ຄະນະກວດກາ ການກໍ່ສ້າງກົມກອງ-ນັກຮົບວັດທະນະທຳ ລົງຊຸກຍູ້ວຽກງານ ຢູ່ກອງພັນ 432
ເວລາອອກຂ່າວ: 2021-04-13 15:56:16 | ຜູ້ຂຽນ : admin1 | ຈຳນວນຄົນເຂົ້າຊົມ: 43 | ຄວາມນິຍົມ:
ວັນທີ 01 ເມສາ 2021
ນີ້, ຄະນະກວດກາ ການກໍ່ສ້າງ
ກົມກອງ-ນັກຮົບວັດທະນະທຳ ທະຫານແຂວງວຽງຈັນ, ນຳ
ໂດຍ ສະຫາຍ ພັນເອກ ສົມພັນ
ເຮືອງພະຈັນ ກຳມະການຄະນະ ພັກກອງບັນຊາການ ຫົວໜ້າ
ຫ້ອງການເມືອງ ກອງບັນຊາ ການທະຫານແຂວງວຽງຈັນ ພ້ອມຄະນະພັກ-ຄະນະບັນຊາ
ອົງການ 5 ຫ້ອງ, ພະແນກການ,
ໄດ້ລົງເຄື່ອນໄຫວຊຸກຍູ້ວຽກງານ
ການສ້າງກົມກອງ-ນັກຮົບວັດ
ທະນະທຳ ຢູ່ກອງພັນ 432,
ທີ່ຂຶ້ນກັບ ກອງບັນຊາການທະ ຫານແຂວງວຽງຈັນ.
ໃນການລົງເຄື່ອນໄຫວຄັ້ງນີ້,
ໄດ້ຮັບຟັງການລາຍງານຄືນ
ກ່ຽວກັບການຈັດຕັ້ງປະຕິບັດ
ແຜນການສ້າງກົມກອງ-ນັກຮົບ
ວັດທະນະທຳ ທີ່ກົມໂຄສະນາ
-ອົບຮົມ ກົມໃຫຍ່ການເມືອງ ກອງທັບວາງອອກ ກໍຄື ແຈ້ງ
ການຂອງພະແນກໂຄສະນາອົບ ຮົມ ຫ້ອງການເມືອງທະຫານ ແຂວງວຽງຈັນ ໄດ້ແຈ້ງການແນະນຳເນື້ອໃນບັນດານິຕິກຳກ່ຽວກັບວຽກງານການສ້າງກົມກອງ-ນັກຮົບວັດທະນະທຳ ເພື່ອເປັນທິດນຳໃຫ້ຄະນະພັກ-ຄະນະບັນຊາ ນຳມາຈັດຕັ້ງຜັນ ຂະຫຍາຍເຂົ້າໃນວຽກງານ ລວມຂອງກົມກອງ ໂດຍຕິດພັນ ກັບການປະຕິບັດ 4 ໜ້າທີ່ໃຫຍ່ 26 ແຜນງານ ທີ່ຄະນະພັກກະ ຊວງປ້ອງກັນປະເທດວາງອອກ, ຂະບວນການສ້າງກອງ 3 ປອດ
ໄປພ້ອມໆກັບການປະຕິບັດຂໍ້ ແຂ່ງຂັນຮັກຊາດ ແລະ ພັດທະນາ
ເຊິ່ງກົມກອງໄດ້ພ້ອມກັນຈັດຕັ້ງ
ປະຕິບັດຢ່າງຕັ້ງໜ້າ, ຜ່ານມາ
ເຫັນວ່າພະນັກງານ-ນັກຮົບ
ພາຍໃນກົມ ກອງມີຄວາມສະ ດຸ້ງໄວ ຕື່ນຕົວປະກອບສ່ວນເຂົ້າໃນຂະບວນການຢ່າງສຸດກົກສຸດປາຍ ເຮັດໃຫ້ກົມກອງມີການພັດທະນາເປັນກ້າວໆ.
ໂດຍ: ສາຍຄໍາ ພອນມະນີ
news to day and hot news
ຂ່າວມື້ນີ້ ແລະ ຂ່າວຍອດນິຍົມ
ຂ່າວມື້ນີ້
ຂ່າວຍອດນິຍົມ
ຫນັງສືພິມກອງທັບປະຊາຊົນລາວ, ສຳນັກງານຕັ້ງຢູ່ກະຊວງປ້ອງກັນປະເທດ, ຖະຫນົນໄກສອນພົມວິຫານ.
ລິຂະສິດ © 2010 www.kongthap.gov.la. ສະຫງວນໄວ້ເຊິງສິດທັງຫມົດ
ລິຂະສິດ © 2010 www.kongthap.gov.la. ສະຫງວນໄວ້ເຊິງສິດທັງຫມົດ