ກອງທັບປະຊາຊົນລາວ
 
ວັນສຸກ, ວັນທີ 29 ມີນາ 2024

  

ມອບ-ຮັບ ໜ້າທີ່ປະທານກຳມາທິການ ປກຊ-ປກສ ສະພາແຫ່ງຊາດ
ເວລາອອກຂ່າວ: 2021-04-08 16:13:08 | ຜູ້ຂຽນ : admin1 | ຈຳນວນຄົນເຂົ້າຊົມ: 80 | ຄວາມນິຍົມ:



ມອບ-ຮັບໜ້າທີ່ ປະທານກຳ ມາທິການປ້ອງກັນຊາດ-ປ້ອງ ກັນຄວາມສະຫງົບ ສະພາແຫ່ງ ຊາດ ໄດ້ຈັດຂຶ້ນໃນວັນທີ 6 ເມສາ 2021 ນີ້, ໂດຍການເຂົ້າຮ່ວມ ຂອງ ສະຫາຍ ພົນໂທ ສຸວອນ ເລືອງບຸນມີ ຮອງປະທານສະພາ ແຫ່ງຊາດ, ມີປະທານ, ຮອງປະ ທານກຳມາທິການປ້ອງກັນຊາດ-ປ້ອງກັນຄວາມສະຫງົບ, ກົມ, ພະແນກການ, ພະນັກງານ ແລະ ພ້ອມດ້ວຍພາກທີ່ກ່ຽວຂ້ອງເຂົ້າ ຮ່ວມ. ສະຫາຍ ພົນຈັດຕະວາ ຄຳສຸກ ວີອິນທະວົງ ປະທານກຳ ມາທິການປ້ອງກັນຊາດ-ປ້ອງ ກັນຄວາມສະຫງົບ ສະພາແຫ່ງ ຊາດ ຊຸດທີ 8 ຜູ້ເກົ່າ ໄດ້ຂຶ້ນລາຍ ງານຜົນງານການເຄື່ອນໄຫວວຽກງານໃນໄລຍະຜ່ານມາໂດຍ ຫຍໍ້ ພ້ອມທັງໄດ້ຍົກໃຫ້ເຖິງຜົນ ງານການເຄື່ອນໄຫວໃນການ ຊີ້ນຳ-ນຳພາ ຈັດຕັ້ງປະຕິບັດໜ້າ ທີ່ການເມືອງຂອງຕົນຕາມພາລະ ບົດບາດ, ສິດ ແລະ ໜ້າທີ່ຂອງ ກຳມາທິການປ້ອງກັນຊາດ-ປ້ອງ ກັນຄວາມສະຫງົບໃນການ ເປັນເສນາທິການໃຫ້ແກ່ສະພາ ແຫ່ງ ຊາດ ແລະ ເປັນຕົວແທນສິດ ຜົນປະໂຫຍດໃຫ້ແກ່ປະຊາຊົນ ບັນດາເຜົ່າໃນການນຳເອົາ ມະຕິ, ຄຳສັ່ງ ແລະ ແນວທາງນະໂຍ ບາຍ ຂອງ ພັກ-ລັດ ລົງຈັດຕັ້ງປະ ຕິບັດໄດ້ຢ່າງທົ່ວເຖິງ. ພ້ອມນີ້, ສະຫາຍ ພົນຈັດຕະວາ ວົງສັກ ພັນທະວົງ ປະທານກຳມາທິ ການປ້ອງກັນຊາດ-ປ້ອງກັນ ຄວາມສະຫງົບ ສະພາແຫ່ງຊາດ ຊຸດທີ IX ຜູ້ໃໝ່ຈະສືບຕໍ່ປະ ຕິບັດໜ້າທີ່ຂອງຕົນ ຢ່າງຕັ້ງໜ້າ ແລະ ດ້ວຍຄວາມຮັບຜິດຊອບສູງ ຈະສຸມທຸກສະຕິປັນຍາ, ເຫື່ອແຮງ, ຄວາມຮູ້ຄວາມສາມາດເຂົ້າໃນ ໜ້າທີ່ການເມືອງຂອງຕົນ ທີ່ພັກ-ລັດ ການຈັດຕັ້ງມອບໝາຍໃຫ້ ໃຫ້ປະກົດຜົນເປັນຈິງຍິ່ງໆຂຶ້ນ. ໂອກາດນີ້ ສະຫາຍ ພົນໂທ ສຸວອນ ເລືອງບຸນມີ ຮອງປະທານ ສະພາແຫ່ງຊາດ ໄດ້ໂອ້ລົມ ແລະ ເນັ້ນໜັກຕໍ່ຜູ້ທີ່ໄດ້ຮັບໜ້າທີ່ໃໝ່ໃນຄັ້ງນີ້ວ່າ: ຈົ່ງຍົກສູງຄວາມ ຮັບຜິດຊອບເຂົ້າໃນໜ້າທີ່ການ ເມືອງຂອງຕົນຢ່າງຕັ້ງໜ້າ ແລະ ມີຜົນສຳເລັດ, ທຸ້ມເທເຫື່ອແຮງ, ສະຕິປັນຍາ, ຄວາມຮູ້ຄວາມສາ ມາດ ໃນການປະຕິບັດໜ້າທີ່ ທີ່ ໄດ້ຮັບມອບໝາຍ, ຮັກສາໄດ້ ຄວາມສາມັກຄີພາຍໃນໃຫ້ມີ ຄວາມໜັກແໜ້ນ ແລະ ຕັ້ງໜ້າ ເຝິກຝົນຫຼໍ່ຫຼອມຕົນເອງທາງ ດ້ານຄຸນສົມບັດສິນທຳປະຕິວັດ ມີຄຸນທາດການເມືອງໜັກແໜ້ນ ເຂົ້າໃນການຊີ້ນຳ-ນຳພາຂົງເຂດ ວຽກງານຂອງຕົນໃຫ້ປະກົດຜົນ ເປັນຈິງ.



 news to day and hot news

ຂ່າວມື້ນີ້ ແລະ ຂ່າວຍອດນິຍົມ

ຂ່າວມື້ນີ້












ຂ່າວຍອດນິຍົມ













ຫນັງສືພິມກອງທັບປະຊາຊົນລາວ, ສຳນັກງານຕັ້ງຢູ່ກະຊວງປ້ອງກັນປະເທດ, ຖະຫນົນໄກສອນພົມວິຫານ.
ລິຂະສິດ © 2010 www.kongthap.gov.la. ສະຫງວນໄວ້ເຊິງສິດທັງຫມົດ