ກອງທັບປະຊາຊົນລາວ

ວັນພຸດ, ວັນທີ 28 ເມສາ 2021



ຫຼວງພະບາງ ຈັດງານສັບປະດາແຫ່ງຊາດ ດ້ານຄວາມປອດໄພທາງຫຼວງ ປະຈຳປີ 2021
ເວລາອອກຂ່າວ: 2021-04-18 15:23:07 | ຜູ້ຂຽນ : admin1 | ຈຳນວນຄົນເຂົ້າຊົມ: 1840 | ຄວາມນິຍົມ:



ງານສັບປະດາແຫ່ງຊາດ ດ້ານຄວາມປອດໄພທາງຫຼວງ ປະຈໍາປີ 2021 ໄດ້ຈັດຂຶ້ນໃນ ວັນທີ 9 ເມສາ ຜ່ານມານີ້ ທີ່ເດີ່ນ ທາດຫຼວງ ນະຄອນຫຼວງພະບາງ ໂດຍມີ ທ່ານ ນາງ ສີລິພອນ ສຸພັນ ທອງ ຮອງເຈົ້າແຂວງຫຼວງພະ ບາງ, ທ່ານ ບຼຼົ່ງວ່າງ ຫວ່າງເຈ່ຍຊ່າ ຫົວໜ້າພະແນກໂຍທາທິການ ແລະ ຂົນສົ່ງແຂວງ, ພ້ອມດ້ວຍ ແຂກຮັບເຊີນ ຕາງໜ້າຈາກພະ ແນກການທີ່ກ່ຽວຂ້ອງ ແລະ ນັກຮຽນຈາກໂຮງຮຽນ ມສ ສັນຕິ ພາບ ແລະ ຫົວໜ່ວຍທຸກິດເອກະ ຊົນເຂົ້າຮ່ວມ. ປັດຈຸບັນອັດຕາການເກີດອຸ ບັດຕິເຫດໃນທົ່ວໂລກໄດ້ເພີ່ມ ຂຶ້ນຢ່າງໄວວາໂດຍສະເພາະບັນ ດາປະເທດ ທີ່ກຳລັງພັດທະນາ ເຊິ່ງສ້າງຄວາມເສຍຫາຍທັງຊີ ວິດ ແລະ ຊັບສິນຂອງສັງຄົມເປັນ ຈຳນວນຫຼວງຫຼາຍ, ທົ່ວໂລກມີຜູ້ ເສຍຊີວິດຈາກອຸບັດຕິເຫດຫຼາຍ ກວ່າ 1 ລ້ານຄົນ, ບາດເຈັບ 20 ລ້ານຄົນ, ມູນຄ່າຄວາມເສຍຫາຍ ປະມານ 2.500 ຕື້ ໂດລາຕໍ່ປີ, ສະເພາະ ສປປ ລາວ ມີຜູ້ເສຍຊີ ວິດຈາກອຸບັດຕິເຫດ 1 ພັນຄົນ, ບາດເຈັບ 8 ພັນຄົນ, ມູນຄ່າ ຄວາມເສຍຫາຍ 500 ກວ່າລ້ານ ໂດລາຕໍ່ປີ, ສຳລັບແຂວງຫຼວງ ພະບາງ ນັບແຕ່ປີ 2018-2020 ມີຜູ້ເສຍຊີວິດຈາກອຸຕິບັດເຫດ 224 ຄົນ, ບາດເຈັບຫຼາຍກວ່າ 1 ພັນຄົນ, ມູນຄ່າຄວາມເສຍຫາຍ 80 ລ້ານໂດລາ. ໂອກາດກາດນີ້ ທ່ານຮອງ ເຈົ້າແຂວງຫຼວງພະບາງ, ພ້ອມ ດ້ວຍຫົວໜ້າພະແນກ-ຂະແໜງ ການກ່ຽວຂ້ອງໄດ້ຮ່ວມກັນຂຶ້ນ ຕັດແຖບຜ້າ ແລະ ປ່ອຍປ້າຍພິ ທີຂຶ້ນສູ່ທ້ອງຟ້າເພື່ອເປັນການ ເປີດງານຢ່າງເປັນທາງການ. ຈາກນັ້ນໄດ້ມີຂະບວນຂັບຂີ່ ລົດແບບປອດໄພພາຍໃນເທ ສະບານນະຄອນຫຼວງພະບາງ ແລະ ຈັດງານຖາມ-ຕອບ ຄວາມ ຮູ້ກ່ຽວກັບການຂັບຂີ່ເພື່ອຮັບ ຂອງຂວັນລາງວັນຕື່ມອີກ.




 news to day and hot news

ຂ່າວມື້ນີ້ ແລະ ຂ່າວຍອດນິຍົມ

ຂ່າວມື້ນີ້












ຂ່າວຍອດນິຍົມ













ຫນັງສືພິມກອງທັບປະຊາຊົນລາວ, ສຳນັກງານຕັ້ງຢູ່ກະຊວງປ້ອງກັນປະເທດ, ຖະຫນົນໄກສອນພົມວິຫານ.
ລິຂະສິດ © 2010 www.kongthap.gov.la. ສະຫງວນໄວ້ເຊິງສິດທັງຫມົດ