ກອງທັບປະຊາຊົນລາວ
 
ວັນພະຫັດ, ວັນທີ 28 ມີນາ 2024

  

ກອງພັນໃຫຍ່ 941 ສຳເລັດການອົບຮົມ-ຫັດແອບ ຍິງລູກປືນແທ້
ເວລາອອກຂ່າວ: 2021-04-18 14:46:51 | ຜູ້ຂຽນ : admin1 | ຈຳນວນຄົນເຂົ້າຊົມ: 71 | ຄວາມນິຍົມ:



ໃນກາງເດືອນເມສາ 2021 ນີ້, ກອງພັນໃຫຍ່ 941 ຈັດພິທີປິິດ ການອົບຮົມ-ຫັດແອບຍິງລູກປືນ ແທ້, ຢູ່ທີ່ສະໜາມກອງພັນ 903 ໂດຍການເຂົ້າຮ່ວມຂອງ ສະຫາຍ ພັນເອກ ພູໂຂງ ມະໂນລາ ເລຂາ ຄະນະພັກ ຫົວໜ້າການເມືອງ ກອງພັນໃຫຍ່ 941, ມີຄະນະພັກ-ຄະນະບັນຊາ, ມີພະນັກງານ-ນັກຮົບ ພ້ອມດ້ວຍແຂກຖືກເຊີນ ຈາກກົມກອງກ່ຽວຂ້ອງເຂົ້າ ຮ່ວມ. ສະຫາຍ ພັນໂທ ພູໄຊ ລໍວັນເດດ ຫົວໜ້າຂະແໜງອົບຮົມກອງພັນ ໃຫຍ່ 941 ຜູ້ຮັບຜິດຊອບຊີ້ນຳ ການອົບຮົມ-ຫັດແອບໃຫ້ຮູ້ວ່າ: ໂດຍປະຕິບັດຕາມຄຳສັ່ງອົບຮົມ ປະຈຳປີ 2021 ຂອງກົມໃຫຍ່ເສ ນາທິການກອງທັບສະບັບເລກທີ2462/ກສນ ລົງວັນທີ 11 ທັນວາ ປີ 2020 ດັ່ງນັ້ນກອງພັນໃຫຍ່ ທະຫານຮາບ 941 ຈຶ່ງປະຕິບັດ ການຫັດແອບຊ້ອມຮົບຍິງລູກ ປືນແທ້ຂັ້ນຍຸດທະວິທີຂັ້ນກອງ ພັນນ້ອຍໂດຍເອົາ 1 ກອງຮ້ອຍຍິງ ລູກປືນແທ້ ແລະ ມີບົດກອງຮ້ອຍເຮັດໜ້າບຸກຕີສັດຕູຈັງທ່າຢູ່ພູມີ ປະເທດ. ກຳນົດເວລາທັງໜົດ 30 ວັນເຕັມນັບແຕ່ມື້ເລີ່ມຕົ້ນເຄື່ອນ ທັບຈົນຮອດມື້ສິ້ນສຸດ. ຈຸດປະສົງ ໃນການຫັດແອບຊ້ອມຮົບຍິງລູກ ປືນແທ້ໃນຄັ້ງນີ້ກໍເພື່ອກວດສອບ ເຖິງຜົນສຳເລັດຂອງການອົບ ຮົມ-ຫັດແອບຂອງພະນັກງານ-ນັກຮົບ ແລະ ຍົກສູງຄວາມສາ ມາດບັນຊາ-ນຳພາຂັ້ນກອງພັນ ນ້ອຍ, ຂັ້ນກອງຮ້ອຍໃນການບັນ ຊາສູ້ຮົບຕົວຈີງຢູ່ພາກສະໜາມ ແລະ ຄວາມສາມາດໃນການດັບ ສູນເປົ້າໜາຍຂອງນ້ອງອ້າຍພະ ນັກງານນັກງານ-ນັກຮົບແຕ່ລະ ສະຫາຍ, ຜ່ານການອົບຮົມ-ຫັດ ແອບແມ່ນແບ່ງອອກເປັນ 4 ເນື້ອ ໃນຄື: 1. ການເຄື່ອນທັບທາງຕີນ ໄລຍະທາງ 187 ກິໂລແມັດຂອງ ກອງພັນທີ 2 ຂຶ້ນກັບກອງພັນ ໃຫຍ່ແຕ່ເມືອງທ່າພະບາດ ແຂວງ ບໍລິຄຳໄຊ ຂຶ້ນມາກອບກູ້ຊ່ວຍ ໜູນກອງພັນທີ 3 ຂຶ້ນກັບກອງ ພັນໃຫ່ຍຢູ່ບ້ານຫ້ວຍເດື່ອ, ເມືອງ ໂພນໂຮງແຂວງວຽາຈັນ ກຳນົດ ເວລາ 6 ຄືນ 7 ວັນເຕັມມີຄວາມ ປອດໄພ 100 %; 2. ຫັດແອບສະ ແດງຂອງບັນດາເຫຼົ່າຮົບຮັບປະ ກັນຂຶ້ນກັບກອງພັນໃຫຍ່ມີຂະ ແໜງສືບຂ່າວ, ຂະແໜງເຄມີ; 3 ການຍິງດຽ່ວຈາກໜູ່ປືນ SVD ຂອງນັກກີລາຍິງປືນກອງພັນ ໃຫຍ່ 941; 4 ພາກສິລະປະຍຸດ ການຍິງປືນກຳລັງໄຟຊະນິດໃໝ່ ຂອງກອງຮ້ອຍ 4, ກອງພັນທີ 2 ປະກອບມີປືນ DK 82 ມມ, ຄົກ 82 ມມ, 12,7 ມມ ແລະ ຄົກ 60 ມມ.



 news to day and hot news

ຂ່າວມື້ນີ້ ແລະ ຂ່າວຍອດນິຍົມ

ຂ່າວມື້ນີ້












ຂ່າວຍອດນິຍົມ













ຫນັງສືພິມກອງທັບປະຊາຊົນລາວ, ສຳນັກງານຕັ້ງຢູ່ກະຊວງປ້ອງກັນປະເທດ, ຖະຫນົນໄກສອນພົມວິຫານ.
ລິຂະສິດ © 2010 www.kongthap.gov.la. ສະຫງວນໄວ້ເຊິງສິດທັງຫມົດ