ກອງທັບປະຊາຊົນລາວ
 
ວັນສຸກ, ວັນທີ 29 ມີນາ 2024

  

ກອງປະຊຸມຄັ້ງປະຖົມມະລຶກ ຂອງລັດຖະບານຊຸດທີ IX ເປີດຂື້ນຢ່າງເປັນທາງການ
ເວລາອອກຂ່າວ: 2021-04-13 15:53:28 | ຜູ້ຂຽນ : admin1 | ຈຳນວນຄົນເຂົ້າຊົມ: 39 | ຄວາມນິຍົມ:



ກອງປະຊຸມຄັ້ງປະຖົມມະລືກ ຂອງລັດຖະບານ ຊຸດທີ IX ໄດ້ ເປີດຂຶ້ນຢ່າງເປັນທາງການໃນ ຕອນເຊົ້າວັນທີ 8 ເມສາ 2021 ທີ່ສໍານັກງານນາຍົກລັດຖະມົນຕີ, ພາຍໃຕ້ການເປັນປະທານຂອງ ທ່ານ ພັນຄຳ ວິພາວັນ ກຳມະການ ກົມການເມືອງສູນກາງພັກ ນາ ຍົກລັດຖະມົນຕີ, ມີບັນດາສະມາ ຊິກລັດຖະບານ ຊຸດທີ IX ເຂົ້າ ຮ່ວມຢ່າງພ້ອມພຽງ. ກອງປະຊຸມຄັ້ງນີ້, ເປັນກອງ ປະຊຸມຄັ້ງທໍາອິດຂອງລັດຖະບານ ພາຍຫຼັງທີ່ສະພາແຫ່ງຊາດ ຊຸດທີ IX ໄດ້ເຫັນດີຮັບຮອງເອົາກົງຈັກ ຂອງລັດຖະບານ ຊຸດທີ IX ເຊິ່ງ ປະກອບມີ 17 ກະຊວງ ແລະ 2 ອົງການທຽບເທົ່າກະຊວງ ແລະ ສະມາຊິກລັດຖະບານທັງໝົດ 21 ທ່ານ, ຍິງ 3 ທ່ານ. ກອງປະຊຸມຄັ້ງນີ້, ຈະໄດ້ດຳ ເນີນແຕ່ວັນທີ 8-9 ເມສານີ້ ເຊິ່ງ ຈະໄດ້ພ້ອມກັນຮັບຟັງ, ຄົ້ນຄວ້າ, ປະກອບຄໍາຄິດຄໍາເຫັນ ແລະ ພິຈາ ລະນາຮັບຮອງເອົາເອກະສານ ສຳຄັນຈຳນວນໜຶ່ງຄື: ເຜີຍແຜ່ຂໍ້ຕົກລົງຂອງທ່ານ ນາຍົກລັດຖະມົນຕີ ວ່າດ້ວຍການແບ່ງຄວາມຮັບຜິດຊອບຂອງນາຍົກ ແລະ ຮອງນາຍົກລັດຖະມົນຕີ; ຮ່າງແຜນດຳເນີນງານຂອງລັດ ຖະບານ ຊຸດທີ IX ໄລຍະ 5 ປີ 2021-2025. ຮ່າງຂໍ້ຕົກລົງ ວ່າດ້ວຍລະ ບຽບ ແລະ ກົນໄກການເຮັດວຽກ ຂອງລັດຖະ ບານ ຊຸດທີ IX, ຮ່າງ ເອກະສານວາລະແຫ່ງຊາດ ວ່າ ດ້ວຍການແກ້ໄຂຄວາມຫຍຸ້ງ ຍາກທາງດ້ານເສດຖະກິດ-ການ ເງິນ, ຮ່າງເອກະສານວາລະແຫ່ງ ຊາດ ວ່າດ້ວຍການຄວບຄຸມ, ສະ ກັດກັ້ນ ແລະ ຕ້ານຢາເສບຕິດ ປີ 2021-2025. ພິເສດ, ໃນຕອນທ້າຍຂອງ ກອງປະຊຸມຈະໄດ້ຮັບຟັງການໂອ້ ລົມ ແລະ ໃຫ້ທິດຊີ້ນຳຈາກທ່ານ ທອງລຸນ ສີສຸລິດ ເລຂາທິການ ໃຫຍ່ ຄະນະບໍລິຫານງານສູນ ກາງພັກປະຊາຊົນປະຕິວັດລາວ ປະທານປະເທດແຫ່ງ ສປປ ລາວ. ໃນໂອກາດດັ່ງກ່າວທ່ານນາຍົກ ລັດຖະມົນຕີ ໄດ້ຮຽກຮ້ອງມາ ຍັງບັນດາທ່ານຮອງນາຍົກລັດ ຖະມົນຕີ ແລະ ສະມາຊິກລັດຖະ ບານທັງໝົດ ຈົ່ງພ້ອມກັນຍົກ ສູງຄວາມຮັບຜິດຊອບຕໍ່ໜ້າທີ່ ການເມືອງຂອງຕົນ, ສຸມທຸກສະ ຕິປັນຍາ ແລະ ຄວາມຮູ້ຄວາມສາ ມາດເຂົ້າໃນການຄົ້ນຄວ້າພິຈາ ລະນາ, ປະກອບຄຳເຫັນຢ່າງສ້າງ ສັນ, ກົງໄປກົງມາ ທັງຮັບປະກັນຄວາມຖືກຕ້ອງສອດຄ່ອງຕາມ ກົດໝາຍເຂົ້າ ໃນແຕ່ລະຫົວຂໍ້ ແລະ ຄຳຖາມເຈາະຈີ້ມ ເພື່ອໃຫ້ ຜົນຂອງກອງປະຊຸມບັນລຸຕາມ ຈຸດປະສົງ ແລະ ຄາດໝາຍທີ່ກຳ ນົດໄວ້ ແລະ ໃຫ້ສົມກັບຄວາມມຸ່ງ ຫວັງຂອງປະຊາຊົນລາວບັນດາ ເຜົ່າທີ່ຢາກເຫັນ ແລະ ຢາກໃຫ້ ລັດຖະບານ ຊຸດທີ IX ເປັນລັດຖະ ບານ ທີ່: ເວົ້າແທ້, ທໍາຈິງ, ດຸໝັ່ນ, ຊື່ສັດ, ປະຢັດ, ອົດທົນ ແລະ ເພື່ອ ປະຊາຊົນ.



 news to day and hot news

ຂ່າວມື້ນີ້ ແລະ ຂ່າວຍອດນິຍົມ

ຂ່າວມື້ນີ້












ຂ່າວຍອດນິຍົມ













ຫນັງສືພິມກອງທັບປະຊາຊົນລາວ, ສຳນັກງານຕັ້ງຢູ່ກະຊວງປ້ອງກັນປະເທດ, ຖະຫນົນໄກສອນພົມວິຫານ.
ລິຂະສິດ © 2010 www.kongthap.gov.la. ສະຫງວນໄວ້ເຊິງສິດທັງຫມົດ