ກອງທັບປະຊາຊົນລາວ
 
ວັນພະຫັດ, ວັນທີ 28 ມີນາ 2024

  

ໂຮງຮຽນການທະຫານທ້ອງຖິ່ນ ແຂວງໄຊຍະບູລີ ປິດບັ້ນອົບຮົມທະຫານໃໝ່ ຊຸດທີ 30
ເວລາອອກຂ່າວ: 2021-04-08 15:58:22 | ຜູ້ຂຽນ : admin1 | ຈຳນວນຄົນເຂົ້າຊົມ: 140 | ຄວາມນິຍົມ:



ວັນທີ 6 ເມສາ 2021 ນີ້, ໂຮງຮຽນການທະຫານທ້ອງຖິ່ນ ທະຫານແຂວງໄຊຍະບູລີ ໄດ້ປິດ ບັ້ນອົບຮົມ-ຫັດແອບການເມືອງ-ການທະຫານ ແລະ ພະລາທິການ- ເຕັກນິກໃຫ້ທະຫານໃໝ່ ຊຸດທີ 30 ປະຈຳປີ 2020 ໂດຍການເປັນ ປະທານຂອງ ສະຫາຍ ພັນເອກ ໄວຍາກອນ ເພັດສະລາດ ຫົວໜ້າ ຫ້ອງເສນາທິການກອງບັນຊາ ການທະຫານແຂວງໄຊຍະບູລີ, ມີ ຄະນະພັກ-ຄະນະບັນຊາອົງການ 5 ຫ້ອງ,ໂຮງຮຽນ, ພະແນກການ, ຄູ-ອາຈານ ຕະຫຼອດຮອດທະ ຫານໃໝ່ເຂົ້າຮ່ວມ. ສະຫາຍ ພັນໂທ ສີທັດ ສອນ ມາດ ຫົວໜ້າການທະຫານໂຮງ ຮຽນການທະຫານທ້ອງຖິ່ນທະ ຫານແຂວງໄຊຍະບູລີ ໄດ້ຂຶ້ນ ຜ່ານບົດສະຫຼຸບການຈັດຕັ້ງອົບ ຮົມທະຫານໃໝ່ປະຈຳປີ 2020 ໄດ້ຍົກໃຫ້ເຫັນຂໍ້ສະດວກ, ຂໍ້ຫຍຸ້ງ ຍາກ ແລະ ບົດຮຽນທີ່ຖອດຖອນ ໄດ້ໃນໄລຍະຜ່ານມາ, ເຊິ່ງສາ ມາດເຫັນໄດ້ວ່າຄູ-ອາຈານມີ ຄວາມຮັບຜິດຊອບສູງຕໍ່ໜ້າທີ່ ຂອງຕົນ, ໃນການຂຶ້ນຫ້ອງສິດ ສອນສົ່ງຄວາມຮູ້ໃຫ້ທະຫານ ໃໝ່ເຮັດໃຫ້ທະຫານໃໝ່ມີແນວ ຄິດການເມືອງໜັກແໜ້ນ, ມີ ຄວາມອົດທົນພະຍາຍາມທາງ ດ້ານຮ່າງກາຍ, ເຂັ້ມແຂງທາງ ດ້ານຈິດໃຈສຸມໃສ່ໃນການເຝິກ ແອບຮ່ຳຮຽນຍົກສູງຄວາມຮູ້ ຄວາມສາມາດທາງດ້ານສິ ລະປະຍຸດ-ຍຸດທະວິທີມີຄວາມ ຊຳນິຊຳນານກຳແໜ້ນເນື້ອໃນ ບົດຮຽນ, ທ່າ ແລະ ຈັງຫວະ ຂອງບົດຮຽນ, ສາມາດເຮັດ ສຳເລັດຕາມລະດັບຄາດໝາຍ ແລະ ມີຄວາມປອດໄພ 100%, ຜ່ານການອົບຮົມ-ຫັດແອບຕົວ ຈິງ 90 ວັນ ແລະ ຈັດຕັ້ງສອບ ເສັງສາມາດຕີລາຄາຜົນໄດ້ ຮັບວິຊາການເມືອງບັນລຸໄດ້ 90%, ຍຸດທະວິທີບັນລຸໄດ້ 85%, ສິລະປະຍຸດ ບັນລຸໄດ້ 79%, ລະບຽບ-ກີລາ ບັນລຸໄດ້ 85% ແລະ ພະລາທິການ-ເຕັກນິກ 75%. ສະຫາຍ ພັນເອກ ໄວຍາກອນ ເພັດສະລາດໄດ້ ສະແດງຄວາມ ຍ້ອງຍໍຊົມເຊີຍ ພ້ອມທັງໃຫ້ທິດ ຊີ້ນຳຫຼາຍບັນຫາສຳຄັນຕໍ່ກັບ ຄູ-ອາຈານຕ້ອງໄດ້ເອົາໃຈໃສ່ ສິດສອນສົ່ງຄວາມຮູ້, ມີຄວາມ ຮັບຜິດຊອບສູງຕໍ່ໜ້າທີ່ທີ່ຂັ້ນ ເທິງມອບໝາຍໃຫ້ ແລະ ຍັງໄດ້ ເນັ້ນໜັກໃຫ້ທະຫານໃໝ່ຕ້ອງ ມີແນວຄິດໜັກແໜ້ນເຊື່ອໝັ້ນ ຕໍ່ການນຳພາຂອງພັກ ແລະ ກຳ ໃຫ້ແໜ້ນທາງດ້ານທິດສະດີ, ຫຼັກການຂອງບົດຮຽນທີ່ ໄດ້ ຮຽນມາເພື່ອນຳໄປຈັດຕັ້ງປະ ຕິບັດເຂົ້າໃນວຽກງານຕົວຈິງ ຢູ່ພາຍໃນກົມກອງ, ຕັ້ງໜ້າເຝິກ ຝົນຫຼໍ່ຫຼອມຕົນເອງໃຫ້ມີຄຸນສົມ ບັດສິນທຳປະຕິວັດ, ມີຄວາມຫ້າວ ຫັນຕໍ່ໜ້າທີ່ວຽກງານໃນການ ປົກປັກຮັກສາ ແລະ ພັດທະນາ ປະເທດຊາດ. ໂດຍ: ສົມຈີນ



 news to day and hot news

ຂ່າວມື້ນີ້ ແລະ ຂ່າວຍອດນິຍົມ

ຂ່າວມື້ນີ້












ຂ່າວຍອດນິຍົມ













ຫນັງສືພິມກອງທັບປະຊາຊົນລາວ, ສຳນັກງານຕັ້ງຢູ່ກະຊວງປ້ອງກັນປະເທດ, ຖະຫນົນໄກສອນພົມວິຫານ.
ລິຂະສິດ © 2010 www.kongthap.gov.la. ສະຫງວນໄວ້ເຊິງສິດທັງຫມົດ