ກອງທັບປະຊາຊົນລາວ
 
ວັນພະຫັດ, ວັນທີ 28 ມີນາ 2024

  

ກອງປະຊຸມທາງໄກ ເຈົ້າໜ້າທີ່ອາວຸໂສປ້ອງກັນປະເທດອາຊຽນ-ບວກ (ADSOM-PLUS)
ເວລາອອກຂ່າວ: 2021-04-13 15:50:27 | ຜູ້ຂຽນ : admin1 | ຈຳນວນຄົນເຂົ້າຊົມ: 30 | ຄວາມນິຍົມ:



ວັນທີ 8 ເມສາ 2021 ນີ້, ທ່ານ ພົນຕີ ຄໍາສີ ວົງຄໍາຊາວ ຫົວໜ້າຫ້ອງວ່າການກະຊວງປ້ອງກັນປະເທດ, ຫົວໜ້າເຈົ້າ ໜ້າທີ່ອາວຸໂສປ້ອງກັນປະເທດ ອາຊຽນ ແຫ່ງ ສປປ ລາວ ພ້ອມ ດ້ວຍຄະນະ ໄດ້ເຂົ້າຮ່ວມກອງ ປະຊຸມທາງໄກເຈົ້າໜ້າທີ່ອາວຸໂສ ປ້ອງກັນປະເທດອາຊຽນ-ບວກ ທີ່ ກົມພົວພັນຕ່າງປະເທດ, ກະຊວງ ປ້ອງກັນປະເທດ ພາຍໃຕ້ການເປັນປະທານຂອງ ທ່ານ ດາໂຕະ ອັນວາ, ຫົວໜ້າຫ້ອງວ່າການກະ ຊວງປ້ອງກັນປະເທດ, ຫົວໜ້າ ເຈົ້າໜ້າທີ່ອາວຸໂສປ້ອງກັນປະ ເທດອາຊຽນ ແຫ່ງ ບຣູໄນ. ໃນ ນາມເຈົ້າພາບເຂົ້າຮ່ວມກອງ ປະຊຸມໃນຄັ້ງນີ້ມີບັນດາເຈົ້າໜ້າ ອາວຸໂສຈາກປະເທດສະມາຊິກ ອາຊຽນ ແລະ ກອງເລຂາອາຊຽນ. ໃນກອງປະຊຸມໄດ້ຮັບຟັງການ ລາຍງານ: 1) ຄວາມຄືບໜ້າໃນ ການຈັດຕັ້ງຜັນຂະຫຍາຍວຽກງານອັນພົ້ນເດັ່ນຂອງອາຊຽນ ແລະ ວຽກງານພາຍໃຕ້ເສົາຄໍ້າ ການເມືອງ-ຄວາມໝັ້ນຄົງອາ ຊຽນໃນໄລຍະຜ່ານມາ ໂດຍສະ ເພາະແມ່ນການສ້າງຕັ້ງກອງທຶນ ອາຊຽນ ເພື່ອຮັບມືກັບການແຜ່ລະ ບາດຂອງພະຍາດໂຄວິດ-19, ແຜນຟື້ນຟູຮອບດ້ານອາຊຽນ, ການສ້າງຕັ້ງຄັງແຮຢາປົວພະ ຍາດ ແລະ ອຸປະກອນການແພດ ອາຊຽນ, ການສ້າງແລວການ ເດີນທາງອາຊຽນ ; 2) ຜົນສຳເລັດກອງປະຊຸມໜ່ວຍງານວິຊາການເຈົ້າໜ້າທີ່ອາວຸໂສປ້ອງກັນປະເທດອາຊຽນ-ບວກ ໃນວັນທີ 7 ເມສາ 2021 ຜ່ານ ມາ. ນອກຈາກນີ້, ກອງປະຊຸມ ຍັງໄດ້ແລກປ່ຽນທັດສະນະ ຮ່ວມກັນກ່ຽວກັບສະພາບການພົ້ນເດັ່ນທາງດ້ານຄວາມໝັ້ນຄົງພາຍໃນພາກພື້ນ ແລະ ສາກົນ, ໄພຂົ່ມຂູ່ທີ່ບໍ່ແມ່ນທາງການທະ ຫານ ເຊິ່ງກອງປະຊຸມເຫັນວ່າ ການແຜ່ລະບາດຂອງພະຍາດໂຄ ວິດ-19; ການປ່ຽນແປງຂອງ ຂອງສະພາບດິນຟ້າອາກາດ; ຄວາມໝັ້ນຄົງທາງ ທະເລ; ໄພຂົ່ມຂູ່ດ້ານຄວາມໝັ້ນຄົງທາງໄຊເບີ້; ການກໍ່ການຮ້າຍ ຍັງເປັນບັນຫາສິ່ງທ້າທາຍຂອງ ພາກພື້ນ ແລະ ສາກົນ. ສະນັ້ນ, ມັນຈຶ່ງຮຽກຮ້ອງໃຫ້ບັນດາ ປະ ເທດສະມາຊິກກອງປະຊຸມລັດ ຖະມົນຕີປ້ອງກັນປະເທດ ອາ ຊຽນ-ບວກ (ADMM-Plus) ສືບຕໍ່ຮ່ວມມືກັນໃນການຮັບມື ກັບສິ່ງທ້າທາຍດັ່ງກ່າວ ເພື່ອ ເຮັດໃຫ້ພາກພື້ນມີສັນຕິພາບ, ສະຖຽນລະພາບ ແລະ ຄວາມໝັ້ນ ຄົງ. ພ້ອມດຽວກັນນັ້ນ, ຍັງໄດ້ ພິຈາລະນາປຶກສາຫາລືຮ່າງຖະ ແຫຼງການບັນດາເຊລີເບກາວັນ ກອງປະຊຸມລັດຖະມົນຕີປ້ອງກັນປະເທດອາຊຽນ-ບວກ ຄັ້ງທີ 8, ການກະກຽມກອງປະຊຸມລັດຖະ ມົນຕີປ້ອງກັນປະເທດອາຊຽນ-ບວກ ຄັ້ງທີ 8, ເຊິ່ງຈະຈັດຂຶ້ນ ໃນວັນທິ 16 ມິຖຸນາ 2021 ທີ່ຈະ ມາເຖິງ.



 news to day and hot news

ຂ່າວມື້ນີ້ ແລະ ຂ່າວຍອດນິຍົມ

ຂ່າວມື້ນີ້












ຂ່າວຍອດນິຍົມ













ຫນັງສືພິມກອງທັບປະຊາຊົນລາວ, ສຳນັກງານຕັ້ງຢູ່ກະຊວງປ້ອງກັນປະເທດ, ຖະຫນົນໄກສອນພົມວິຫານ.
ລິຂະສິດ © 2010 www.kongthap.gov.la. ສະຫງວນໄວ້ເຊິງສິດທັງຫມົດ