
![]()
ຫຼີ້ນບຸນປີໃໝ່ ຈົ່ງນຳໃຊ້ນ້ຳຢ່າງປະຍັດ
ເວລາອອກຂ່າວ: 2021-04-13 17:45:01 | ຜູ້ຂຽນ : admin1 | ຈຳນວນຄົນເຂົ້າຊົມ: 6926 | ຄວາມນິຍົມ: ![]()
ເມື່ອເວົ້າເຖິງບຸນປີໃໝ່ລາວ ຫຼື ກຸດສົງການ ຫຼາຍຄົນກໍຈະ ຄິດເຖິງການຫຼິ້ນນໍ້າຫົດສົງກັນ ຢ່າງເບີກບານມ່ວນຊື່ນ ໂດຍບໍ່ໄດ້ ຄາໍນຶງວ່າ ຈະພ້ອມກັນປະຢັດນໍ້າ ເພື່ອອະນຸຮັກຊັບພະຍາກອນ ນໍ້າໃຫ້ສາມາດນາໍໃຊ້ໃຫ້ເກີດປະ ໂຫຍດສູງສຸດ ໂດຍສະເພາະ ເກັບໄວ້ນາໍໃຊ້ໃນຊີວິດປະຈາໍວັນ, ນໍາໃຊ້ເຂົ້າໃນການກະສິກໍາ ແລະ ອື່ນໆ ເພາະໄລຍະເດືອນເມສາ ເປັນໄລຍະອາກາດແຫ້ງແລ້ງ ສົ່ງຜົນໃຫ້ລະດັບນໍ້າໃນແຫຼ່ງ ນ້ໍາທໍາມະຊາດບົກແຫ້ງບາງ ສະຖານທີ່ມີບໍ່ພຽງພໍໃນການ ນໍາໃຊ້ ເພື່ອໃຫ້ນໍ້າມີໃຊ້ໄດ້ຢ່າງ ຍືນຍົງ ດັ່ງນັ້ນ ທຸກຄົນຄວນ ຫັນມາພ້ອມກັນປະຢັດນໍ້າເລີ່ມ
ແຕ່ບຸນປີໃໝ່ລາວນີ້ຄືຫຼິ້ນນໍ້າ
ຫຼື ຫົດແບບພໍດີ ຫົດນໍ້າໃຫ້ຫຼຸດ ໜ້ອຍລົງກໍມ່ວນໄດ້ ທັງເປັນການ ຊ່ວຍປະຢັດຄ່າໃຊ້ຈ່າຍໄປຄຽງ ຄູ່ກັບການອະນຸຮັກຊັບພະຍາ ກອນນໍ້າ.
ຫຼິ້ນນໍ້າບຸນປີໃໝ່ລາວແບບ ມ່ວນໃຈ ແລະ ປະຢັດນໍ້າດ້ວຍ ການຫັນກັບໄປປະຕິບັດຕາມ ປະເພນີແບບດັ້ງເດີມ ໂດຍ ຫັນໄປປະຕິບັດຕາມຮີດຄອງ ປະເພນີ ວັດທະນະທໍາທີ່ປະຕິ ບັດສືບຕໍ່ກັນມາດ້ວຍການຫັນ
ໄປສົງນ້ໍາພະພຸດທະຮູບ ສົງນໍ້າ ຂໍພອນຈາກພໍ່ແມ່, ຍາດພີ່ນ້ອງ, ຜູ້ໃຫຍ່ ແລະ ສັກກາລະສິ່ງສັກສິດ ຫຼື ກັບບ້ານໄປຢ້ຽມຢາມຍາດຕິ ພີ່ນ້ອງກໍມ່ວນ ແລະ ມີຄວາມສຸກ ກັບເທສະການ ນີ້ໄດ້ໂດຍບໍ່ຕ້ອງ ໃຊ້ນາໍຫົດສົງຫຼາຍເກີນໄປ. ຖ້າ ຕ້ອງຫຼິ້ນນໍ້າກໍຕ້ອງໄດ້ກາໍນົດ ເວລາຫຼິ້ນໃຫ້ພໍມ່ວນພໍດີງາມ ບໍ່ແມ່ນຈະຫຼິ້ນແຕ່ເຊົ້າຈົນຮອດຄໍ່າ
ຄືດັ່ງທີ່ປະຕິບັດກັນຢ່າງປີຜ່ານໆ ມາ ຫຼື ຫຼິ້ນຫົດນໍ້າກັບພີ່ນ້ອງ ພາຍໃນຄອບຄົວກໍຄວນກາໍນົດ ປະລິມານນໍ້າທີ່ຈະໃຊ້ຫຼິ້ນ ເມື່ອ ຫຼິ້ນນໍ້າໝົດຕາມທີ່ກໍານົດໄວ້ກໍ ຄວນຢຸດເຊົາ ແລະ ຄວນໃຊ້ອຸ ປະກອນຫົດນໍ້າຢ່າງເໝາະສົມ ເຊັ່ນ: ຂັນ ຫຼື ໂອນ້ອຍ ຫຼື ຈະນໍາ ໃຊ້ປືນນໍ້າກະບອກນ້ອຍໆ ກໍໄດ້
ຫົດ ຫຼື ຫຼິ້ນນໍ້າ ເອົາແຕ່ພໍຊຸ່ມ ເຢັນຢູ່ສະບາຍຄາຍຄວາມຮ້ອນ ເຊິ່ງວິທີນີ້ເປັນວິທີທີ່ດີ ແລະ ປອດ
ໄພ ທັງຫຼຸດການນຳໃຊ້ນາໍ້ທັງ
ຊ່ວຍຫຼຸດອຸບັດຕິເຫດໄດ້ດີກວ່າ ການຫຼິ້ນນ້ໍາຮຸນແຮງ ໂດຍສະ
ເພາະແມ່ນຕາມຖະໜົນເຊິ່ງອາດ ຈະກໍ່ໃຫ້ເກີດອຸບັດຕິເຫດໄດ້.
ເພື່ອເປັນການຮ່ວມກັນປະຢັດ ນໍ້າ ແລະ ປະຢັດຄ່າໃຊ້ຈ່າຍ ທັງ
ຊ່ວຍຫຼຸດຜ່ອນອຸບັດຕິເຫດ. ການ ຫຼິ້ນບຸນຫົດນໍ້າປີນີ້ຫຼຸດຜ່ອນການ ຫຼິ້ນນໍ້າຄວນຫັນມານາໍໃຊ້ສິ່ງ ອື່ນໆ ທີ່ຫົດສົງແທນການສາດນໍ້າ ຫົດນຳ້ດ້ວຍໂອ, ຂັນ ຫຼື ຄຸ ເຊິ່ງວິ ທີ່ນີ້ສາມາດຫຼຸດຜ່ອນການນາໍ ໃຊ້ນໍ້າກວ່າການຕັກໃສ່ຂັນໄດ້ ຫຼາຍເທົ່າ ເຖິງວ່າຈະບໍ່ ໄດ້ປຽກ ຊຸ່ມເຢັນຢ່າງເຕັມທີຄືເມື່ອກ່ອນ
ກໍຖືເປັນການສ້າງຈິດສໍານຶກໃນ ການປະຢັດນໍ້າໃຫ້ແກ່ປະຊາຊົນ ທົ່ວໄປໄດ້ຮັບຮູ້ ແລະ ຄໍານຶງເຖິງ
ການແກ້ໄຂບັນຫາການຂາດ ແຄນ
ນໍ້າໃຊ້ໃນລະດູແລ້ງ ພ້ອມທັງ ເປັນການສ້າງພາບລັກທີ່ດີໃຫ້ ການທ່ອງທ່ຽວໃນເທສະການ ດັ່ງກ່າວ ເຊິ່ງຢ້ອນກັບໄປໃນ
ເມື່ອກ່ອນບຸນປີໃໝ່ໄດ້ມີການ ຫຼິ້ນແບບພໍດີ ມີໄມຕີຈິດບໍ່ຮຸນ ແຮງບໍ່ມີການສະຫຼອງແບບ
ຟູມເຟືອຍ ດື່ມເຫຼົ້າ, ດື່ມເບຍກໍພໍ ດີຮັກສາໄດ້ຮີດຄອງປະເພນີຢ່າງ ແທ້ຈິງ.
ໂດຍ: ແສງເດືອນ

news to day and hot news
ຂ່າວມື້ນີ້ ແລະ ຂ່າວຍອດນິຍົມ
ຂ່າວມື້ນີ້
ຂ່າວຍອດນິຍົມ
ຫນັງສືພິມກອງທັບປະຊາຊົນລາວ, ສຳນັກງານຕັ້ງຢູ່ກະຊວງປ້ອງກັນປະເທດ, ຖະຫນົນໄກສອນພົມວິຫານ.
ລິຂະສິດ © 2010 www.kongthap.gov.la. ສະຫງວນໄວ້ເຊິງສິດທັງຫມົດ
ລິຂະສິດ © 2010 www.kongthap.gov.la. ສະຫງວນໄວ້ເຊິງສິດທັງຫມົດ















