ກອງທັບປະຊາຊົນລາວ
 
ວັນພະຫັດ, ວັນທີ 28 ມີນາ 2024

  

ຊາວໜຸ່ມກອງພັນໃຫຍ່ 941 ເຂົ້າຊົມຫໍພິພິທະພັນ ໄກສອນ ພົມວິຫານ
ເວລາອອກຂ່າວ: 2021-04-18 15:04:40 | ຜູ້ຂຽນ : admin1 | ຈຳນວນຄົນເຂົ້າຊົມ: 119 | ຄວາມນິຍົມ:



ໃນວັນທີ 1 ເມສານີ້, ສະ ມາຊິກຊາວໜຸ່ມກອງພັນໃຫຍ່ 941 ໄດ້ເຂົ້າຊົມຫໍພິພິທະພັນປະ ທານ ໄກສອນ ພົມວິຫານ ເຊິ່ງ ນຳພາໂດຍ ສະຫາຍ ພັນໂທ ໄກ ສອນ ວິໄລຫົງ ຫົວໜ້າຂະແໜງ ຊາວໜຸ່ມກອງພັນໃຫຍ່ 941. ການເຂົ້າຮ່ວມຊົມໃນຄັ້ງ ນີ້ ໄດ້ຮັບຊົມ ແລະ ຮັບຟັງການ ບັນລະຍາຍຈາກວິຊາການຫໍພິ ພິທະພັນດັ່ງກ່າວ ເຊິ່ງໄດ້ຍົກໃຫ້ ເຫັນແຕ່ລະໄລຍະໃນການຕໍ່ສູ້ກູ້ ຊາດຂອງປະທານ ໄກສອນ ພົມ ວິຫານ ໄລຍະໃນການຕໍ່ສູ້ ເພື່ອປົກ ປັກຮັກສາ ແລະ ສ້າງສາປະເທດ ຊາດ ພ້ອມນັ້ນ ຍັງໄດ້ຍົກໃຫ້ເຫັນ ປະຫວັດ, ຊີວິດການເຄື່ອນໄຫວ ປະຕິວັດ, ໄດ້ຈາລຶກຄຸນງາມ ຄວາມດີ, ຄຸນສົມບັດສິນທຳປະ ຕິວັດ, ສະຕິປັນຍາອັນສະຫຼາດ ສ່ອງໃສຂອງປະທານ ໄກສອນ ພົມວິຫານ ຜູ້ນຳທີ່ແສນຮັກຂອງ ປວງຊົນລາວທັງຊາດ ນອກຈາກ ນີ້ ຍັງໄດ້ຊົມວັດຖຸພັນຕ່າງໆທີ່ໃຊ້ ໃນການປົກປັກຮັກສາປະເທດ ຊາດໃນສະໄໝນັ້ນ ແລະ ລວດ ລາຍທີ່ເປັນເອກະລັກຂອງບັນດາ ເຜົ່າລາວ, ຫັດຖະກຳການຈັກສານ ສີມືຂອງຄົນລາວ, ເຄື່ອງດົນຕີ ພື້ນເມືອງລາວ ແລະ ອື່ນໆ. ທັງ ນີ້ເພື່ອແນໃສ່ໃຫ້ພະນັກງານ, ສະ ມາຊິກພັກ ແລະ ນັກຮົບຮຸ່ນສືບ ທອດໄດ້ສຶກສາຮໍ່າຮຽນເອົາ ເປັນແບຢ່າງໃນການເຝິກຝົນຫຼໍ່ ຫຼອມຕົນເອງໃຫ້ມີຄຸນທາດການ ເມືອງໜັກແໜ້ນ ມີຄຸນສົມບັດສິນ ທຳປະຕິວັດ ແລະ ພ້ອມກັນພັດ ທະນາກົມກອງໃຫ້ເຕີບໃຫຍ່ເຂັ້ມ ແຂງຂຶ້ນເລື້ອຍໆ. ໂດຍ: ທອງສີ ຈັນທະລັງສີ



 news to day and hot news

ຂ່າວມື້ນີ້ ແລະ ຂ່າວຍອດນິຍົມ

ຂ່າວມື້ນີ້












ຂ່າວຍອດນິຍົມ













ຫນັງສືພິມກອງທັບປະຊາຊົນລາວ, ສຳນັກງານຕັ້ງຢູ່ກະຊວງປ້ອງກັນປະເທດ, ຖະຫນົນໄກສອນພົມວິຫານ.
ລິຂະສິດ © 2010 www.kongthap.gov.la. ສະຫງວນໄວ້ເຊິງສິດທັງຫມົດ