ກອງທັບປະຊາຊົນລາວ
 
ວັນສຸກ, ວັນທີ 29 ມີນາ 2024

  

ບໍລິສັດ 385 ແມ່ທັບ 15 ກອງທັບປະຊາຊົນຫວຽດນາມ ອວຍພອນຄະນະຊີ້ນຳວຽກງານກໍ່ສ້າງຮາກຖານການເມືອງ ພັດທະນາ 3 ຈຸດສຸມແຂວງໄຊສົມບູນ
ເວລາອອກຂ່າວ: 2021-04-18 14:52:33 | ຜູ້ຂຽນ : admin1 | ຈຳນວນຄົນເຂົ້າຊົມ: 112 | ຄວາມນິຍົມ:



ເນື່ອງໃນໂອກາດສົ່ງທ້າຍ ປີເກົ່າ ພສ 2563 ຕ້ອນຮັບປີໃໝ່ ລາວ ພ.ສ 2564 ນີ້. ໃນວັນທີ 9 ເມສາ 2021. ຄະນະອໍານວຍ ການບໍລິສັດ 385 ແມ່ທັບ 15 ກອງທັບປະຊາຊົນຫວຽດນາມ ເຊິ່ງນຳໂດຍ ສະຫາຍ ພັນໂທ ດຶງ ມຶງເຕິມ ຮອງຜູ້ອໍານວຍການບໍລິ ສັດ385 ແມ່ທັບ 15 ກອງທັບປະຊາຊົນຫວຽດນາມ ພ້ອມຄະນະ ໄດ້ເຂົ້າອວຍພອນຄະນະຊີ້ນໍາ ວຽກງານກໍ່ສ້າງຮາກຖານການ ເມືອງພັດທະນາ 3 ຈຸດສຸມແຂວງ ໄຊສົມບູນ ເຊິ່ງໃຫ້ກຽດຕ້ອນຮັບ ໂດຍ ສະຫາຍ ພົນຈັດຕະວາ ບົວ ໄລ ພິມມະວົງ ຫົວໜ້າກົມກໍ່ສ້າງ ຮາກຖານ, ຮອງຫົວໜ້າຄະນະຊີ້ ນໍາ 3 ຈຸດສຸມແຂວງໄຊສົມບູນ ພ້ອມດ້ວຍຄະນະໃຫ້ການຕ້ອນ ຮັບ. ໃນພິທີທັງສອງ ຄະນະກໍໄດ້ ຜັດປ່ຽນກັນຂຶ້ນກ່າວຄຳອວຍ ພອນໄຊອັນປະເສີດພ້ອມທັງ ຝາກຄວາມຢ້ຽມຢາມຖາມຂ່າວ ເຊິ່ງກັນ ແລະ ກັນ ມີບາງຕອນ ສະຫາຍ ພົນຈັດຕະວາ ບົວໄລ ພິມ ມະວົງ ໄດ້ກ່າວວ່າ: ບຸນປີໃໝ່ ລາວເປັນວັນບຸນໜຶ່ງທີ່ມີຄວາມ ໝາຍສໍາຄັນທາງຮີດຄອງປະ ເພນີຂອງປະຊາຊົນລາວບັນດາ ເຜົ່າທີ່ຢູ່ພາຍໃນ ແລະ ຕ່າງປະເທດ ໃນການເຕົ້າໂຮມຄວາມສາມັກຄີ, ຄວາມຮັກແພງພາຍໃນຄອບຄົວ ກໍຄືຍາດຕິພີ່ນ້ອງ ແລະ ໝູ່ເພື່ອນ ມິດສະຫາຍດ້ວຍກັນ, ທັງເປັນ ການອວຍພອນໄຊໃຫ້ພອນແກ່ ຜູ້ມີພະຄຸນ. ໃນຕອນທ້າຍທັງສອງຄະນະ ກໍໄດ້ຜັນປ່ຽນກັນມອບກະຕ່າ ຂອງຂັວນທີ່ລະນຶກຈໍານວນໜຶ່ງ ໃຫ້ກັນ ແລະ ກັນ. ທັງນີ້ກໍເພື່ອຮັກ ສາມູນເຊື້ອປະເພນີອັນດີງາມມາ ແຕ່ດົນນານລະຫ່ວາງສອງຊາດ ລາວ-ຫວຽດນາມ ກໍຄືສອງກອງ ທັບໃຫ້ໝັ້ນຄົງທະນົງແກ່ນຕະ ຫຼອດກາລະນານ. ໂດຍ: ບຸນຊ້ອຍ



 news to day and hot news

ຂ່າວມື້ນີ້ ແລະ ຂ່າວຍອດນິຍົມ

ຂ່າວມື້ນີ້












ຂ່າວຍອດນິຍົມ













ຫນັງສືພິມກອງທັບປະຊາຊົນລາວ, ສຳນັກງານຕັ້ງຢູ່ກະຊວງປ້ອງກັນປະເທດ, ຖະຫນົນໄກສອນພົມວິຫານ.
ລິຂະສິດ © 2010 www.kongthap.gov.la. ສະຫງວນໄວ້ເຊິງສິດທັງຫມົດ