ກອງທັບປະຊາຊົນລາວ
 
ວັນສຸກ, ວັນທີ 29 ມີນາ 2024

  

ຕາດເລາະ ຊຸກຍູ້ການທ່ອງທ່ຽວຊົມທຳມະຊາດຮ່ວມຕ້ານພະຍາດ ໂຄວິດ-19
ເວລາອອກຂ່າວ: 2021-04-20 08:29:54 | ຜູ້ຂຽນ : admin2 | ຈຳນວນຄົນເຂົ້າຊົມ: 32 | ຄວາມນິຍົມ:



ການໃຫ້ບໍລິການການທ່ອງ ທ່ຽວໃນໂອກາດບຸນປີໃໝ່ລາວ ພສ 2564 ປີນີ້ ແຫຼ່ງທ່ອງ ທ່ຽວອຸທິຍານຕາດເລາະແຂວງ ສາລະວັນ ແມ່ນໄດ້ຮ່ວມຈັດຕັ້ງ ປະຕິບັດການເຝົ້າລະວັງ, ປະຕິ ບັດມາດຕະການຜ່ອນຜັນ, ການ ປ້ອງກັນ, ຄວບຄຸມ, ສະກັດກັ້ນ ແລະ ແກ້ໄຂການລະບາດຂອງພະ ຍາດໂຄວິດ-19 ເຊິ່ງໄດ້ຫ້າມຜູ້ມາ ທ່ອງທ່ຽວ ບໍ່ໃຫ້ຈັດງານສ້າງສັນ ແລະ ບໍ່ມີການເສບງັນ ແລະ ອື່ນໆ ທີ່ຂັດກັບມາດຕະການ ການ ປ້ອງກັນໂຄວິດ-19, ຮ່ວມຕ້ານ ໂຄວິດ-19 ໂດຍເນັ້ນຊຸກຍູ້ການທ່ອງທ່ຽວຊົມທໍາມະຊາດທີ່ສວຍສົດງົດງາມ. ທ່ານ ປໍ ຄ້າຍຄ່ຽມມະນີ ເຈົ້າຂອງເຮືອນພັກປາລະມີຜູ້ ໃຫ້ການບໍລິການໃນແຫຼ່ງທ່ອງ ທ່ຽວອຸທິຍານຕາດເລາະ ໃຫ້ຮູ້ວ່າ: ສຳລັບການຫຼິ້ນບຸນປີໃໝ່ລາວ ພສ 2564 ປີນີ້, ແຫຼ່ງທ່ອງທ່ຽວອຸທິຍານຕາດເລາະແຂວງສາລະວັນ ແມ່ນຢູ່ໃນໄລຍະການເຝົ້າລະວັງ, ປະຕິບັດມາດຕະການຜ່ອນຜັນ, ການປ້ອງກັນ, ຄວບຄຸມ, ສະກັດ ກັ້ນ ແລະ ແກ້ໄຂການລະບາດຂອງ ພະຍາດໂຄວິດ-19; ແຕ່ແຫຼ່ງ ທ່ອງ ທ່ຽວອຸທິຍານ ຕາດເລາະ ກໍຍັງຄົງຄອງເປັນແຫຼ່ງທ່ອງ ທ່ຽວຍອດນິຍົມໃນມື້ບຸນປີໃໝ່ ລາວຂອງທຸກໆປີ ມີຄົນມາ ທ່ຽວ ຢ່າງຫຼວງຫຼາຍ ໂດຍສະເພາະວັນ ທີ 15 ເມສາ ຜ່ານມາ; ແຕ່ທາງ ຜູ້ຮັບຜິດຊອບ ຂອງພວກເຮົາ ກໍ ໄດ້ມີການຮ່ວມຈັດຕັ້ງປະຕິບັດ ບັນດາມາດຕະການຕ່າງໆ ໃນໄລ ຍະນີ້ແມ່ນຮ່ວມປະຕິບັດການ ປ້ອງກັນໂຄວິດ-19 ໂດຍໄດ້ຫ້າມ ນັກທ່ອງທ່ຽວບໍ່ໃຫ້ມີການຈັດ ການສ້າງສັນ, ການເສບງັນ ແລະ ອື່ນໆ ທີ່ເປັນການຊຸມນຸມຜູ້ຄົນ ທີ່ມີຈໍານວນຫຼາຍ; ຜູ້ມາທ່ຽວ ສ່ວນຫຼາຍ ແມ່ນໃຫ້ມາຊົມຄວາມ ງາມຂອງນໍ້າຕົກຕາດເລາະ, ຖ່າຍ ຮູບ ແລະ ອື່ນໆ ທີ່ຢູ່ໃນກອບຂອງການປະຕິບັດມາດຕະການປ້ອງ ກັນໂຄວິດ-19. ທ່ານ ປໍ ຄ້າຍຄ່ຽມມະນີ ໄດ້ໃຫ້ຮູ້ຕື່ມວ່າ: ປັດຈຸບັນ, ໄດ້ ສ້າງຂົວໄມ້ຂ້າມຈຸດຕ່າງໆ, ຈຸດນ້ຳຕົກຕາດ, ສ້າງຕູບຈຳ ລອງຂອງຊົນເຜົ່າ, ຈັດສັນສະ ຖານທີ່ບ່ອນຂາຍອາຫານ, ເຄື່ອງດື່ມຂອງຜູ້ປະກອບການ ໃຫ້ເປັນລະບຽບຮຽບຮ້ອຍ, ປະດັບປະດາສະຖານທີ່ໃຫ້ມີຄວາມສວຍງາມ ແລະ ສ້າງຈຸດຖ່າຍຮູບ ແນໃສ່ສົ່ງເສີມ, ອະນຸລັກຮີດຄອງ ປະເພນີອັນດີງາມຂອງຊາດ ກໍ ຄືຂອງທ້ອງຖິ່ນ, ເພື່ອດຶງດູດເອົາ ນັກທ່ອງທ່ຽວມາທ່ຽວຫຼາຍ ຂຶ້ນເປັນການທ່ອງທ່ຽວທີ່ເນັ້ນ ການທ່ຽວຊົມທຳມະຊາດອັນ ສວຍສົດງົດງາມຂອງລາວຄຽງ ຄູ່ກັບການປະຕິບັດມາດຕະການ ຕ້ານ ໂຄວິດ-19



 news to day and hot news

ຂ່າວມື້ນີ້ ແລະ ຂ່າວຍອດນິຍົມ

ຂ່າວມື້ນີ້












ຂ່າວຍອດນິຍົມ













ຫນັງສືພິມກອງທັບປະຊາຊົນລາວ, ສຳນັກງານຕັ້ງຢູ່ກະຊວງປ້ອງກັນປະເທດ, ຖະຫນົນໄກສອນພົມວິຫານ.
ລິຂະສິດ © 2010 www.kongthap.gov.la. ສະຫງວນໄວ້ເຊິງສິດທັງຫມົດ