ກອງທັບປະຊາຊົນລາວ
 
ວັນພະຫັດ, ວັນທີ 28 ມີນາ 2024

  

ຮອງລັດຖະມົນຕີກະຊວງ ສສກ ຊີ້ນຳ 4 ທິດໃນກອງປະຊຸມວຽກງານກີລາ ປະຈຳປີ 2021
ເວລາອອກຂ່າວ: 2021-04-13 18:43:56 | ຜູ້ຂຽນ : admin1 | ຈຳນວນຄົນເຂົ້າຊົມ: 57 | ຄວາມນິຍົມ:



ເມື່ອຕົ້ນອາທິດນີ້, ທີ່ຫ້ອງ ປະຊຸມຄະນະກໍາມະການກີລາ ໂອແລມປິກແຫ່ງຊາດລາວ ໄດ້ ມີກອງປະຊຸມພົບປະ ເພື່ອເປັນ ການຊີ້ນຳໆພາ ສົ່ງເສີມການບໍ ລິຫານວຽກງານກີລາ, ພະລະ ແລະ ສິລະປະໃຫ້ມີການເຄື່ອນ ໄຫວດ້ວຍຄວາມເຂັ້ມແຂງ ແລະ ມີປະສິດທິພາບ ແລະ ປະສິດ ທິຜົນ. ພິທີດັ່ງກ່າວໃຫ້ກຽດເປັນປະ ທານໂດຍ ທ່ານ ນາງ ຂັນທະ ລີ ສີຣິພົງພັນ ຮອງລັດຖະມົນ ຕີກະຊວງສຶກສາທິການ ແລະ ກີລາ ໂດຍມີຕາງໜ້າ 6 ພາກ ສ່ວນເຂົ້າຮ່ວມໄດ້ແກ່ກົມກີລາ ລະດັບສູງ, ກົມກີລາມວນຊົນ ພະລະສຶກສາ ແລະ ສິລະປະສຶກ ສາ, ສະຖາບັນກີລາ-ກາຍະກຳ, ວິທະຍາໄລພະລະສຶກສາ, ວິທະ ຍາໄລ ສິລະປະສຶຶກສາ ແລະ ສະ ໜາມກີລາແຫ່ງຊາດ (ຫຼັກ16). ໃນກອງປະຊຸມດັ່ງກ່າວ ຕາງໜ້າ ຈາກກົມກີລາມວນຊົນ, ສະຖາ ບັນການກີລາ ແລະ ກົມກີລາ ມວນຊົນ ພາລະສຶກສາ ແລະ ສີລະປະສຶກສາໄດ້ຂຶ້ນລາຍການ ຜົນງານປີ 2020 ແລະ ສະເໜີ ແຜນປະຈໍາປີ 2021 ກ່ອນທີ່ ທ່ານ ຮອງລັດຖະມົນຕີກະຊວງ ສສກ ຈະໄດ້ຊີ້ທິດເຢື່ອງທາງ ວຽກງານກີລາ, ພະລະ ແລະ ສິ ລະປະສຶກສາກ້າວສູ່ຄຸນນະພາບ ໄລຍະໃໝ່. ທ່ານຮອງລັດຖະມົນຕີກະ ຊວງສຶກສາທິການ ແລະ ກີລາ ໃຫ້ທິດຊີ້ນໍາໃນກອງປະຊຸມຄັ້ງ ດັ່ງກ່າວວ່າ: ດັ່ງທີ່ເຮົາຮູ້ແລ້ວ ວ່າ ພວກເຮົາມີ 5 ຫຼັກມູນຂອງ ການສຶກສາລາວ ໃນນັ້ນ 2 ຫຼັກ ມູນທີ່ເປັນໝາກຫົວໃຈຫຼັກຂອງ ກະຊວງກໍຄືແຜນການພັດທະນາ ສຶກສາຄຽງຄູ່ກັບກີລາ, ຮັບຮອງ ກົດໝາຍວ່າດ້ວຍກີລາ-ກາຍະ ກໍາສະບັບປັງປຸງ ແລະ ປະຕິບັດ ແຜນຍຸດທະສາດການພັດທະ ນາການສຶກສາ ແລະ ກີລາ 5 ປີໃຫ້ປາກົດຜົນເປັນຈິງ. ສໍາລັບ ທິດຊີ້ນໍາມີດັ່ງນີ້: 1. ຂໍໃຫ້ບັນດາທ່ານບັນດາສະຫາຍ ສືບຕໍ່ຮັກສາມູນເຊື້ອທີ່ໂດດເດັ່ນ ທີ່ຍາດມາໄດ້ກໍຄື ວຽກງານກີ ລາລະດັບສູງ, ວຽກງານກີລາ ມວນຊົນ ແລະ ວຽກພາລະສຶກ ສາລວມເຖິງການຄຸ້ມຄອງຊັບ ສິນ ແລະ ວຽກງານອື່ນໆ. ນອກ ນັ້ນ, ສິ່ງທີ່ຍັງບໍ່ທັນຄ່ອງຕົວ, ຂໍ້ຄົງຄ້າງ ແລະ ເປັນຄວາມທ້າ ທາຍ ພວກເຮົາຕ້ອງພ້ອມກັນ ບຸກທະລຸ, ວາງແຜນ ແລະ ປະ ຕິບັດໃຫ້ເກີດຜົນເປັນຈິງ ຫຼີກ ລ່ຽງບໍ່ໃຫ້ກາຍເປັນພະຍາດຊໍ້າ ເຮື້ອ, 2. ຂໍໃຫ້ສືບຕໍ່ເພີ່ມທະວີ ການນໍາພາທາງດ້ານຄຸນທາດ ການເມືອງໃຫ້ໜັກແໜ້ນ ແລະ ບຸກທະລຸໃນການເຝິກຝົນພັດທະ ນາຕົວເອງ, 3. ສືບຕໍ່ພັດທະນາ ວຽກງານກີລາກາຍະກໍາຂອງ ພວກເຮົາ ໂດຍສະເພາະກົມວິ ຊາການໃນການພັດທະນາຫຼັກ ສູດຮັບໃຊ້ຊັບພະຍາກອນ ໂດຍ ສະເພາະນັກກີລາຢ່າງມີວິທະຍາ ສາດ ເພື່ອສ້າງນັກກີລາໃຫ້ມີ ຄຸນນະພາບ. ນອກນັ້ນ, ກໍໃຫ້ ຄຸ້ມຄອງພະນັກງານ ແລະ ການ ນໍາໃຊ້ສະໜາມກີລາໃຫ້ກວດ ຄືນການເຊົ່າ ຫຼື ສໍາປະທານສະ ໜາມກີລາໃຫ້ມີປະສິດທິຜົນ, ມີ ສິລະປະ ແລະ ມີວິທະຍາສາດ ໃນການຄຸ້ມຄອງ ແລະ 4. ຊົມ ເຊີຍທາງດ້ານວິຊາການໃນການ ປະຕິບັດວຽກງານທີ່ຜ່ານມາ ແລະ ສືບຕໍ່ປະຕິບັດວຽກໃຫ້ດີ ຂຶ້ນເລື້ອຍໆ ໂດຍສະເພາະການ ວາງແບບແຜນວິທີເຮັດວຽກ ແບບເປັນປີ ແລະ ຈັດແຜນການ ແຂ່ງຂັນກີລາໃຫ້ເປັນລະບົບ ຕ້ອງລວມສູນ ແລະ ຕົກລົງເປັນ ໝູ່ຄະນະເລື່ອງແຜນ ແລະ ງົບ ປະມານຕ່າງໆ.



 news to day and hot news

ຂ່າວມື້ນີ້ ແລະ ຂ່າວຍອດນິຍົມ

ຂ່າວມື້ນີ້












ຂ່າວຍອດນິຍົມ













ຫນັງສືພິມກອງທັບປະຊາຊົນລາວ, ສຳນັກງານຕັ້ງຢູ່ກະຊວງປ້ອງກັນປະເທດ, ຖະຫນົນໄກສອນພົມວິຫານ.
ລິຂະສິດ © 2010 www.kongthap.gov.la. ສະຫງວນໄວ້ເຊິງສິດທັງຫມົດ