ທະຫານແຂວງອຸດົມໄຊ ຈັດຕັ້ງສອບເສັງວຽກງານກວດສອບເລຂາ ແລະ ຮອງເລຂາ
ເວລາອອກຂ່າວ: 2021-04-07 11:38:52 | ຜູ້ຂຽນ : admin1 | ຈຳນວນຄົນເຂົ້າຊົມ: 229 | ຄວາມນິຍົມ:
ໃນວັນທີ 31 ມີນາ 2021, ກອງບັນຊາການທະຫານແຂວງ ອຸດົມໄຊ ໄດ້ຈັດຕັ້ງສອບເສັງ ໃຫ້ນັກເຝິກອົບຮົມວຽກງານ ກວດສອບເລຂາ ແລະ ຮອງ ເລຂາພັກຮາກຖານ ຊຸດທີ IV ໄລຍະ 10 ວັນ, ໂດຍການຊີ້ນຳ-ນຳພາຂອງ ສະຫາຍ ພັນເອກ
ຄຳຢີນ ແສງສຸລີ ກຳມະການພັກ ແຂວງ ເລຂາພັກ ຫົວໜ້າການ ເມືອງກອງບັນຊາການທະຫານ ແຂວງອຸດົມໄຊ, ມີຄະນະຮັບ ຜິດຊອບ ຄູ-ອາຈານຕະຫຼອດ ຮອດນັກເຝິກອົບຮົມເຂົ້າຮ່ວມ.
ການຈັດຕັ້ງສອບເສັງຄັ້ງນີ້, ໂດຍອີງຕາມແຜນການຂອງກົມໃຫຍ່ການເມືອງກອງທັບ ແລະ ເພື່ອປະຕິບັດຕາມແຜນການອົບ ຮົມວຽກງານກວດສອບເລຂາ-ຮອງເລຂາພັກຮາກຖານຂອງ ຄະນະພັກກອງບັນຊາການທະ ຫານແຂວງອຸດົມໄຊ. ຄະນະຮັບ ຜິດຊອບໄດ້ແບ່ງເປັນ 3 ຈຸ ສອບເສັງ ມີຈຳນວນ 41 ສະຫາຍ, ມີ 2 ພາກວິຊາ ຄື: ພາກທິດສະດີ ແລະ ພາກປະຕິບັດຕົວຈິງ, ວິທີ ການສອບເສັງພາກທິດສະດີ
ແມ່ນ ໄດ້ຈົກຄຳຖາມກະກຽມຕອບ ປາກເປົ່າ, ສ່ວນພາກປະຕິບັດ
ຕົວຈິງແມ່ນຈົກຄຳຖາມພ້ອມປະຕິບັດຕົວຈິງ. ທັງນີ້, ກໍເພື່ອເປັນການປັບປຸງຍົກລະດັບຄວາມຮູ້
ຄວາມສາມາດໃຫ້ພະນັກງານ
ເຮັດວຽກງານວິຊາສະເພາະກຳ
ໄດ້ທິດສະດີ, ຫຼັກການ, ລະບຽບ
ການຕ່າງໆຂອງວຽກງານດັ່ງ
ກ່າວໃນຖັນແຖວກອງທັບປະຊາ ຊົນລາວ ເພື່ອຮັບປະກັນໃຫ້
ວຽກງານພັກຢູ່ກອງບັນຊາການ
ທະຫານແຂວງອຸດົມໄຊ ໄດ້ຮັບ ຜົນດີ.
ໂດຍ: ທະນູວັນ
news to day and hot news
ຂ່າວມື້ນີ້ ແລະ ຂ່າວຍອດນິຍົມ
ຂ່າວມື້ນີ້
ຂ່າວຍອດນິຍົມ
ຫນັງສືພິມກອງທັບປະຊາຊົນລາວ, ສຳນັກງານຕັ້ງຢູ່ກະຊວງປ້ອງກັນປະເທດ, ຖະຫນົນໄກສອນພົມວິຫານ.
ລິຂະສິດ © 2010 www.kongthap.gov.la. ສະຫງວນໄວ້ເຊິງສິດທັງຫມົດ
ລິຂະສິດ © 2010 www.kongthap.gov.la. ສະຫງວນໄວ້ເຊິງສິດທັງຫມົດ