ກອງທັບປະຊາຊົນລາວ
 
ວັນພະຫັດ, ວັນທີ 28 ມີນາ 2024

  

ກະຊວວງປ້ອງກັນປະເທດ ຈັດການແຂ່ງຂັນກີລາກັອບມິດຕະພາບ
ເວລາອອກຂ່າວ: 2021-04-13 18:30:24 | ຜູ້ຂຽນ : admin1 | ຈຳນວນຄົນເຂົ້າຊົມ: 125 | ຄວາມນິຍົມ:



ກະຊວງປ້ອງກັນປະເທດ ໄດ້ຈັດການແຂ່ງຂັນກີລາກ໋ອບ ມິດຕະພາບເນື່ອງໃນໂອກາດ ທີ່ຄະນະສະມາຄົມທີ່ປຶກສາທູດ ປ້ອງກັນຊາດຕ່າງປະເທດປະຈຳ ລາວເຄື່ອນໄຫວຢ້ຽມຢາມກອງ ບັນຊາການທະຫານແຂວງຫຼວງ ພະບາງ ແລະ ທ່ອງທ່ຽວຢູ່ແຂວງ ຫຼວງພະບາງໃນຕອນເຊົ້າວັນ ທີ 9 ເມສາ 2021 ນີ້, ຢູ່ທີ່ສະ ໜາມກ໋ອບຫຼວງພະບາງ, ໂດຍ ການເຂົ້າຮ່ວມຂອງ ສະຫາຍ ພົນຕີ ອ່ອນສີ ແສນສຸກ ຮອງ ລັດຖະມົນຕີກະຊວງປ້ອງກັນ ປະເທດ, ມີການນຳແຂວງຫຼວງ ພະບາງ, ຄະນະສະມາຄົມທີ່ ປຶກ ສາທູດປ້ອງກັນຊາດຕ່າງປະເທດ ປະຈຳ ສປປ ລາວ ພ້ອມດ້ວຍ ແຂກຖືກເຊີນເຂົ້າຮ່ວມ. ການຈັດການແຂ່ງຂັນກີລາ ກ໋ອບມິດຕະພາບໃນຄັ້ງນີ້ແມ່ນ ເປັນການຮັດແໜ້ນຄວາມສາມັກ ຄີລະຫວ່າງກະຊວງປ້ອງກັນປະ ເທດ ກັບຄະນະສະມາຄົມທີ່ປຶກ ສາທູດປ້ອງກັນຊາດຕ່າງປະ ເທດປະຈຳ ສປປ ລາວ ໃຫ້ນັບມື້ ແໜ້ນແຟ້ນຍິ່ງໆຂຶ້ນທັງເປັນ ການສືບຕໍ່ຮັກສາ ແລະ ເສີມຂະ ຫຍາຍໄມຕີຈິດມິດຕະພາບການພົວພັນຮ່ວມມືລະຫວ່າງກອງທັບ ໃນອາຊຽນໃຫ້ນັບມື້ກ້າວຂຶ້ນຢ່າງ ບໍ່ຢຸດຢັ້ງ. ບັນຍາກາດຂອງການ ແຂ່ງຂັນເຫັນວ່າ ຍາດໄດ້ຄວາມ ສາມັກຄີ, ຄວາມສະໜິດແໜ້ນ ລະຫວ່າງການນຳກະຊວງ, ການ ນຳແຂວງຫຼວງພະບາງ ແລະ ຄະ ນະສະມາຄົມທີ່ປຶກສາທູດປ້ອງ ກັນຊາດ ຈາກປະເທດເພື່ອນມິດ, ຈາກນັ້ນ ກໍໄດ້ມອບລາງວັນໃຫ້ ນັກກີລາທີ່ເຂົ້າຮ່ວມໃນການແຂ່ງ ຂັນຄັ້ງນີ້ຕາມລຳດັບ. ໂດຍ: ນາລີ



 news to day and hot news

ຂ່າວມື້ນີ້ ແລະ ຂ່າວຍອດນິຍົມ

ຂ່າວມື້ນີ້












ຂ່າວຍອດນິຍົມ













ຫນັງສືພິມກອງທັບປະຊາຊົນລາວ, ສຳນັກງານຕັ້ງຢູ່ກະຊວງປ້ອງກັນປະເທດ, ຖະຫນົນໄກສອນພົມວິຫານ.
ລິຂະສິດ © 2010 www.kongthap.gov.la. ສະຫງວນໄວ້ເຊິງສິດທັງຫມົດ