຮ່ວມມື ລະຫວ່າງ ສປປ ລາວ-ສ ອິນເດຍ ຕະຫຼອດໄລຍະ 65 ປີຜ່ານມາ, ປະເທດອິນເດຍ ແລະ ປະເທດ ລາວ ໄດ້ຮ່ວມປະຫວັດສາດການ ເຊື່ອມໂຍງດ້ານສາສະໜາ, ວັດ ທະນາທຳ ແລະ ປະຊາຊົນ ທີ່ ຍາວນານ, ທັງເປັນຄູ່ຮ່ວມພັດທະ ນາບົນພື້ນຖານສິດສະເໝີພາບ, ເຄົາລົບອະທິປະໄຕແຫ່ງຊາດ, ບົນພື້ນຖານຜົນປະໂຫຍດໃນ ການພັດທະນາ ແລະ ການຍົກ ລະດັບຊີວິດການເປັນ ຢູ່ຂອງ ປະຊາຊົນ, ສາຍພົວພັນດ້ານ ການທູດລະຫວ່າງສອງປະເທດ ໄດ້ມີການພັດທະນາປ່ຽນແປງ ໃນຫລາຍດ້ານ, ການຢ້ຽມ ຢາມບັນດາຜູ້ນໍາຂັ້ນສູງໄດ້ມີ ການແລກປ່ຽນເປັນປົກກະຕິ, ການພົວພັນຮ່ວມມືຂົງເຂດວຽກ ງານປ້ອງກັນຊາດ ກໍໄດ້ມີການ ພັດທະນາຢ່າງຕໍ່ເນື່ອງ, ການ ຮ່ວມມືດ້ານການພັດທະນາຂອງ ອິນເດຍ ໃນ ສປປລາວ ແມ່ນ ກວ້າງຂວາງ, ໃນນັ້ນມີການສ້າງ ບຸກຄະລາກອນທີ່ມີຊື່ວ່າໂຄງ ການເຕັກນິກ ແລະ ເສດຖະກິດອິນ ເດຍ ຫຼື ITEC, ມີທັງທຶນການ ສຶກສາໄລຍະຍາວ, ໂຄງການເຫັນ ຜົນໄວສຳລັບການພັດພະນາ ເສດຖະກິດ-ສັງຄົມ ພາຍໃຕ້ທຶນ ຊ່ວຍເຫຼືອລ້າ, ໂຄງການວົງເງິນ ສິນເຊື່ອ, ມາດຕະການສິນເຊື່ອ ດອກເບ້ຍຕຳ່, ສູນເຝິກອົບຮົມ ພາສາອັງກິດລາວ-ອິນເດຍ, ການ ພັດທະນາຜູ້ປະກອບການ ແລະ ໂຄງການອະນຸລັກມໍລະດົກໂລກ. ສໍາລັບການພົວພັນລະຫວ່າງ ວິທະຍາຄານປ້ອງກັນຊາດ ໄກ ສອນ ພົມວິຫານ ກັບກອງທັບ ສ ອິນເດຍ, ໃນໄລຍະຜ່ານມາ ສອງຝ່າຍ ໄດ້ສ້າງສາຍພົວພັນທີ່ດີຕໍ່ກັນຕະຫຼອດມາ, ໃນນັ້ນຝ່າຍ ສ.ອິນເດຍ ໄດ້ໃຫ້ການຊ່ວຍເຫຼືອ ວປກ ໃນຫຼາຍດ້ານເປັນຕົ້ນແມ່ນ: ການແລກປ່ຽນຄະນະຜູ້ແທນ ແລະ ນັກວິຊາການຢ້ຽມຢາມ ເຊິ່ງກັນ ແລະ ກັນ, ໄດ້ສົ່ງຊ່ຽວ ຊານຄູສອນພາສາອັງກິດ ແລະ ໄອທີມາຊ່ວຍ, ຊ່ວຍເຫຼືອດ້ານ ອຸປະກອນການຮຽນ-ການສອນ ໄອທີ, ຮັບພະນັກງານ, ຄູ-ອາ ຈານສອນພາສາອັງກິດຢູ່ວິທະ ຍາຄານໄປເຝິກຫັດ, ເຝິກອົບຮົມ ໄລຍະສັ້ນ ແລະ ຍາວ ຢູ່ ສ ອິນເດຍ. ບັນດາການຊ່ວຍເຫຼືອເຫຼົ່ານັ້ນ ມັນໄດ້ສະແດງໃຫ້ເຫັນເຖິງການ ເສີມສ້າງສາຍພົວພັນອັນດີງາມ ທີ່ມີແລ້ວນັ້ນໃຫ້ແຕກດອກອອກ ຜົນງົດງາມຍິ່ງຂຶ້ນ. ໂອກາດນີ້, ຍັງໄດ້ຮັບຊົມການ ສາຍສາລະຄະດີ 2 ເລື່ອງຄື: ສາ ລະຄະດີ ຫົນທາງສູ່ການເປັນພະ ພຸດທະເຈົ້າ ແລະ ດິນແດນແຫ່ງ ພະພຸດທະເຈົ້າ ເຊິ່ງເປັນສາລະຄະ ດີທີ່ມີຄວາມໝາຍສໍາຄັນທາງ ດ້ານປະຫວັດສາດສາສະໜາພຸດ ທີ່ປະຊາຊົນລາວ ແລະ ອິນເດຍສັດ ທາເຊື່ອຖືມາແຕ່ສະຕະວັດທີ 14 ຈົນເຖິງປັດຈຸບັນ.



 news to day and hot news

ຂ່າວມື້ນີ້ ແລະ ຂ່າວຍອດນິຍົມ

ຂ່າວມື້ນີ້












ຂ່າວຍອດນິຍົມ













ຫນັງສືພິມກອງທັບປະຊາຊົນລາວ, ສຳນັກງານຕັ້ງຢູ່ກະຊວງປ້ອງກັນປະເທດ, ຖະຫນົນໄກສອນພົມວິຫານ.
ລິຂະສິດ © 2010 www.kongthap.gov.la. ສະຫງວນໄວ້ເຊິງສິດທັງຫມົດ