ກອງທັບປະຊາຊົນລາວ
 
ວັນພະຫັດ, ວັນທີ 28 ມີນາ 2024

  

ທະຫານແຂວງອຸດົມໄຊ ປິດຊຸດອົບຮົມ ກວດສອບເລຂາ-ຮອງເລຂາ ຄັ້ງທີ IV
ເວລາອອກຂ່າວ: 2021-04-18 15:02:17 | ຜູ້ຂຽນ : admin1 | ຈຳນວນຄົນເຂົ້າຊົມ: 128 | ຄວາມນິຍົມ:



ຕົ້ນເດືອນເມສາ 2021 ນີ້, ຢູ່ທີ່ສະໂມສອນ ກອງບັນຊາ ການທະຫານແຂວງອຸດົມໄຊ ໄດ້ ປິດຊຸດອົບຮົມກວດສອບເລຂາ-ຮອງເລຂາ ຄັ້ງທີ IV ໂດຍການ ເປັນປະທານຂອງ ສະຫາຍ ພັນເອກ ຄຳຍີນ ແສງສຸລີ ກຳ ມະການພັກແຂວງ ເລຂາພັກ ຫົວໜ້າການເມືອງ ກອງບັນຊາ ການທະຫານແຂວງອຸດົມໄຊ, ເປັນກຽດເຂົ້າຮ່ວມໂດຍ ສະຫາຍ ພັນເອກ ແສງມະນີວອນ ຄຳມະນີ ກຳມະການຄະນະພັກກະຊວງ ຫົວໜ້າກົມຈັດຕັ້ງພັກ ກົມໃຫຍ່ ການເມືອງກອງທັບ, ມີຄະນະ ພັກ-ຄະນະບັນຊາ, ກົມກອງ, ພະແນກການຕະຫຼອດຮອດນັກເຝິກອົບຮົມເຂົ້າຮ່ວມ. ສະຫາຍ ພັນໂທ ຕຸ້ຍ ພົມມີໄຊ ກຳມະການຄະນະປະຈໍາພັກ ຫົວໜ້າຫ້ອງການເມືອງ ກອງ ບັນຊາການ ທະຫານແຂວງ ອຸດົມໄຊ ໄດ້ຂຶ້ນຜ່ານບົດສະຫຼຸບ ຕີລາຄາຜົນໄດ້ຮັບຂອງການ ເຝິກອົບຮົມ ກວດສອບເລຂາ-ຮອງເລຂາ ຄັ້ງທີ IV ທົ່ວກອງ ບັນຊາການທະຫານຂວງອຸດົມ ໄຊ, ຜ່ານການອົບຮົມມາເປັນ ເວລາ 9 ວັນ, ມີນັກເຝິກອົບຮົມ ທັງໝົດ 41 ສະຫາຍ, ຜົນຂອງ ການສອບເສັງຂັ້ນເກັ່ງ ມີ 11 ສະຫາຍ ເທົ່າກັບ 26,62%, ກາງ 29 ສະຫາຍ ເທົ່າກັບ 70,73%, ຄາດໝາຍ 1 ສະຫາຍ ເທົ່າກັບ 2,43%. ສະເລ່ຍລວມຜົນໄດ້ ຮັບໃນຄັ້ງນີ້ 100%. ສະຫາຍ ພັນເອກ ແສງມະ ນີວອນ ຄຳມະນີ ໄດ້ກ່າວສະ ແດງຄວາມຍ້ອງຍໍຊົມເຊີຍ ແລະ ຕີລາຄາສູງຕໍ່ຜົນສຳເລັດໃນ ການເຝິກອົບຮົມໃນຄັ້ງນີ້, ພ້ອມ ທັງເນັ້ນໜັກໃຫ້ຄູ-ອາຈານ ແລະ ນັກເຝິກອົບຮົມ ຕ້ອງຮັບຮູ້ເຖິງ ພາລະບົດບາດຜູ້ທີ່ເຮັດໜ້າທີ່ວຽກງານເລຂາ-ຮອງເລຂາ, ຕ້ອງມີຄຸນທາດການເມືອງໜັກ ແໜ້ນ, ມີຄຸນສົມບັດສິນທຳປະ ຕິວັດ, ມີຄວາມຮັບຜິດຊອບສູງຕໍ່ໜ້າທີ່ວຽກງານຂອງຕົນ, ເພີ່ມ ທະວີຄວາມສາມັກຄີເປັນເອກະ ພາບຊ່ວຍເຫຼືອເຊິ່ງກັນ ແລະ ກັນ, ນຳເອົາບົດຮຽນທີ່ໄດ້ຮຽນມາໄປໝູນໃຊ້ຢູ່ໃນກົມກອງຂອງຕົນໃຫ້ໄດ້ຮັບປະສິດທິພາບສູງ. ໂດຍ: ນາງ ວິໄລພອນ



 news to day and hot news

ຂ່າວມື້ນີ້ ແລະ ຂ່າວຍອດນິຍົມ

ຂ່າວມື້ນີ້












ຂ່າວຍອດນິຍົມ













ຫນັງສືພິມກອງທັບປະຊາຊົນລາວ, ສຳນັກງານຕັ້ງຢູ່ກະຊວງປ້ອງກັນປະເທດ, ຖະຫນົນໄກສອນພົມວິຫານ.
ລິຂະສິດ © 2010 www.kongthap.gov.la. ສະຫງວນໄວ້ເຊິງສິດທັງຫມົດ