ກອງທັບປະຊາຊົນລາວ
 
ວັນສຸກ, ວັນທີ 29 ມີນາ 2024

  

ວຕກ ເປີດບັ້ນອົບຮົມ-ຫັດແອບທະຫານໃໝ່
ເວລາອອກຂ່າວ: 2021-04-13 17:30:08 | ຜູ້ຂຽນ : admin1 | ຈຳນວນຄົນເຂົ້າຊົມ: 494 | ຄວາມນິຍົມ:



ວັນທີ 2 ເມສາ 2021 ນີ້, ວິທະຍາຄານເຕັກນິກການທະ ຫານ (ວຕກ) ໄດ້ເປີດບັ້ນອົບ ຮົມ-ຫັດແອບໃຫ້ທະຫານໃໝ່ ປະຈຳປີ 2020 ໂດຍການເປັນ ປະທານຂອງ ສະຫາຍ ພັນເອກ ຈັນສະໝອນ ລັດສະໄໝ ຫົວ ໜ້າຫ້ອງອົບຮົມ ວຕກ, ມີຄະ ນະຫ້ອງ, ຄະນະວິຊາ, ພະນັກ ງານຄູ-ອາຈານ ແລະ ທະຫານ ໃໝ່ເຂົ້າຮ່ວມ. ສະຫາຍ ພັນໂທ ບົວສີ ແກ້ວບົວລະພາ ຮອງຫົວໜ້າ ຫ້ອງການບໍລິຫານ ວຕກ ໄດ້ ຜ່ານແຜນການອົບຮົມ-ຫັດແອບ ປີ 2020 ໃນການອົບຮົມ-ຫັດ ແອບຈະໄດ້ອົບຮົມ ພາກການ ເມຶອງ 4 ວັນ, ການທະຫານ 51 ວັນ, ພະລາທິການ-ເຕັກນິກ 4 ວັນ, ກົດລະບຽບຂອງກອງທັບ 1 ວັນ, ລະບຽບຮູບແຖວ 7 ວັນ, ກີລາກາຍະບໍລິຫານ 10 ວັນ, ກີລາການທະຫານ 4 ວັນ, ຫັດແອບສິລະປະຍຸດ 10 ວັນ, ຈັງຫວະພື້ນຖານໃນເວລາສູ້ຮົບ 4 ວັນ, ບຸກຄົນເຮັດໜ້າທີ່ສູ້ຮົບບຸກຕີ 6 ວັນ ແລະ ການປະຕິບັດຕົວຈິງ, ການຍິງເປົ້າໝາຍດ້ວຍລູກປຶນ ແທ້ຈະໄດ້ຮຽນຮູ້ບາດກ້າວຈັງ ຫວະສິລະປະຍຸດ-ຍຸດທະວິທີສູ້ ຮົບແຕ່ລະຮູບການເຄື່ອນໄຫວ, ຢ່າງມີໄຫວພິກຄ່ອງແຄ້ວໃນການ ສູ້ຮົບມີໄຊ ແລະ ຮັບປະກັນຄວາມປອດໄພຕາມແຜນການອົບຮົມ. ທັງນີ້, ເພື່ອແນໃສ່ໃຫ້ທະຫານ ໃໝ່ ທີ່ຍັງບໍ່ຜ່ານພື້ນຖານການ ທະຫານ, ການເມືອງ ແລະ ພະ ລາທິການ-ເຕັກນິກ ທັງເປັນ ການເຝິກຝົນຫຼໍ່ຫຼອມກຳລັງ ແຮງກາຍຂອງທະຫານໃໝ່ ໃຫ້ມີຄວາມແຂງແຮງທາງດ້ານ ຮ່າງກາຍ, ມີຄວາມດຸໝັ່ນຂະ ຫຍັ່ນພຽນ, ຊື່ສັດປະຢັດມັດທະຍັດ ແລະ ຮັບຮູ້ໄດ້ບັນດາຂໍ້ກຳນົດ, ກົດລະບຽບຂອງກອງທັບວາງ ອອກ ພ້ອມທັງປະຕິບັດໄດ້ເປັນ ຢ່າງດີ, ເພື່ອໄປນຳໃຊ້ຕົວຈິງຢູູ່ໃນ ກົມກອງ ແລະ ສ້າງກົມກອງໃຫ້ກາຍເປັນກົມກອງທີ່ມີແບບແຜນ ແລະ ທັນສະໄໝ. ໂດຍ: ຄຳຜີວ ພັນວິໄຊ



 news to day and hot news

ຂ່າວມື້ນີ້ ແລະ ຂ່າວຍອດນິຍົມ

ຂ່າວມື້ນີ້












ຂ່າວຍອດນິຍົມ













ຫນັງສືພິມກອງທັບປະຊາຊົນລາວ, ສຳນັກງານຕັ້ງຢູ່ກະຊວງປ້ອງກັນປະເທດ, ຖະຫນົນໄກສອນພົມວິຫານ.
ລິຂະສິດ © 2010 www.kongthap.gov.la. ສະຫງວນໄວ້ເຊິງສິດທັງຫມົດ