ກອງປະຊຸມບໍ່ເປັນທາງການລະຫວ່າງ ກອງພົນທີ 5, ກອງບັນຊາການທະຫານແຂວງຈຳປາສັກ ກັບ ກອງບັນຊາການທະຫານພາກ 4 ກອງທັບຣາຊະອານາຈັກກຳປູເຈຍ
ເວລາອອກຂ່າວ: 2021-04-13 17:04:25 | ຜູ້ຂຽນ : admin1 | ຈຳນວນຄົນເຂົ້າຊົມ: 73 | ຄວາມນິຍົມ:
ໃນວັນທີ 8 ເມສາ 2021 ນີ້, ຢູ່ທີ່ກອງຮ້ອຍທະຫານຊາຍແດນ 529 ກອງບັນຊາການທະຫານ ແຂວງຈຳປາສັກໄດ້ຈັດກອງປະ ຊຸມບໍ່ເປັນທາງການລະຫວ່າງ ກອງ ພົນທີ 5 , ກອງບັນຊາການ ທະຫານແຂວງຈຳປາສັກ ກອງ ທັບປະຊາຊົນລາວກັບກອງບັນ ຊາການທະຫານພາກ 4 ກອງທັບຣາຊະອານາຈັກກຳປູເຈຍ, ຝ່າຍ ລາວ ນຳໂດຍທ່ານ ພົນຈັດຕະວາ ສຸໄກ ພີມມະເສນ ຫົວໜ້າການ ທະຫານກອງບັນຊາການທະ ຫານແຂວງຈຳປາສັກ ຝ່າຍກຳ ປູເຈຍນຳ ໂດຍ ທ່ານ ພົນໂທ ໂສ ນາດາ ຮອງຜູ້ ບັນຊາການທະ ຫານພາກ 4 ກອງທັບຣາຊະອາ ຈັກກຳປູເຈຍ .
ການຈັດກອງປະຊຸມດັ່ງກ່າວ ຈຸດປະສົງກໍເພື່ອປະຕິບັດຕາມ ສົນທິສັນຍາຮັກສາຄວາມສະ ຫງົບຕາມຂອບເຂດຊາຍແດນຂອງນາຍົກລັດຖະມົນຕີສອງ ປະເທດ ໃນຫົວຂໍ້ສ້າງໃຫ້ຂອບ ເຂດຊາຍແດນສອງປະເທດກາຍ ເປັນຊາຍແດນແຫ່ງສັນຕິພາບ ມິດຕະພາບ ແລະ ຄວາມສາມັກຄີ ປະຊາຊົນສອງຊາດ ໄດ້ໄປມາຫາ ສູ່ເຊິ່ງກັນ ແລະ ກັນ ທ່ານ ພົນ ຈັດຕະວາ ສຸໄກ ພີມມະເສນ ໄດ້ຕີລາຄາສູງຕໍ່ສາຍພົວພັນ ຮ່ວມມືກັນລະຫວ່າງສອງ ປະເທດ ເວົ້າລວມ, ເວົ້າສະເພາະແມ່ນ ສອງກອງທັບ ລາວ-ກຳປູເຈຍ ຈາກນັ້ນ, ທັງສອງຝ່າຍກໍໄດ້ພ້ອມ ກັນສົນທະນາປຶກສາຫາລືກັນ ໃນຫຼາຍບັນຫາທີ່ຕ່າງຝ່າຍໃຫ້ ຄວາມສົນໃຈ ແລະ ສືບຕໍ່ຮ່ວມ ມືກັນແກ້ໄຂໃນຕໍ່ໜ້າໂດຍສະ ເພາະບັນຫາຄວາມບໍ່ສະຫງົບ ໃນເຂດເສັ້ນຊາຍແດນ ເຊັ່ນ: ການລັກລອບເຂົ້າເມືອງຜິດກົດ ໝາຍ, ຄ້າຂາຍເຖື່ອນ, ລັກຕັດໄມ້, ຄ້າຂາຍສີ່ງເສບຕິດ ແລະ ບັນຫາ ອື່ນໆ ທີ່ກໍ່ໃຫ້ເກີດຄວາມບໍ່ສະ ຫງົບຕາມຂອບເຂດເສັ້ນຊາຍ ແດນທັງສອງປະເທດ.
ໂດຍ: ແສງອາທິດ ສີດາໄລ
news to day and hot news
ຂ່າວມື້ນີ້ ແລະ ຂ່າວຍອດນິຍົມ
ຂ່າວມື້ນີ້
ຂ່າວຍອດນິຍົມ
ຫນັງສືພິມກອງທັບປະຊາຊົນລາວ, ສຳນັກງານຕັ້ງຢູ່ກະຊວງປ້ອງກັນປະເທດ, ຖະຫນົນໄກສອນພົມວິຫານ.
ລິຂະສິດ © 2010 www.kongthap.gov.la. ສະຫງວນໄວ້ເຊິງສິດທັງຫມົດ
ລິຂະສິດ © 2010 www.kongthap.gov.la. ສະຫງວນໄວ້ເຊິງສິດທັງຫມົດ