ກອງທັບປະຊາຊົນລາວ
 
ວັນພະຫັດ, ວັນທີ 28 ມີນາ 2024

  

ຫ້ອງວ່າການກະຊວງປ້ອງກັນປະເທດ ປາຖະກະຖາ 2 ວັນປະຫວັດສາດຂອງຊາດ
ເວລາອອກຂ່າວ: 2021-04-13 15:46:55 | ຜູ້ຂຽນ : admin1 | ຈຳນວນຄົນເຂົ້າຊົມ: 38 | ຄວາມນິຍົມ:



ໃນວັນທີ 8 ເມສາ 2021 ນີ້, ຫ້ອງວ່າການກະຊວງປ້ອງ ກັນປະເທດ ໄດ້ຈັດຕັ້ງປາຖະກະ ຖາວັນສ້າງຕັ້ງກໍາລັງປ້ອງກັນ ຄວາມສະຫງົບ ຄົບຮອບ 60 ປີ ( 5 ເມສາ 1961-5 ເມສາ 2021) ແລະ ວັນສ້າງຕັ້ງສາຍ ພົວພັນການທູດລາວ-ຈີນ ຄົບ ຮອບ 60 ປີ (25 ເມສາ 1961-25 ເມສາ 2021) ໂດຍການ ເປັນ ປະທານຂອງ ສະຫາຍ ພົນຈັດຕະ ວາ ຄໍາມ່ວນ ເລືອງວັນຫຼ້າ ຮອງ ຫົວໜ້າຫ້ອງວ່າການກະຊວງປ້ອງກັນປະເທດ, ມີຄະນະພັກ- ຄະນະບັນຊາ, ຄະນະອໍານວຍ ການ, ບັນດາລັດວິສາຫະກິດ ແລະ ພະນັກງານ-ນັກຮົບເຂົ້າຮ່ວມ. ສະຫາຍປະທານໄດ້ຍົກໃຫ້ເຫັນປະຫວັດແຫ່ງການກໍາເນີດ ແລະ ເຕີບໃຫຍ່ຂະຫຍາຍຕົວຂອງ ກຳລັງປ້ອງກັນຄວາມສະຫງົບ ປະຊາຊົນ ແມ່ນກໍາລັງປະກອບອາ ວຸດປະຕິວັດອັນແຫຼມຄົມໂດຍ ແມ່ນພັກປະຊາຊົນປະຕີວັຕລາວ ເປັນຜູ້ສ້າງຕັ້ງ, ຕະຫຼອດໄລຍະ 60 ຜ່ານມາ ນຳພາເດັດຂາດໂດຍກົງ ຮອບດ້ານ, ເປັນກຳລັງທີ່ມາຈາກ ປະຊາຊົນ, ໂດຍປະຊາຊົນ ແລະ ເພື່ອຮັບໃຊ້ສິດຜົນປະໂຫຍດຂອງ ປະຊາຊົນລາວບັນດາເຜົ່າ, ໄດ້ກຳ ເນີດ ແລະ ເຕີບໃຫຍ່ຂະຫຍາຍຕົວ ໃນຂະບວນການຕໍ່ສູ້ປົດປ່ອຍຊາດ ຕ້ານຈັກກະພັດຜູ້ຮຸກຮານ, ປົກ ປົກຮັກສາ ແລະ ສ້າງສາພັດທະ ນາປະເທດຊາດ, ເວລາໃດກໍມີ ມູນເຊື້ອການຕໍ່ສູ້ຢ່າງອົງອາດກ້າ ຫານ, ມີນ້ຳໃຈເສຍສະຫຼະເດັດ ດ່ຽວບໍ່ຍອມຈຳນົນ, ມີຄວາມສັດ ຊື່ບໍລິສຸດ ແລະ ມີຄວາມສາມັກ ຄີເປັນປຶກແຜ່ນ, ພາຍໃຕ້ການນຳ ພາຂອງພັກປະຊາຊົນປະຕິວັດ ລາວແມ່ນປະຫວັດສາດແຫ່ງ ການທົດສອບອັນໃຫຍ່ຫຼວງໃນ ການຕໍ່ສູ້ອັນຍືດເຍື້ອຍາວນານ ເພື່ອຍາດເອົາຄວາມເປັນເອກະ ລາດແຫ່ງຊາດໃນການປະຕິບັດ ໜ້າທີ່ການເມືອງ, ທັງປະສານ ແລະ ຕໍ່ສູ້ຢ່າງພິລະອາດຫານຕິດ ພັນກັບການອອກແຮງປັບປຸງ-ກໍ່ສ້າງກໍາລັງຂອງຕົນໃຫ້ນັບມື້ ເຂັ້ມແຂງ ແລະ ຂະຫຍາຍຕົວ ເປັນກ້າວໆມາ. ຜ່ານການປະຕິ ບັດໜ້າທີ່ການເມືອງຂອງກໍາລັງ ປ້ອງກັນຄວາມສະຫງົບປະຊາ ຊົນຕະຫຼອດໄລຍະທີ່ຜ່ານມາ ພວກເຮົາກໍໄດ້ມີຄວາມພະຍາ ຍາມຢ່າງຕັ້ງໜ້າ, ມີຄວາມສູ້ຊົນ ບຸກບືນ, ມີຄວາມຮັບຜິດຊອບສູງ ໃນການຊີ້ນໍາ-ນໍາພາປະກອບ ສ່ວນເຂົ້າໃນການປົກປັກຮັກສາ ແລະສ້າງສາພັດທະນາປະເທດ ຊາດ, ສືບຕໍ່ຮັບປະກັນດ້ານສະ ຖຽນລະພາບ ແລະ ຄວາມໝັ້ນຄົງ ຂອງລະບອບປະຊາທິປະໄຕປະ ຊາຊົນໃຫ້ໜັກແໜ້ນ. ໃນການປະຖະກະຖາຄັ້ງນີ້ກໍ ເພື່ອເຮັດໃຫ້ພະນັກງານນັກຮົບ ທົ່ວຫ້ອງວ່າການກະຊວງປະເທດ ໄດ້ຮັບຮູ້ເຖິງມູນເຊື້ອສູ້ຮົບພິລະ ອາດຫານ ແລະ ຕໍ່ສູ້ບໍ່ຍອມຈໍານົນ ພຶດຕິກຳແຫ່ງການຕໍ່ສູ້ກູ້ຊາດຍືດເຍື້ອຍາວນານ, ດຸເດືອດ, ຂ້ຽວ ຂາດ, ກຳລັງປ້ອງກັນຄວາມສະ ຫງົບຂອງພວກເຮົາຍາມໃດກໍ ເດັດດ່ຽວ-ໜຽວແໜ້ນມີຄວາມ ອາດຫານບໍ່ຫວັ່ນໄຫວຄອນແຄນ ຕໍ່ຂໍ້ຫຍຸ້ງຍາກ ແລະ ອຸປະສັກໄດ້ ຕັ້ງໜ້າເຮັດວຽກງານປ້ອງກັນ ຄວາມສະຫງົບໄດ້ດີ, ສາມາດທັບ ມ້າງທຸກກົນອຸບາຍທຳລາຍມ້າງ ເພຂອງພວກຈັກກະພັດພາຍນອກ ແລະ ບັນດາອິດທິກຳລັງທີ່ເປັນ ປໍລະປັກ, ປົກປັກຮັກສາສະຖຽນ ລະພາບທາງດ້ານການເມືອງ, ຄວາມສະຫງົບປອດໄພ, ຄວາມ ເປັນລະບຽບຮຽບຮ້ອຍທາງດ້ານ ສັງຄົມ. ໂອກາດດຽວກັນນີ້ກໍໄດ້ ຫວນຄືນມູນເຊື້ອແຫ່ງການສ້າງຕັ້ງສາຍພົວພັນການທູດລາວ-ຈີນ ຄົບຮອບ 60 ປີ ຕື່ມອີກ.



 news to day and hot news

ຂ່າວມື້ນີ້ ແລະ ຂ່າວຍອດນິຍົມ

ຂ່າວມື້ນີ້












ຂ່າວຍອດນິຍົມ













ຫນັງສືພິມກອງທັບປະຊາຊົນລາວ, ສຳນັກງານຕັ້ງຢູ່ກະຊວງປ້ອງກັນປະເທດ, ຖະຫນົນໄກສອນພົມວິຫານ.
ລິຂະສິດ © 2010 www.kongthap.gov.la. ສະຫງວນໄວ້ເຊິງສິດທັງຫມົດ