ກອງທັບປະຊາຊົນລາວ
 
ວັນສຸກ, ວັນທີ 29 ມີນາ 2024

  

ບັນຫາດ້ານງົບປະມານ ຍັງເປັນສິ່ງທ້າທາຍຕໍ່ວຽກງານການແກ້ໄຂລະເບີດບໍ່ທັນແຕກຢູ່ ສປປ ລາວ
ເວລາອອກຂ່າວ: 2021-04-20 08:33:57 | ຜູ້ຂຽນ : admin2 | ຈຳນວນຄົນເຂົ້າຊົມ: 30 | ຄວາມນິຍົມ:



ບັນຫາດ້ານງົບປະມານຍັງ ຄົງເປັນສິ່ງທ້າທາຍຕໍ່ວຽກງານການແກ້ໄຂລະເບີດບໍ່ທັນແຕກຢູ່ ສປປ ລາວ, ເຊິ່ງໃນແຕ່ລະປີ ສປປ ລາວ ໄດ້ຮັບທຶນຊ່ວຍເຫຼືອ ຈາກບັນດາປະເທດຜູ້ໃຫ້ທຶນ ແລະ ອົງການຈັດຕັ້ງສາກົນຕ່າງໆ ສະ ເລ່ຍປະມານ 30 ລ້ານໂດລາສະ ຫະລັດ, ແຕ່ຈຳນວນດັ່ງກ່າວບໍ່ ທັນພຽງພໍກັບຄວາມຕ້ອງການ ໃນການນຳໃຊ້ເຂົ້າໃນການຈັດຕັ້ງ ປະຕິບັດວຽກງານເກັບກູ້ລະ ເບີດບໍ່ທັນແຕກຢູ່ໃນຂອບເຂດ ທົ່ວປະເທດ. ທ່ານ ໂຈມແຍງ ແພງທອງສະ ຫວັດ ຫົວໜ້າຫ້ອງການຄະນະກໍາມະການຄຸ້ມຄອງແຫ່ງຊາດ ເພື່ອແກ້ໄຂບັນຫາລະເບີດບໍ່ທັນ ແຕກທີ່ຕົກຄ້າງຢູ່ ສປປ ລາວ ໄດ້ ໃຫ້ສຳພາດເມື່ອບໍ່ດົນມານີ້ວ່າ: ບັນຫາລະເບີດບໍ່ທັນແຕກທີ່ຕົກ ຄ້າງຢູ່ ສປປ ລາວ ເປັນສິ່ງກີດ ຂວາງອັນໃຫຍ່ຫຼວງໃຫ້ແກ່ການ ພັດທະນາເສດຖະກິດ-ສັງຄົມ ກໍຄື ການດຳລົງຊີວິດຂອງປະຊາຊົນ ລາວ ໂດຍສະເພາະ ຊາວແຂວງ ຊຽງ ເນື່ອງຈາກວ່າ ແຂວງຊຽງ ຂວາງ ເປັນແຂວງທີ່ໄດ້ຮັບຜົນ ກະທົບໜັກກວ່າໝູ່ຖັດຈາກ ແຂວງສະຫວັນນະເຂດ, ເຊິ່ງເຮັດ ໃຫ້ປະຊາຊົນດຳລົງຊີວິດຢູ່ກັບລູກ ລະເບີດທີ່ບໍ່ທັນແຕກມາເປັນເວລາຫຼາຍສິບປີ. ສປປ ລາວ ເປັນ ປະເທດທີ່ໄດ້ຮັບຜົນກະທົບຈາກ ລະເບີດບໍ່ທັນແຕກ (ລບຕ) ໜັກ ໜ່ວງກ່ວາໝູ່ໃນໂລກ, ຖ້າທຽບ ໃສ່ຫົວຄົນ. ຕະຫຼອດໄລຍະ 9 ປີ ນັບແຕ່ປີ 1964 ຫາ 1973 ມີ ຍົນຫຼາຍກ່ວາ 580.000 ຖ້ຽວ ບັນທຸກລະເບີດມາຖິ້ມລົງໃສ່ ຜືນແຜ່ນດິນລາວ, ເຊິ່ງມີປະມານ 3 ລ້ານໂຕນ, ໃນນັ້ນ ມີລະເບີດ ລູກຫວ່ານ (ບົມບີ) ປະມານ 270 ລ້ານໜ່ວຍ ແລະ ນັກວິຊາການ ດ້ານລະເບີດ ຄາດຄະເນວ່າ 30% ລະເບີດດັ່ງກ່າວ ແມ່ນບໍ່ທັນແຕກ ໝາຍຄວາມວ່າພາຍຫຼັງສົງ ຄາມ ສິ້ນສຸດ ຍັງມີລະເບີດລູກ ຫວ່ານ ປະມານ 80 ລ້ານໜ່ວຍ ແລະ ບົມໃຫຍ່ອີກຫຼາຍລ້ານໜ່ວຍບໍ່ ທັນແຕກທີ່ຕົກຄ້າງຢູ່ສປປ ລາວ. ທ່ານ ໂຈມແຍງ ແພງທອງສະ ຫວັດ ຍັງກ່າວຕື່ມອີກວ່າ: ໃນຄາດ ໝາຍສູ້ຊົນ ຕາມແຜນຍຸດທະສາດ ວ່າດ້ວຍການແກ້ໄຂລະເບີດບໍ່ທັນ ແຕກຂອງ ສປປ ລາວ ໄດ້ກຳ ນົດວ່າ: ການເກັບກູ້ລະເບີດທີ່ບໍ່ ທັນແຕກຢູ່ ສປປ ລາວ ແມ່ນ ໃຫ້ໄດ້ 10.000 ເຮັກຕາຕໍ່ປີ, ແຕ່ ການຈັດຕັ້ງປະຕິບັດຕົວຈິງ ແມ່ນບໍ່ສາມາດບັນລຸຕາມຄາດໝາຍສູ້ຊົນດັ່ງກ່າວໄດ້, ສາມາດເກັບກູ້ລະ ເບີດໄດ້ສູງສຸດ 8.000 ເຮັກຕາ ຕໍ່ປີ (ເປັນການສະເລ່ຍ), ເຊິ່ງ ສາເຫດຫຼັກ ຍ້ອນບັນຫາທາງ ດ້ານງົບປະມານທີ່ບໍ່ພຽງພໍ. ມາ ຮອດປັດຈຸບັນ, ສປປ ລາວ ສາ ມາດ ເກັບກູ້ລະເບີດບໍ່ທັນແຕກໄດ້ສະ ເລ່ຍປະມານ 1% ຂອງຈຳນວນລະເບີດທີ່ບໍ່ທັນແຕກທັງໝົດ. ໂດຍ: ບຸນຊ້ອຍ



 news to day and hot news

ຂ່າວມື້ນີ້ ແລະ ຂ່າວຍອດນິຍົມ

ຂ່າວມື້ນີ້












ຂ່າວຍອດນິຍົມ













ຫນັງສືພິມກອງທັບປະຊາຊົນລາວ, ສຳນັກງານຕັ້ງຢູ່ກະຊວງປ້ອງກັນປະເທດ, ຖະຫນົນໄກສອນພົມວິຫານ.
ລິຂະສິດ © 2010 www.kongthap.gov.la. ສະຫງວນໄວ້ເຊິງສິດທັງຫມົດ