ກອງທັບປະຊາຊົນລາວ
 
ວັນພະຫັດ, ວັນທີ 28 ມີນາ 2024

  

ທ່ານ ນາຍົກລັດຖະມົນຕີ ຖະແຫຼງກ່ຽວກັບການສະກັດກັ້ນ ແລະ ຕ້ານພະຍາດໂຄວິດ - 19
ເວລາອອກຂ່າວ: 2021-04-20 08:17:16 | ຜູ້ຂຽນ : admin2 | ຈຳນວນຄົນເຂົ້າຊົມ: 82 | ຄວາມນິຍົມ:



ດັ່ງທີ່ພວກເຮົາໝົດທຸກຄົນ ໄດ້ຮັບຊາບແລ້ວວ່າ ໃນເກືອບ 2 ປີມານີ້, ທົ່ວທັງໂລກພວກເຮົາໄດ້ ຮ່ວມກັນຕໍ່ສູ້ກັບພະຍາດໂຄວິດ- 19 ດ້ວຍມາດຕະການຕ່າງໆ ຢ່າງແຂງແຮງ, ທັງມີຄວາມ ຮັບ ຜິດຊອບຮ່ວມກັນຕະຫຼອດມາ, ເຊິ່ງໃນຂະບວນການດັ່ງກ່າວ ຫຼາຍປະເທດ ກໍໄດ້ຄົ້ນຄວ້າ ແລະ ນຳໃຊ້ຢາວັກຊີນ ເພື່ອໃຊ້ກັນພະ ຍາດດັ່ງກ່າວທັງມີການຊ່ວຍເຫຼືອ ສົງເຄາະໃຫ້ປະເທດອື່ນໆ ບົນ ຈິດໃຈມະນຸດສະທຳ. ເຖິງຢ່າງ ໃດກໍຕາມ, ສະພາບການແຜ່ລະ ບາດຂອງພະຍາດ ໂຄວິດ-19 ໃນທົ່ວໂລກ ກໍຍັງສືບຕໍ່ເກີດຂຶ້ນຢູ່ຊຸມຊົນຕ່າງໆ ຢ່າງກວ້າງຂວາງເຊິ່ງໃນບາງຊຸມຊົນ ແມ່ນໄດ້ກາຍ ພັນທີ່ບໍ່ສາມາດສະກັດກັ້ນ ແລະ ຄວບຄຸມຕາມແບບປົກກະຕິໄດ້ ອີກ. ສະເພາະ ສປປ ລາວ ພວກ ເຮົາ ເຫັນໄດ້ໄພອັນຕະລາຍ ຂອງພະຍາດດັ່ງກ່າວ, ພັກ- ລັດ ເຮົາ ໄດ້ວາງ ແລະປະກາດໃຊ້ ນະໂຍບາຍກໍຄືມາດຕະການ ຕ່າງໆແຕ່ຫົວທີ, ນະໂຍບາຍດັ່ງ ກ່າວ ໄດ້ກາຍເປັນການກະທຳ ຕົວຈິງຂອງທົ່ວປວງຊົນເຮົາຢ່າງ ກວ້າງຂວາງ ແລະ ມີຄວາມເປັນ ເອກະພາບສູງ. ພ້ອມດຽວກັນນັ້ນ, ເພື່ອນມິດປະເທດຕ່າງໆ ກໍໃຫ້ ການຊ່ວຍເຫຼືອທັງທາງດ້ານວັດຖຸ ແລະ ຈິດໃຈຢ່າງຫຼວງຫຼາຍສົມ ຄວນອັນໄດ້ເຮັດໃຫ້ການປ້ອງກັນ ແລະ ສະກັດກັ້ນພະຍາດ ໂຄວິດ-19 ຢູ່ ສປປ ລາວ ໄດ້ຮັບຜົນ ດີສົມຄວນ ເມື່ອທຽບໃສ່ຫຼາຍ ປະເທດໃນໂລກ. ເລື່ອງນີ້ ພໍ່ແມ່ ພີ່ນ້ອງ ກໍໄດ້ຕິດຕາມຂ່າວຈາກ ສື່ມວນຊົນທາງການຂອງພວກ ເຮົາຢ່າງເປັນປົກກະຕິທຸກໆວັນ, ລາວເຮົາ ຍັງເປັນປະເທດຕິດ ເຊື້ອໜ້ອຍກວ່າໝູ່ ໃນບັນດາປະ ເທດອາຊຽນ. ສຳລັບໃນໄລຍະສະຫຼອງ ບຸນປີໃໝ່ລາວປີນີ້, ດ້ວຍຄວາມ ເປັນຫ່ວງເປັນໃຍ ຕໍ່ສຸຂະພາບ ແລະ ຊີວິດຂອງປະຊາຊົນບັນດາເຜົ່າ, ຊັ້ນຄົນຕ່າງໆ ກໍຄືຊາວຕ່າງປະ ເທດທີ່ດຳລົງຊີວິດຢູ່ ສປປ ລາວ, ລັດຖະບານ ໄດ້ອອກແຈ້ງການ ສຳລັບການສືບຕໍ່ເພີ່ມທະວີການ ປ້ອງກັນ ແລະ ສະກັດກັ້ນການ ລະບາດຂອງພະຍາດດັ່ງກ່າວ ແລະ ໄດ້ມອບໃຫ້ທ່ານຮອງນາ ຍົກລັດຖະມົນຕີ ກິແກ້ວ ໄຂຄຳ ພິທູນ ໃນນາມຫົວໜ້າຄະນະສະ ເພາະກິດເປັນຜູ້ຖະແຫຼງຢໍ້າຕື່ມ ອີກ ເມື່ອວັນທີ 12 ເມສາ 2021. ຜ່ານການປະຕິບັດແຈ້ງ ການດັ່ງກ່າວ ໂດຍລວມແລ້ວ ແມ່ນພະນັກງານ, ນັກຮົບ, ປະ ຊາຊົນລາວບັນດາເຜົ່າຕະຫຼອດ ຮອດຊາວຕ່າງປະເທດທີ່ດຳ ລົງຊີວິດ ຢູ່ ສປປ ລາວ ແມ່ນປະ ຕິບັດໄດ້ດີ, ແຕ່ກໍສັງເກດເຫັນວ່າ ມີຄົນຈຳນວນໜຶ່ງ ຢູ່ບາງທ້ອງຖິ່ນ ຍັງຂາດສະຕິ ຄວາມຮັບຜິດຊອບ ຕໍ່ກັບການປະຕິບັດມາດຕະການ ຕ່າງໆ ທີ່ລັດຖະບານໄດ້ວາງ ອອກນັ້ນ ຈຶ່ງເກີດມີກໍລະນີຜູ້ຕິດ ເຊື້ອພະຍາດ COVID-19 ຕື່ມອີກ ພຽງແຕ່ໃນໄລຍະສະຫຼອງປີໃໝ່ ໄດ້ເພີ່ມຈາກ 49 ຄົນ ໃນວັນທີ 13 ເມສາ 2021 ມາເປັນ 58 ຄົນ ໃນວັນທີ 18 ເມສາ 2021 ໝາຍວ່າ ເພີ່ມອີກ 9 ຄົນ ເຊິ່ງເປັນອັດຕາສ່ວນທີ່ເພີ່ມຂຶ້ນໄວ ຖ້າທຽບໃສ່ໄລຍະຜ່ານມາ ໃນ 9 ຄົນນີ້ ໄດ້ມີການພົວພັນກັບຄົນອື່ນ ເຊິ່ງກໍມີຄວາມສ່ຽງສູງ ຕໍ່ການ ຕິດເຊື້ອ 218 ຄົນ. ລາຍລະອຽດ ທາງຄະນະສະເພາະກິດ ກໍໄດ້ ຖະແຫຼງຂ່າວໄປແລ້ວ. ນີ້ເປັນ ທ່າອ່ຽງບໍ່ດີ ສຳລັບປະເທດ ພວກເຮົາ, ສາຍເຫດຕິດເຊື້ອ ແມ່ນນຳມາຈາກຕ່າງ ປະເທດ ທັງໝົດນັບທັງເຂົ້າມາຢ່າງຖືກ ຕ້ອງ ແລະ ລັກລອບເຂົ້າມາແບບ ບໍ່ຖືກຕ້ອງ, ເລື່ອງນີ້ຄະນະສະ ເພາະກິດ ກໍໄດ້ຖະແຫຼງຂ່າວ ປະຈຳວັນ ລະອຽດໄປແລ້ວ. ເພື່ອສືບຕໍ່ເພີ່ມທະວີປ້ອງກັນ, ຄວບຄຸມ ສະກັດກັ້ນ, ແລະ ແກ້ ໄຂການລະບາດຂອງພະຍາດ ໂຄວິດ-19, ພວກເຮົາ ຕ້ອງ ພ້ອມກັນເພີ່ມທະວີຄວາມຮັບ ຜິດຊອບຕໍ່ປະເທດຊາດ ແລະ ປະຊາຊົນຂອງພວກເຮົາ ດ້ວຍ ການມີສະຕິລະວັງຕົວໃຫ້ສູງ ກວ່າເກົ່າ ແລະ ເອົາໃຈໃສ່ປະຕິ ບັດບັນດາມາດຕະການທີ່ຄະ ນະສະເພາະກິດວາງອອກ ຢ່າງເຂັ້ມງວດ. ຂ້າພະເຈົ້າເຂົ້າ ໃຈວ່າບັນດາມາດຕະການ ດັ່ງ ກ່າວ ແມ່ນມີຄວາມບໍ່ສະດວກ ໃຫ້ພໍ່ແມ່ປະຊາຊົນ ໃນການດຳ ລົງຊີວິດປົກກະຕິ ແຕ່ກໍຈຳເປັນ ພວກເຮົາຕ້ອງປ້ອງກັນຊີວິດ ຂອງປະຊາຊົນເຮົາ ເຮັດແນວໃດ ບໍ່ໃຫ້ມີການລະບາດຮຸນແຮງຂຶ້້ນ ດັ່ງຫຼາຍປະເທດ ໂດຍສະເພາະ ປະເທດທີ່ມີຊາຍແດນຕິດ ກັບລາວ ເຮົາ ທີ່ມີການລະບາດ ຮອບ 2 ຮອບ 3 ບາງມື້ຕິດເຊື້ອເພີ່ມຂຶ້ນ 1.500-1.800 ຄົນ. ດັ່ງນັ້ນ ຂ້າພະເຈົ້າ ສະເໜີໃຫ້ ເອົາໃຈໃສ່ຕື່ມ ດັ່ງນີ້: 1. ໃຫ້ພະນັກງານ, ນັກຮົບ, ປະຊາຊົນລາວບັນດາເຜົ່າ ທຸກ ຊັ້ນຄົນຕະຫຼອດຮອດຊາວຕ່າງ ປະເທດ ທີ່ພວມປະຕິບັດໜ້າທີ່ຢູ່ ສປປ ລາວ ທຸກຄົນ ເພີ່ມຄວາມ ຮັບຮູ້ ເຂົ້າໃຈຕໍ່ຄວາມອັນຕະລາຍ ຂອງພະຍາດດັ່ງກ່າວ, ບົນພື້ນ ຖານນັ້ນ ຮຽກຮ້ອງໃຫ້ທຸກຄົນ ສືບຕໍ່ເພີ່ມທະວີການປະຕິບັດ ຄຳສັ່ງ, ຄຳແນະນຳ, ແຈ້ງການ ຂອງຄະນະສະເພາະກິດແຕ່ລະ ຂັ້ນທີ່ອອກມາແລ້ວນັ້ນ ໃຫ້ເຂັ້ມ ງວດ ດ້ວຍຄວາມເປັນເຈົ້າການ ແລະ ໃຫ້ຖືວ່າວຽກງານດັ່ງກ່າວ ແມ່ນໜ້າທີ່ ແລະ ຄວາມຮັບຜິດ ຊອບຂອງຕົນ. ພ້ອມນີ້, ຮຽກຮ້ອງ ໃຫ້ ທຸກຄົນໃນສັງຄົມ ຮັບເອົາ ຂໍ້ມູນຂ່າວສານຢ່າງມີສະຕິ, ໃຫ້ ເອົາໃຈໃສ່ ຕິດຕາມຂ່າວສານ ຈາກທາງການ, ບໍ່ໃຫ້ສົ່ງຕໍ່ຂ່າວ ລືຕ່າງໆ ທີ່ບໍ່ມາຈາກແຫຼ່ງທາງ ການທີ່ສ້າງຄວາມວຸ້ນວາຍສັບ ສົນ ໃນສັງຄົມ. 2. ຮຽກຮ້ອງໃຫ້ຊາວລາວ ກໍຄືຊາວຕ່າງປະເທດ ທີ່ມີຄວາມ ປະສົງຈະເຂົ້າ-ອອກ ສປປ ລາວ ໃຫ້ລາຍງານຕໍ່ເຈົ້າໜ້າທີ່ທີ່ກ່ຽວ ຂ້ອງ ເພື່ອດຳເນີນການໃຫ້ຖືກ ຕ້ອງຕາມຂັ້ນຕອນ ຂອງລະບຽບ ການ, ບໍ່ໃຫ້ລັກລອບເຂົ້າ-ອອກ ເຊິ່ງຈະນຳຜົນເສຍຫາຍ ມາໃຫ້ປະເທດຊາດຂອງເຮົາ ກໍຄືປະເທດເພື່ອນບ້ານຂອງ ພວກເຮົາ (ຖ້າເຮົາເຮັດໄດ້ດີ ກໍເປັນການຊ່ວຍເຫຼືອປະເທດ ເພື່ອນບ້ານ, ຖ້າປະເທດເພື່ອນ ບ້ານເຮັດໄດ້ດີ ກໍເປັນການຊ່ວຍ ເຫຼືອປະເທດເຮົາ). ໃຫ້ສືບຕໍ່ເພີ່ມທະວີການຕິດ ຕາມ, ກວດກາ, ລາດຕະເວນ ລຽບຕາມຊາຍແດນ ຢ່າງເຄັ່ງຄັດ ເພື່ອສະກັດກັ້ນການເຂົ້າເມືອງຜິດກົດໝາຍ ໂດຍສະເພາະເຂດຊາຍ ແດນກັບປະເທດໃກ້ຄຽງທີ່ມີ ການລະບາດໃນຊຸມຊົນ. ຖ້າພົບ ເຫັນຕ້ອງນຳມາກວດວິເຄາະ ຊອກຫາເຊື້ອ ໂຄວິດ-19 ແລະ ນຳສົ່ງໄປຈຳກັດບໍລິເວນ ໃຫ້ຄົບ 14 ວັນ ຕາມລະບຽບການ. ໃຫ້ອຳນາດການປົກຄອງ ທ້ອງຖິ່ນ ມີມາດຕະການເຂັ້ມງວດ ແລະ ເປັນເຈົ້າການຕິດຕາມກວດ ກາການເຂົ້າມາຂອງບຸກຄົນທີ່ກັບ ມາຈາກປະເທດ ທີ່ມີການລະບາດ ຂອງພະຍາດ ໂຄວິດ-19, ຄອບ ຄົວ ແລະ ຍາດພີ່ນ້ອງຕ້ອງໃຫ້ ການຮ່ວມມືແຈ້ງຂໍ້ມູນຄວາມຈິງ ໃຫ້ການຈັດຕັ້ງຊາບດ່ວນເພື່ອ ແກ້ໄຂບັນຫາໃຫ້ທັນການ. 3. ໃຫ້ສືບຕໍ່ສັກວັກຊີນກັນພະ ຍາດ COVID-19 ໂດຍສະເພາະ ກຸ່ມເປົ້າໝາຍບູລິມະສິດ ແລະ ຂະຫຍາຍໄປທຸກສາຂາອາຊີບ (ພະນັກງານ-ລັດຖະກອນ, ທະ ຫານ, ຕຳຫຼວດ, ຄູ-ອາຈານ, ພະ ນັກງານ ຢູ່ສູນການຄ້າ, ໂຮງ ແຮມ, ຮ້ານອາຫານ, ພໍ່ຄ້າ-ແມ່ ຄ້າຢູ່ຕະຫຼາດ, ສູນການຫຼີ້ນກີລາ ປະເພດຕ່າງໆ ໃຫ້ທົ່ວເຖິງຕາມ ແຜນທີ່ກຳນົດໄວ້. ສະນັ້ນ, ຈຶ່ງ ຮຽກຮ້ອງທຸກພາກສ່ວນ ໃນສັງ ຄົມ ຕື່ນຕົວສະໝັກໃຈໃນການ ສັກວັກຊີນ, ໃນນັ້ນ ພະນັກງານ-ລັດຖະກອນ, ທະຫານ, ຕຳຫຼວດ ຕ້ອງເປັນແບບຢ່າງນຳໜ້າ ເພື່ອ ປ້ອງກັນຕົນເອງ, ຄອບຄົວ ແລະ ທົ່ວສັງຄົມ. (ຖ້າສ້າງພູມຄຸ້ມກັນ ລວມໝູ່ແກ້ໄຂໃນທົ່ວປະເທດ ແລ້ວການດຳລົງຊີວິດຂອງປະ ຊາຊົນເຮົາ ກໍຈະຄ່ອຍໆກັບຄືນສູ່ສະພາບປົກກະຕິ). ລັດຖະບານ ອຳນວຍຄວາມ ສະດວກໃຫ້ປະກອບການ ຫຼື ບຸກຄົນ ທີ່ມີຄວາມປະສົງຢາກ ຊ່ວຍປະກອບສ່ວນຈັດຊື້ຢາວັກ ຊີນມາສີດໃຫ້ພະນັກງານຂອງບໍລິສັດຕົນເອງ ຫຼື ເປົ້າໝາຍອື່ນ ໃນສັງຄົມ ໃຫ້ສະເໜີເຈດຈຳນົງ ມາຫາຄະນະສະເພາະກິດ ຕ້ານ ໂຄວິດ-19 ເພື່ອພິຈາລະນາດ່ວນ ເພື່ອຈະໄດ້ປຶກສາຫາລືກັນລາຍລະອຽດວ່າ ຈະຈັດຊື້ເທົ່າໃດ, ຍີ່ຫໍ້ໃດ ແລະ ສິດໃຫ້ເປົ້າໝາຍໃດ. 4. ໃຫ້ຄະນະສະເພາະກິດແຕ່ ລະຂັ້ນປັບປຸງມາດຕະຖານສູນ ຈຳກັດບໍລິເວນ ແລະ ປະຕິບັດ ມາດຕະການຢ່າງຖືກຕ້ອງ ແລະ ເຂັ້ມງວດ. 5. ໃນກໍລະນີບຸກຄົນ ແລະ ການຈັດຕັ້ງຫາກລະເມີດບັນ ດາມາດຕະການທີ່ພັກ-ລັດ ກໍຄື ການຈັດຕັ້ງແຕ່ລະຂັ້ນວາງອອກ ກໍໃຫ້ນຳໃຊ້ມາດຕະການຕ່າງໆ ຢ່າງເໝາະສົມລວມທັງມາດຕະ ການທາງບໍລິຫານ, ເສດຖະກິດ ແລະ ກົດໝາຍກ່ຽວຂ້ອງ. ຕໍ່ໜ້າສະພາບການດັ່ງກ່າວ ລັດຖະບານ ຈະສືບຕໍ່ເຝົ້າລະວັງ, ຕິດຕາມ, ປະເມີນສະພາບການ ເປັນແຕ່ລະໄລຍະ ແລະ ອອກມາດ ຕະການຢ່າງເໝາະສົມ ພ້ອມທັງ ເຜີຍແຜ່ໃຫ້ສັງຄົມໄດ້ຮັບຊາບ ເພື່ອຈັດຕັ້ງປະຕິບັດຢ່າງເປັນ ເຈົ້າການ. ພ້ອມກັນນີ້ ກໍຈະຮີບ ຮ້ອນສັກວັກຊີນ ໃຫ້ພົນລະເມືອງ ໃຫ້ໄດ້ຢ່າງໜ້ອຍ 22% ໃນປີ 2021 ໄດ້ຫຼາຍກວ່າ ກໍຍິ່ງດີ. ດັ່ງນັ້ນ ຂ້າພະເຈົ້າ ຂໍຮຽກຮ້ອງ ມາຍັງບັນດາທ່ານ ໂດຍສະເພາະທີ່ຢູ່ໃນກຸ່ມເປົ້າໝາຍບູລິມະສິດນັ້ນ ຈົ່ງພ້ອມກັນໄປຮັບການສັກວັກ ຊີນຢ່າງຮີບດ່ວນ ເພື່ອຫຼຸດຜ່ອນ ການລະບາດທີ່ຮ້າຍແຮງຂອງພະ ຍາດ ໂຄວິດ-19 ຢູ່ປະເທດເຮົາ. ບົດຮຽນຂອງປະເທດເຮົາ ທີ່ຕ້ອງຈົດຈຳໃນໄລຍະຜ່ານມາ, ຍ້ອນມີການຮ່ວມມືຮ່ວມແຮງ ຮ່ວມໃຈຢ່າງຫ້າວຫັນຂອງພໍ່ ແມ່ປະຊາຊົນ ແລະ ທຸກພາກ ສ່ວນໃນສັງຄົມ, ມີການສະໜັບ ສະໜູນຊ່ວຍເຫຼືອຈາກບັນດາ ປະເທດເພື່ອນມິດ ແລະ ອົງການ ຈັດຕັ້ງສາກົນ, ມີຄວາມເປັນ ເອກະພາບສູງ ແລະ ມາດຕະ ການຢ່າງເຂັ້ມງວດແຕ່ຫົວທີ ຂອງລັດຖະບານ ຈຶ່ງເຮັດໃຫ້ປະ ເທດເຮົາ ສາມາດຈຳກັດການ ລະບາດຂອງພະຍາດ ໂຄວິດ-19 ຢູ່ລະດັບຕໍ່າ ໃນບັນດາປະເທດ ອາຊຽນ ກໍຄືຢູ່ໃນໂລກ ແລະ ບໍ່ມີຜູ້ເສຍຊີວິດຈາກພະຍາດດັ່ງກ່າວ. ຂ້າພະເຈົ້າ ຈຶ່ງຂໍຮຽກຮ້ອງໃຫ້ພໍ່ ແມ່ປະຊາຊົນ ແລະ ທຸກພາກ ສ່ວນໃນສັງຄົມ ສືບຕໍ່ຮ່ວມແຮງ ຮ່ວມໃຈໃຫ້ການຮ່ວມມື ແລະ ປະຕິບັດມາດຕະການທີ່ຄະນະ ສະເພາະກິດວາງອອກ ດ້ວຍ ຄວາມ ຮັບຜິດຊອບສູງ, ປະກອບ ສ່ວນທາງດ້ານວັດຖຸປັດໄຈ ດ້ວຍຄວາມສະໝັກໃຈ ແລະ ຕາມຄວາມສາມາດຂອງຕົນ ເພື່ອປະກອບສ່ວນເຂົ້າໃນວຽກ ງານປ້ອງກັນ, ຄວບຄຸມ, ສະກັດ ກັ້ນ ແລະ ແກ້ໄຂການລະບາດ ຂອງພະຍາດ ໂຄວິດ-19 ເພື່ອຮັບ ປະກັນ ໃຫ້ປະເທດລາວ ແລະ ພວກເຮົາທຸກຄົນ ພ້ອມກັນຜ່ານ ຜ່າວິກິດການລະບາດຂອງພະ ຍາດໂຄວິດ-19 ໄປດ້ວຍກັນຢ່າງ ຕະຫຼອດປອດໄພ.



 news to day and hot news

ຂ່າວມື້ນີ້ ແລະ ຂ່າວຍອດນິຍົມ

ຂ່າວມື້ນີ້












ຂ່າວຍອດນິຍົມ













ຫນັງສືພິມກອງທັບປະຊາຊົນລາວ, ສຳນັກງານຕັ້ງຢູ່ກະຊວງປ້ອງກັນປະເທດ, ຖະຫນົນໄກສອນພົມວິຫານ.
ລິຂະສິດ © 2010 www.kongthap.gov.la. ສະຫງວນໄວ້ເຊິງສິດທັງຫມົດ