ກອງທັບປະຊາຊົນລາວ
 
ວັນສຸກ, ວັນທີ 29 ມີນາ 2024

  

ມອບພາຫະນະ ແລະ ອຸປະກອນ ເຕັກນິກໃຫ້ກອງຮ້ອຍ 453
ເວລາອອກຂ່າວ: 2021-04-20 08:18:27 | ຜູ້ຂຽນ : admin2 | ຈຳນວນຄົນເຂົ້າຊົມ: 141 | ຄວາມນິຍົມ:



ຕົ້ນເດືອນເມສາ 2021, ພະ ແນກຊ່າງແສງ ກອງພົນທີ 4 ໄດ້ມອບພາຫະນະ ແລະ ອຸປະ ກອນເຕັກນິກວິຊາສະເພາະ ຊ່າງແສງ ໃຫ້ກອງຮ້ອຍ 453 ກອງພັນໃຫຍ່ 401, ໂດຍການ ກ່າວມອບຂອງ ສະຫາຍ ພັນໂທ ຄຳແກ້ວ ກົງປາລີ ຫົວ ໜ້າພະແນກຊ່າງແສງ ກອງ ພົນທີ 4 ແລະ ຕາງໜ້າກ່າວ ຮັບໂດຍ ສະຫາຍ ພັນໂທ ໂສພາ ລິດບຸນພັນ ຫົວໜ້າການທະ ຫານກອງພັນໃຫຍ່ 401, ມີພະ ແນກເສນາ, ຂະແໜງຊ່າງ ແສງພ້ອມດ້ວຍຄະນະພັກ-ຄະ ນະບັນຊາ ກອງຮ້ອຍ 453 ເຂົ້າຮ່ວມ. ເພື່ອເຮັດໃຫ້ການປະຕິບັດໜ້າ ວິຊາສະເພາະຊ່າງແສງໃຫ້ມີປະ ສິດທິພາບສູງ, ທາງພະແນກຊ່າງ ແສງ ກອງພົນທີ 4 ໄດ້ມອບລົດ ຈັກ ຈຳນວນ 1 ຄັນ, ອຸປະກອນ ກວດລະເບີດ(ຈັກກວດຕື້ນ), ຈຳນວນ 2 ເຄື່ອງ, ອຸປະກອນ ກວດ-ກູ້ລະເບີດ ຈຳນວນ 1 ຊຸດ ປະກອບໃຫ້ກອງຮ້ອຍ 453, ນອກນັ້ນຍັງໄດ້ມອບເງິນເພື່ອ ບູລະນະເຮືອນນອນຫຼັງໃໝ່ ຈຳ ນວນ 10 ລ້ານກີບ, ພ້ອມທັງອົບ ຮົມການນຳໃຊ້ອຸປະກອນຕ່າງໆ, ການຄຸ້ມຄອງ, ປົກປັກຮັກສາ ແລະ ບົວລະບັດຜັດເຊັດພາ ຫະນະເຕັກນິກໃຫ້ຖືກຕ້ອງ ຕາມຫຼັກການທີ່ຂັ້ນເທິງວາງ ອອກ ເພື່ອໃຫ້ກົມກອງເຮັດສຳ ເລັດໜ້າທີ່ວຽກງານວິຊາສະ ເພາະໃນພາກປະຕິບັດຕົວຈິງໃນຕໍ່ໜ້າຢ່າງມີປະສິດທິຜົນ, ຮັບປະກັນຄວາມປອດໄພ ແລະ ຮັບໃຊ້ໄດ້ຍາວນານ. ໂດຍ: ສຸລິວັນ ແສນບຸດຕະລາດ



 news to day and hot news

ຂ່າວມື້ນີ້ ແລະ ຂ່າວຍອດນິຍົມ

ຂ່າວມື້ນີ້












ຂ່າວຍອດນິຍົມ













ຫນັງສືພິມກອງທັບປະຊາຊົນລາວ, ສຳນັກງານຕັ້ງຢູ່ກະຊວງປ້ອງກັນປະເທດ, ຖະຫນົນໄກສອນພົມວິຫານ.
ລິຂະສິດ © 2010 www.kongthap.gov.la. ສະຫງວນໄວ້ເຊິງສິດທັງຫມົດ