ກອງທັບປະຊາຊົນລາວ
 
ວັນພະຫັດ, ວັນທີ 28 ມີນາ 2024

  

ລາວ-ຫວຽດນາມ ເສີມຂະຫຍາຍສາຍພົວພັນມິດຕະພາບແບບພິເສດ
ເວລາອອກຂ່າວ: 2021-04-08 16:20:23 | ຜູ້ຂຽນ : admin1 | ຈຳນວນຄົນເຂົ້າຊົມ: 197 | ຄວາມນິຍົມ:



ໃນວັນທີ 6 ເມສາ 2021, ທີ່ສຳນັກງານນາຍົກລັດຖະມົນຕີ, ໄດ້ມີການໂອ້ລົມສົນທະນາທາງ ໂທລະສັບ ລະຫວ່າງ ສະຫາຍ ພັນ ຄຳ ວິພາວັນ ນາຍົກລັດຖະມົນຕີ ແຫ່ງ ສປປ ລາວ ແລະ ສະຫາຍ ຟ້າມ ມິງ ຈິງ ນາຍົກລັດຖະມົນຕີ ແຫ່ງ ສສ ຫວຽດນາມ, ເພື່ອເສີມ ຂະຫຍາຍສາຍພົວພັນມິດຕະພາບ ອັນຍິ່ງໃຫຍ່, ຄວາມສາມັກຄີພິ ເສດ ແລະ ການຮ່ວມມືຮອບດ້ານຂອງສອງປະເທດ ໃຫ້ນັບມື້ນັບ ຈະເລີນງອກງາມຍິ່ງໆຂຶ້ນ. ການພົບປະແບບທາງໄກຄັ້ງ ນີ້, ໄດ້ມີຂຶ້ນໃນທ່າມກາງບັນຍາ ກາດທີ່ສອງພັກ ສອງລັດ ໄດ້ສຳ ເລັດກອງປະຊຸມໃຫຍ່ພັກຂອງຕົນ, ສະພາແຫ່ງຊາດລາວ ໄດ້ສຳເລັດ ກອງປະຊຸມຄັ້ງປະຖົມມະລຶກ ຊຸດທີ IX ດ້ວຍຜົນສຳເລັດອັນຈົບ ງາມ ແລະ ສະພາແຫ່ງຊາດຫວຽດ ນາມ ກໍ່ກຳລັງດຳເນີນກອງປະຊຸມ ສະໄໝສາມັນເທື່ອທີ 11 ຊຸດທີ XIV ແລະ ໃນທ່າມກາງທີ່ສະພາບ ການພາກພື້ນ ແລະ ສາກົນ ຍັງມີ ຄວາມສັບສົນ. ໃນໂອກາດດັ່ງ ກ່າວ, ສະຫາຍ ພັນຄຳ ວິພາວັນ ໄດ້ສະແດງຄວາມຊົມເຊີຍທີ່ສະ ຫາຍ ຟ້າມ ມິງ ຈິງ ໄດ້ຮັບການ ເລືອກຕັ້ງໃຫ້ດຳລົງຕຳແໜ່ງເປັນ ນາຍົກລັດຖະມົນຕີ ແຫ່ງ ສສ ຫວຽດນາມ ຄົນໃໝ່ໃນກອງປະ ຊຸມສະໄໝ ສາມັນເທື່ອທີ 11 ຂອງສະພາແຫ່ງຊາດ ຊຸດທີ XIV ທີ່ກຳລັງດຳເນີນຢູ່, ເຊິ່ງສະ ແດງໃຫ້ເຫັນເຖິງຄວາມເຊື່ອໝັ້ນ ແລະ ໄວ້ເນື້ອເຊື່ອໃຈຂອງພັກ- ລັດ ກໍຄືປະຊາຊົນຫວຽດນາມ ອ້າຍນ້ອງທີ່ມອບໝາຍໜ້າທີ່ອັນ ສຳຄັນ ແລະ ມີກຽດສະຫງ່າ ໃຫ້ແກ່ສະຫາຍ ຟ້າມ ມິງ ຈິງ. ໃນຂະນະດຽວກັນ, ກໍໄດ້ສະ ແດງຄວາມປິຕິຍິນດີທີ່ຈະໄດ້ ເຮັດວຽກຮ່ວມກັບຝ່າຍຫວຽດ ນາມ ຢ່າງໃກ້ຊິດ ເພື່ອສືບຕໍ່ຮັດ ແໜ້ນສາຍພົວພັນມິດຕະພາບ ແບບພິເສດ ແລະ ການຮ່ວມມື ຮອບດ້ານ ລະຫວ່າງສອງປະ ເທດໃຫ້ມີໝາກຜົນຕົວຈິງຍິ່ງໆ ຂຶ້ນ. ໃນໂອກາດນີ້, ສອງນາຍົກລັດ ຖະມົນຕີ ລາວ-ຫວຽດນາມ ໄດ້ຕີ ລາຄາສູງຕໍ່ສາຍພົວພັນມິດຕະ ພາບອັນຍິ່ງໃຫຍ່, ຄວາມສາມັກ ຄີພິເສດ ແລະ ການຮ່ວມມືຮອບ ດ້ານລະຫວ່າງສອງປະເທດຍັງ ຄົງສືບຕໍ່ຮັດແໜ້ນຢ່າງເປັນປົກ ກະຕິ ເຖິງແມ່ນວ່າ ສະພາບການ ແຜ່ລະບາດຂອງພະຍາດໂຄ ວິດ-19 ຈະເປັນອຸປະສັກໃຫ້ແກ່ ການໄປມາຫາສູ່ກັນຂອງປະຊາ ຊົນສອງຊາດ ລາວ-ຫວຽດນາມ ກໍຕາມ. ປັດຈຸບັນ, ສອງຝ່າຍ ກຳລັງຮ່ວມກັນຊຸກຍູ້ການຈັດຕັ້ງ ປະຕິບັດບັນດາສັນຍາ ແລະ ຂໍ້ຕົກ ລົງຕ່າງໆ ທີ່ສອງປະເທດໄດ້ ຮ່ວມມືກັນໃຫ້ປະກົດຜົນເປັນຈິງ ຍິ່ງໆຂຶ້ນ ໂດຍສະເພາະແມ່ນ ຜັນ ຂະຫຍາຍຜົນກອງປະຊຸມສອງ ກົມການເມືອງ ແລະ ຜົນກອງປະ ຊຸມຄະນະກໍາມະການຮ່ວມມື ສອງຝ່າຍ ຄັ້ງທີ 43 ທີ່ຮ່າໂນ້ຍ ໃນທ້າຍປີ 2020; ພ້ອມນີ້, ສອງ ຄະນະຮ່ວມມື ລາວ-ຫວຽດນາມ ກໍາລັງຮ່າງແຜນການຍຸດທະສາດ ການ ຮ່ວມມື 10 ປີ (2021-2030) ແລະ ສັນຍາຮ່ວມມື 5 ປີ (2021-2025) ເຊິ່ງຄາດວ່າ ຈະໄດ້ລົງນາມໄວໆນີ້. ໃນຂະນະ ດຽວກັນ, ການຮ່ວມມືດ້ານການ ຄ້າ-ການລົງທຶນ ໃນໄລຍະທີ່ມີ ການ ແຜ່ລະບາດ ຂອງພະຍາດໂຄ ວິດ-19 ນີ້ ກໍຍັງສືບຕໍ່ດຳເນີນໄປ ດ້ວຍດີ ເນື່ອງຈາກທັງສອງຝ່າຍ ໄດ້ມີຄວາມພະຍາຍາມອຳນວຍ ຄວາມສະດວກໃຫ້ແກ່ການລົງ ທຶນ, ການຄ້າ, ການຂົນສົ່ງ ແລະ ການໄປມາຫາສູ່ກັນ ບໍ່ໄດ້ຢຸດສະ ງັກ. ພ້ອມດຽວກັນນີ້, ສອງນາ ຍົກລັດຖະມົນຕີ ລາວ-ຫວຽດ ນາມ ໄດ້ເຫັນດີສືບຕໍ່ຊຸກຍູ້ການ ຈັດຕັ້ງປະຕິບັດໂຄງການຕ່າງໆ ທີ່ມີການຕົກລົງນຳກັນແລ້ວໃຫ້ ໄດ້ຮັບຜົນສຳເລັດຢ່າງເປັນຮູບ ປະທຳ, ສະແດງຄວາມຊົມເຊີຍ ຕໍ່ຜົນການເຮັດວຽກຮ່ວມກັນ ຂອງ ສອງຄະນະຮ່ວມມື ລາວ-ຫວຽດນາມ, ຫວຽດນາມ-ລາວ ໃນວັນທີ 1-2 ເມສາ ຢູ່ດ່ານ ຊາຍແດນແດນສະຫວັນ-ລາວ ບ່າວ ທີ່ໄດ້ປຶກສາຫາລືບັນຫາ ສຳຄັນ ກ່ຽວກັບການຮ່ວມມື ລົງທຶນຂອງສອງຝ່າຍ ແລະ ຫວັງ ຢ່າງຍິ່ງວ່າ ພາຍຫຼັງທີ່ພະຍາດ ໂຄວິດ-19 ໄດ້ຮັບການແກ້ໄຂດີ ຂຶ້ນການຄ້າ-ການລົງທຶນສອງ ຝ່າຍກໍ່ຈະຂະຫຍາຍຕົວໄວຂຶ້ນ. ສຳລັບທິດທາງການຮ່ວມມືໃນຕໍ່ ໜ້າ, ສອງຝ່າຍ ເຫັນດີໃຫ້ສືບຕໍ່ ການແລກປ່ຽນການຢ້ຽມຢາມ ຂອງຄະນະຜູ້ແທນນຳກັນ ໃນທຸກ ລະດັບຕາມທິດກະທັດຮັດ ແລະ ມີປະສິດທິຜົນ, ສືບຕໍ່ຊຸກຍູ້ສົ່ງ ເສີມດ້ານການຄ້າ-ການລົງທຶນ ສອງຝ່າຍ ໂດຍສະເພາະໃນບັນ ດາຂະແໜງການທີ່ເປັນທ່າແຮງ ຂອງສອງປະເທດ; ພິເສດ ສອງ ຝ່າຍ ຈະໄດ້ຮ່ວມກັນຈັດຕັ້ງການ ສະເຫຼີມສະຫຼອງປີສາມັກຄີມິດ ຕະພາບ ໃນປີ 2022 ກໍຄືວັນ ສ້າງຕັ້ງສາຍພົວພັນການທູດ ລາວ-ຫວຽດນາມ ຄົບຮອບ 60 ປີ ແລະ ວັນເຊັນສົນທິສັນຍາມິດ ຕະພາບ ແລະ ການຮ່ວມມື ລາວ-ຫວຽດນາມ ຄົບຮອບ 45 ປີ ໃຫ້ ມີບັນຍາກາດຟົດຟື້ນ ແລະ ເຕັມ ໄປດ້ວຍຄວາມໝາຍສຳຄັນເພື່ອ ໃຫ້ຄົນຮຸ່ນຫຼັງໄດ້ຮັບຮູ້ ແລະ ເຂົ້າ ໃຈຕໍ່ສາຍພົວພັນພິເສດສອງປະ ເທດ. ໃນຕອນທ້າຍຂອງການສົນ ທະນາ, ສະຫາຍ ນາຍົກລັດຖະ ມົນຕີ ພັນຄຳ ວິພາວັນ ໄດ້ສະແດງ ຄວາມຂອບໃຈມາຍັງພັກ, ລັດຖະ ບານ ແລະ ປະຊາຊົນ ຫວຽດນາມ ອ້າຍນ້ອງ ທີ່ໄດ້ໃຫ້ການຊ່ວຍ ເຫຼືອອັນລໍ້າຄ່າ, ທັນການ ແລະ ມີ ປະສິດທິຜົນທັງການຊ່ວຍເຫຼືອ ປົກກະຕິປະຈໍາປີ ກໍຄືການຊ່ວຍ ເຫຼືອໃນຍາມໄພພິບັດຕ່າງໆພິເສດ ແມ່ນການຮັບມືກັບພະຍາດໂຄ ວິດ-19, ເຊິ່ງ ສສ ຫວຽດນາມ ເປັນປະເທດທໍາອິດທີ່ເຂົ້າມາໃຫ້ການຊ່ວຍເຫຼືອແກ່ ສປປ ລາວ; ຂອບໃຈຕໍ່ການຊ່ວຍເຫຼືອໂຄງ ການກໍ່ສ້າງຫໍສະພາແຫ່ງຊາດ ລາວ ຫຼັງໃໝ່ ເຊິ່ງໄດ້ສຳເລັດ ແລະ ທັນຮັບໃຊ້ໃຫ້ແກ່ກອງປະ ຊຸມຄັ້ງປະຖົມມະລຶກຂອງສະພາ ແຫ່ງຊາດ ຊຸດທີ IX. ໃນໂອກາດ ນີ້, ສະຫາຍນາຍົກລັດຖະມົນຕີ ພັນຄໍາ ວິພາວັນ ກໍໄດ້ເຊື້ອເຊີນ ສະຫາຍ ຟ້າມ ມິງ ຈິງ ພ້ອມດ້ວຍ ພັນລະຍາ ມາຢ້ຽມຢາມ ສປປ ລາວ ໃນເວລາທີ່ສະດວກ ແລະ ອວຍພອນໃຫ້ສາຍພົວພັນມິດຕະ ພາບອັນຍິ່ງໃຫຍ່ຄວາມສາມັກ ຄີພິເສດ ແລະ ການຮ່ວມມືຮອບ ດ້ານ ລາວ-ຫວຽດນາມ ຈົ່ງໝັ້ນ ຄົງທະນົງແກ່ນຕະຫຼອດກາລະ ນານ.



 news to day and hot news

ຂ່າວມື້ນີ້ ແລະ ຂ່າວຍອດນິຍົມ

ຂ່າວມື້ນີ້












ຂ່າວຍອດນິຍົມ













ຫນັງສືພິມກອງທັບປະຊາຊົນລາວ, ສຳນັກງານຕັ້ງຢູ່ກະຊວງປ້ອງກັນປະເທດ, ຖະຫນົນໄກສອນພົມວິຫານ.
ລິຂະສິດ © 2010 www.kongthap.gov.la. ສະຫງວນໄວ້ເຊິງສິດທັງຫມົດ