ກອງທັບປະຊາຊົນລາວ
 
ວັນພະຫັດ, ວັນທີ 28 ມີນາ 2024

  

ກອງພົນທີ 5 ສ່ອງແສງວຽກງານກວດກາພັກ-ລັດ
ເວລາອອກຂ່າວ: 2021-04-07 11:42:04 | ຜູ້ຂຽນ : admin1 | ຈຳນວນຄົນເຂົ້າຊົມ: 89 | ຄວາມນິຍົມ:



ໃນວັນທີ 31 ມີນາ 2021 ນີ້, ຢູ່ກອງພົນທີ 5 ໄດ້ຈັດກອງປະ ຊຸມສ່ອງແສງວຽກງານກວດ ກາພັກ-ລັດ ປະຈຳໄຕມາດ I ປີ 2021 ໂດຍການເປັນປະທານ ຂອງ ສະຫາຍ ພັນເອກ ສີປະ ເສີດ ເຜີຍຄຳສິງ ກຳມະການຄະ ນະປະຈຳພັກ ຫົວໜ້າຫ້ອງການ ເມືອງກອງພົນທີ 5, ມີຄະນະ ພັກ-ຄະນະບັນຊາ ຈາກອົງການ, ກົມກອງ ພ້ອມດ້ວຍພະນັກງານວິຊາສະເພາະກວດກາເຂົ້າຮ່ວມ. ໃນກອງປະຊຸມຄະນະພັກ-ຄະນະບັນຊາອົງການກົມກອງ ໄດ້ລາຍງານຫຍໍ້ກ່ຽວກັບຂົງເຂດ ວຽກງານທີ່ຕົນຮັບຜິດຊອບ, ຊອກໃຫ້ເຫັນດ້ານດີ, ດ້ານອ່ອນ ແລະ ບັນຫາຂໍ້ຄົງຄ້າງປະກົດ ການຫຍໍ້ທໍ້ ທີ່ຈະຕ້ອງໄດ້ປັບ ປຸງແກ້ໄຂ. ໃນນີ້, ໂດຍສະເພາະ ວຽກງານກວດກາພັກ, ຄະນະ ພັກ-ຄະນະບັນຊາອົງການ, ກົມ ກອງ ໄດ້ພ້ອມກັນເອົາໃຈໃສ່ ສຶກສາອົບຮົມການເມືອງ-ນຳ ພາແນວຄິດໃຫ້ພະນັກງານ-ນັກ ຮົບ ຢ່າງເປັນປົກກະຕິ ຈັດຕັ້ງ ເຊື່ອມຊຶມຂໍ້ກຳນົດກົດລະບຽບ ຂອງພັກ-ລັດ ແລະ ບັນດາເນື້ອໃນ ມະຕິຄຳສັ່ງຂອງຂັ້ນເທິງຢ່າງ ເຂັ້ມງວດ ເພື່ອສ້າງໃຫ້ພະນັກ ງານ-ນັກຮົບມີຄວາມອຸ່ນອຽງ ທຸ່ນທ່ຽງ ເຊື່ອໜັ້ນຕໍ່ການ ນຳພາ ຂອງພັກ-ລັດໃນໄລຍະໃໝ່ ສືບຕໍ່ ປັບປຸງກໍ່ສ້າງພັກ, ພະນັກງານ ຕາມ 3 ທິດນຳ 5 ຫຼັກການຂອງພັກ ເພື່ອສ້າງໃຫ້ພະນັກງານມີຄຸນ ທາດການເມືອງໜັກແໜ້ນ, ເຂັ້ມ ແຂງທາງດ້ານການຈັດຕັ້ງ ມີ ສະຕິຕື່ນຕົວສູງ ປະກອບສ່ວນ ຢ່າງຕັ້ງໜ້າເຂົ້າໃນໜ້າທີ່ວຽກ ງານຂອງກົມກອງ ຕິດພັນກັບ ການປະຕິບັດ 4 ໜ້າທີ່ໃຫຍ່ 26 ແຜນງານ ທີ່ຄະນະພັກກະຊວງ ປ້ອງກັນປະເທດວາງອອກ. ໂດຍ: ແສງອາທິດ ສີດາໄລ



 news to day and hot news

ຂ່າວມື້ນີ້ ແລະ ຂ່າວຍອດນິຍົມ

ຂ່າວມື້ນີ້












ຂ່າວຍອດນິຍົມ













ຫນັງສືພິມກອງທັບປະຊາຊົນລາວ, ສຳນັກງານຕັ້ງຢູ່ກະຊວງປ້ອງກັນປະເທດ, ຖະຫນົນໄກສອນພົມວິຫານ.
ລິຂະສິດ © 2010 www.kongthap.gov.la. ສະຫງວນໄວ້ເຊິງສິດທັງຫມົດ