ກອງທັບປະຊາຊົນລາວ
 
ວັນສຸກ, ວັນທີ 29 ມີນາ 2024

  

ໜ່ວຍງານຂຸດຄົ້ນອັດຖິ ແລະ ໜ່ວຍງານພັດທະນາເສດຖະກິດ ສສ ຫວຽດນາມ ອວຍພອນຄະນະນຳທະຫານແຂວງຫົວພັນ
ເວລາອອກຂ່າວ: 2021-04-13 15:44:29 | ຜູ້ຂຽນ : admin1 | ຈຳນວນຄົນເຂົ້າຊົມ: 28 | ຄວາມນິຍົມ:



ໃນວັນທີ 6 ເມສາ 2021 ນີ້, ໜວ່ຍງານຂຸດຄົ້ນອັດຖິທະ ຫານອາສາສະໝັກ ແລະ ຊ່ຽວ ຊານຫວຽດນາມ ຂອງກອງບັນ ຊາການທະຫານແຂວງເຫງ້ອານ ປະຈຳແຂວງຊຽງຂວາງ ແລະ ໜວ່ຍງານພັດທະນາເສດຖະກິດ ກອງບັນຊາການທະຫານແຂວງ ເຊິນລາ ສສ ຫວຽດນາມ ປະຈຳ ເມືອງແອດ ພ້ອມດວ້ຍຄະນະໄດ້ ນຳເອົາກະຕ່າຂອງຂວັນເຂົ້າ ອວຍພອນຄະນະນຳກອງບັນຊາ ການທະຫານແຂວງຫົວພັນ ເນື່ອງໃນໂອກາດ ປີໃໝ່ລາວ ພສ 2564 ຄ ສ 2021 ຢູ່ທີ່ຫ້ອງຮັບແຂກຂອງກອງບັນຊາການທະ ຫານແຂວງຫົວພັນ ໂດຍໃຫ້ການ ຕ້ອນຮັບຢ່າງອົບອຸ່ນຈາກ ສະ ຫາຍ ພົນຈັດຕະວາ ສຸລິນພອນ ຄຳພະຈັນ ກຳມະການຄະນະ ປະຈຳພັກແຂວງ ຫົວໜ້າການ ເມືອງກອງບັນຊາການທະຫານ ແຂວງຫົວພັນ ພ້ອມດ້ວຍຄະນະ. ໂອກາດນີ້ ຫົວໜ້າຄະນະສອງ ໜ່ວຍງານ ໄດ້ຕາງໜ້າກອງບັນ ຊາການທະຫານແຂວງຕະຫຼອດ ຮອດພະນັກງານ-ນັກຮົບ ພາຍ ໃນກົມກອງຂອງຕົນ ຝາກຄວາມ ຢ້ຽມຢາມຖາມຂ່າວ ແລະ ຄຳອວຍ ພອນໄຊ ອັນປະເສີດມາຍັງຄະ ນະພັກ-ຄະນະນຳຕະຫຼອດຮອດ ພະນັກງານ-ນັກຮົບ ທົ່ວກອງ ບັນຊາການທະຫານແຂວງຫົວ ພັນ ໃນໂອກາດປີໃໝ່ລາວທີ່ຈະ ມາເຖິງນີ້ໃຫ້ທຸກສະຫາຍ ຈົ່ງມີສຸ ຂະພາບເຂັ້ມແຂງສຶບຕໍ່ປະຕິບັດ ໜ້າທີ່ວຽກງານຂອງຕົນໃຫ້ມີຜົນ ສຳເລັດຢ່າງ ຈົບງາມພ້ອມນີ້ ສະ ຫາຍ ພົນຈັດຕະວາ ສຸລິນພອນ ຄຳພະຈັນ ໄດ້ຕີລາຄາສູງຕໍ່ການ ເຂົ້າອວຍພອນໃນຄັ້ງນີ້ີ້ ແລະໄດ້ ສະແດງຄວາມຂອບໃຈພ້ອມທັງ ໃຫ້ຄຳໝັ້ນສັນຍາວ່າ ຈະສືບຕໍ່ເສີມ ສ້າງສາຍພົວພັນແບບພິເສດຂອງ ສອງພັກ, ສອງລັດ, ສອງຊາດ ລາວ-ຫວຽດນາມເວົ້າລວມ, ເວົ້າສະເພາະສອງກອງບັນຊາ ການທະຫານແຂວງພວກເຮົາ ໃຫ້ແໜ້ນແຟ້ນ ແລະ ເຕີບໃຫຍ່ເຂັ້ມ ແຂງຂຶ້ນເລື້ອຍໆ. ໂອກາດອັນມີຄວາມໝາຍ ສຳຄັນນີ້ ຍັງໄດ້ຝາກຄວາມຢ້ຽມ ຢາມຖາມຂ່າວ ແລະ ຂອບໃຈນຳ ຄະນະພັກ-ຄະນະນຳກອງບັນຊາ ການທະຫານແຂວງເຫງ້ອານ ແລະ ແຂວງເຊິນລາ ເຊິ່ງຍາມ ໃດກໍມີຄວາມເປັນຫວ່ງເປັນໄຍ ແລະ ສາມັກຄີກັບກອງບັນຊາ ການທະຫານແຂວງຫົວພັນຕະ ຫຼອດມາ ເຖິງແມ່ນວ່າປັດຈຸບັນ ພວກເຮົາຈະພົບວິກິດຂອງພະ ຍາດລະບາດໂຄວິດ-19 ກໍຕາມ ແຕ່ຄວາມສາມັກຄີຍັງໜັກແໜ້ນ ຄືເກົ່າ ແລະ ເພິ່ມຂຶ້ນຢ່າງບໍ່ຢຸດ ຢັ້ງ. ໂດຍ: ໄຜ່ຄຳ ແກ້ວສອນພຽນ



 news to day and hot news

ຂ່າວມື້ນີ້ ແລະ ຂ່າວຍອດນິຍົມ

ຂ່າວມື້ນີ້












ຂ່າວຍອດນິຍົມ













ຫນັງສືພິມກອງທັບປະຊາຊົນລາວ, ສຳນັກງານຕັ້ງຢູ່ກະຊວງປ້ອງກັນປະເທດ, ຖະຫນົນໄກສອນພົມວິຫານ.
ລິຂະສິດ © 2010 www.kongthap.gov.la. ສະຫງວນໄວ້ເຊິງສິດທັງຫມົດ