ກອງທັບປະຊາຊົນລາວ
 
ວັນພະຫັດ, ວັນທີ 28 ມີນາ 2024

  

ກອງຮ້ອຍທະຫານຊາຍແດນ 122 ເປີດບັ້ນອົບຮົມ-ຫັດແອບ
ເວລາອອກຂ່າວ: 2021-04-18 15:00:57 | ຜູ້ຂຽນ : admin1 | ຈຳນວນຄົນເຂົ້າຊົມ: 142 | ຄວາມນິຍົມ:



ຕົ້ນເດືອນເມສາ 2021 ນີ້, ກອງຮ້ອຍທະຫານຊາຍແດນ 122 ທະຫານແຂວງບໍ່ແກ້ວ ໄດ້ ເປີດບັ້ນອົບຮົມ-ຫັດແອບການ ເມືອງ, ການທະຫານ, ພະລາທິ ການ-ເຕັກນິກ, ວິຊາສະເພາະ ຊາຍ ແດນ ແລະ ປັບປຸງລະບຽບ ແບບແຜນເຝິກຝົນຫຼໍ່ຫຼອມກຳລັງແຮງກາຍ ປະຈໍາປີ 2021 ໂດຍການເຂົ້າຮ່ວມ ສະຫາຍ ພັນຕີ ສົມສະນິດ ແກ້ວມະນີ ຫົວ ໜ້າການທະຫານກອງຮ້ອຍ ທະຫານຊາຍແດນ 122, ມີຄະ ນະພັກ-ຄະນະບັນຊາ ຕະຫຼອດ ຮອດພະນັກງານ-ນັກຮົບທົ່ວ ກົມກອງເຂົ້າຮ່ວມ. ສະຫາຍ ຮ້ອຍເອກ ອໍາພອນ ສາຍລໍວັນເຕາະ ຮອງຫົວໜ້າ ການທະຫານກອງຮ້ອຍ 122 ໄດ້ຂຶ້ນຜ່ານຂໍ້ຕົກລົງຂອງກອງ ບັນຊາການທະຫານແຂວງ ບໍ່ແກ້ວ ວ່າດ້ວຍ ການເຝິກອົບ ຮົມການເມືອງ, ການທະຫານ ພະລາທິການ-ເຕັກນິກ ແລະ ວິຊາສະເພາະ ເພື່ອຈັດຕັ້ງປະຕິ ບັດແຜນການຂອງຄະນະພັກ-ຄະນະບັນຊາ ກອງບັນຊາການ ທະຫານແຂວງ ໃນການແຜນ ການອົບຮົມ-ຫັດແອບ ໃຫ້ໄດ້ ຮັບຜົນດີ ແລະ ປະສົບຜົນສູງ ກວ່າເກົ່າ ໃນການປະຕິບັດເນື້ອໃນ 4 ບຸກທະລຸຂອງສູນກາງພັກ ແລະ 4 ໜ້າທີ່ໃຫຍ່ 26 ແຜນ ງານຂອງຄະນະພັກກະຊວງ ປ້ອງກັນປະເທດວາງອອກ, ສະ ນັ້ນ ຄະນະພັກ-ຄະນະບັນຊາ ກົມກອງ ຈຶ່ງມີແຜນການອົບ ຮົມປະຈໍາປີຂຶ້ນເພື່ອໃຫ້ພະນັກ ງານ-ນັກຮົບ ມີກໍາລັງແຮງ ກາຍດີ, ຫ້າວຫັນຕໍ່ວຽກງານ ວິຊາສະເພາະຕ່າງໆ ທີ່ຮັບຜິດ ຊອບ ແລະ ຫັນເຂົ້າສູ່ການປັບປຸງ ລະບຽບແບບແຜນຂອງກົມກອງ ໃຫ້ໜັກແໜ້ນເຂັ້ມແຂງຮອບ ດ້ານ, ເປັນຕົ້ນແມ່ນຂໍ້ກໍານົດກົດ ລະບຽບຂອງກອງທັບກໍຄື 7 ລະບອບ 18 ວຽກໃນໜຶ່ງມື້, ຄໍາປະຕິຍານ 8 ຂໍ້, ວິໄນ 8 ຂໍ້, ລະບຽບ 12 ຕໍ່ປະຊາຊົນເພື່ອໃຫ້ ພະນັກງານ-ນັກຮົບ ໄດ້ເຂົ້າໃຈ ເຊື່ອມຊຶມຕໍ່ແນວທາງຂອງພັກ-ລັດ ແລະ ມະຕິຄໍາສັ່ງຂອງຂັ້ນເທິງ ກໍຄືກອງທັບປະຊາຊົນລາວໃຫ້ມີບາດກ້າວຂະຫຍາຍຕົວຢ່າງບໍ່ຢຸດຢັ້ງ ໂດຍ: ສົມພອນ ແກ້ວສູລີນ



 news to day and hot news

ຂ່າວມື້ນີ້ ແລະ ຂ່າວຍອດນິຍົມ

ຂ່າວມື້ນີ້












ຂ່າວຍອດນິຍົມ













ຫນັງສືພິມກອງທັບປະຊາຊົນລາວ, ສຳນັກງານຕັ້ງຢູ່ກະຊວງປ້ອງກັນປະເທດ, ຖະຫນົນໄກສອນພົມວິຫານ.
ລິຂະສິດ © 2010 www.kongthap.gov.la. ສະຫງວນໄວ້ເຊິງສິດທັງຫມົດ