ກອງທັບປະຊາຊົນລາວ
 
ວັນສຸກ, ວັນທີ 29 ມີນາ 2024

  

ທະຫານແຂວງອຸດົມໄຊ ເປີດຂະບວນການແຂ່ງຂັນປະຈຳປີ 2021
ເວລາອອກຂ່າວ: 2021-04-13 18:27:56 | ຜູ້ຂຽນ : admin1 | ຈຳນວນຄົນເຂົ້າຊົມ: 143 | ຄວາມນິຍົມ:



ວັນທີ 8 ເມສາ 2021 ນີ້ ກອງບັນຊາການທະຫານແຂວງ ອຸດົມໄຊ ສະຫຼຸບຂະບວນການ ແຂ່ງຂັນ ປະຈຳປີ 2020 ແລະ ເປີດຂະບວນການແຂ່ງຂັນປະ ຈໍາປີ 2021, ໂດຍການເປັນປະ ທານຂອງ ສະຫາຍ ພັນເອກ ຄຳ ຢີນ ແສງສຸລີ ກຳມະການພັກ ແຂວງ, ເລຂາຄະນະພັກ, ຫົວໜ້າການເມືອງກອງບັນຊາການທະ ຫານແຂວງອຸດົມໄຊ, ມີຄະນະ ພັກ-ຄະນະບັນຊາອົງການ 5 ຫ້ອງ, ໂຮງຮຽນ, ໂຮງໝໍ, ກອງ ບັນຊາການທະຫານເມືອງ 7 ເມືອງ, ກອງພັນນ້ອຍ 414, ກອງຮ້ອຍເອກະລາດ ແລະ ພະ ນັກງານຫຼັກແຫຼ່ງເຂົ້າຮ່ວມ. ສະຫາຍ ພັນໂທ ໄຊພອນ ກໍ ຊົມພູ ຮອງຫົວໜ້າຫ້ອງການ ເມືອງທະຫານແຂວງອຸດົມໄຊ ໄດ້ຂຶ້ນຜ່ານບົດສະຫຼຸບຕີລາຄາ ການຈັດຕັ້ງປະຕິບັດວຽກງານ ຂະບວນການແຂ່ງຂັນໃນໄລຍະ 1 ປີຜ່ານມາ ພ້ອມທັງຜ່ານທິດທາງ ແຜນການເປີດຂະບວນການ ແຂ່ງ ຂັນປະຈໍາປີ 2021 ທົ່ວ ກອງບັນ ຊາການທະຫານແຂວງອຸດົມໄຊ, ໂດຍປະຕິບັດຕາມຄໍາສັ່ງແນະ ນໍາຂອງກົມໃຫຍ່ການເມືອງກອງ ທັບ ວ່າດ້ວຍການຈັດຕັ້ງເປີດຂະ ບວນການແຂ່ງຂັນປະຈໍາປີ 2021 ເພື່ອເປັນການປຸກລະດົມ ວຽກງານການເມືອງ-ແນວຄິດ, ການຮັບປະກັນໃຫ້ການຈັດຕັ້ງຂະ ບວນການແຂ່ງຂັນຮັກຊາດ ແລະ ພັດທະນາຢູ່ກອງບັນຊາການ ທະຫານແຂວງອຸດົມໄຊ ໃຫ້ມີ ຄວາມໜັກແໜ້ນເຂັ້ມແຂງ, ພະ ນັກງານ-ນັກຮົບກຳໄດ້ແນວທາງ ນະໂຍບາຍຂອງພັກ-ລັດ ກໍຄືລະ ບຽບຂອງກອງທັບ ປະຊາຊົນ ລາວ, ແນໃສ່ສ້າງຂະບວນການຮອບດ້ານໃຫ້ມີຜົນງານຕົວຈິງ ເພື່ອຂໍ່ານັບຮັບຕ້ອນວັນປະຫວັດສາດສໍາຄັນຂອງຊາດ, ຂອງພັກ ແລະ ຂອງກອງທັບໃຫ້ຟົດຟື້ນ, ໂດຍຖືເອົາບັ້ນແຂ່ງຂັນນີ້ເປັນ ການຊຸກຍູ້ຂະບວນການປັບປຸງກໍ່ ສ້າງກອງທັບໃຫ້ເຕີບໃຫຍ່ເຂັ້ມ ແຂງ, ສ້າງກົມກອງໃຫ້ເປັນກົມ ກອງຕົວແບບ, ກອງປອດໃສ, ປອດໄພ, ປອດຄະດີ, ສ້າງໜ່ວຍ ພັກປອດໃສ ເຂັ້ມແຂງ ໜັກແໜ້ນ, ກໍ່ສ້າງກົມກອງວັດທະນະທໍາ-ນັກ ຮົບວັດທະນະທຳ, ຂະບວນການ 4 ປູກ 4 ລ້ຽງ, ຂະບວນການ 4 ບຸກຂອງຊາວໜຸ່ມ, ຂະບວນ ການ 3 ດີ 4 ພັດທະນາຂອງສະ ຫະພັນແມ່ຍິງ ແລະ ຂະບວນການ ປະຕິບັດ 7 ລະບອບ 18 ວຽກຂອງ ກອງທັບປະຊາຊົນລາວໃຫ້ປະກົດຜົນເປັນຈິງ. ໃນໂອກາດດຽວນີ້ ຍັງໄດ້ມອບໃບຢ້ອງຍໍໃຫ້ພະນັກ ງານ-ນັກຮົບໃນການປະກອບ ສ່ວນສ້າງສາພັດທະນາກົມກອງ ໄລຍະ 1 ປີຜ່ານມານຳອີກ. ໂອກາດນີ້, ສະຫາຍ ພັນເອກ ຄຳຢີນ ແສງສຸລີ ໄດ້ກ່າວສະ ແດງຄວາມຍ້ອງຍໍຊົມເຊີຍຕໍ່ຜົນ ງານທີ່ບັນດາກົມກອງຍາດມາໄດ້ ພ້ອມທັງເນັ້ນໜັກໃຫ້ເອົາໃຈໃສ່ ສຶກສາອົບຮົມການເມືອງ-ນຳພາ ແນວຄິດເສີມຂະຫຍາຍນ້ຳໃຈຮັກ ຊາດ, ຮັກລະບອບໃໝ່, ເຮັດໃຫ້ ສະພາບພາຍໃນແຂວງມີຄວາມ ສະຫງົບປອດໄພ 100 %, ປັບ ປຸງແບບແຜນວິທີເຮັດວຽກໃຫ້ ສອດຄອງກັບສະພາບກົມກອງ, ຍົກສູງຄວາມຮັບຜິດຊອບຕໍ່ໜ້າທີ່ການເມືອງຂອງຕົນທີ່ໄດ້ຮັບ ມອບໝາຍ, ເປັນເຈົ້າການປົກປັກ ຮັກສາພາຫະນະເຕັກນິກອາວຸດ ກະສຸນບໍ່ໃຫ້ຕົກເຮ່ຍເສຍຫາຍ ແລະ ເຊື່ອມທາດຂາດຄຸນ, ເພີ່ມທະ ວີຄວາມສາມັກຄີໃຫ້ເປັນປຶກແຜນ ແໜ້ນໜາລະຫວ່າງກອງທັບ ກັບປະຊາຊົນ, ເອົາໃຈໃສ່ສ້າງພະ ລາທິການກັບທີ ເພື່ອຮັບປະກັນຊີ ວິດການເປັນຢູ່ຂອງພະນັກງານ-ນັກຮົບ ໃຫ້ນັບມື້ດີຂຶ້ນເລື້ອຍໆ.



 news to day and hot news

ຂ່າວມື້ນີ້ ແລະ ຂ່າວຍອດນິຍົມ

ຂ່າວມື້ນີ້












ຂ່າວຍອດນິຍົມ













ຫນັງສືພິມກອງທັບປະຊາຊົນລາວ, ສຳນັກງານຕັ້ງຢູ່ກະຊວງປ້ອງກັນປະເທດ, ຖະຫນົນໄກສອນພົມວິຫານ.
ລິຂະສິດ © 2010 www.kongthap.gov.la. ສະຫງວນໄວ້ເຊິງສິດທັງຫມົດ