
![]()
ທະຫານໃໝ່ແຂວງອຸດົມໄຊ ຈັດຕັ້ງຍິງເປົ້າໝາຍດ້ວຍລູກປືນແທ້
ເວລາອອກຂ່າວ: 2021-04-21 08:20:38 | ຜູ້ຂຽນ : admin2 | ຈຳນວນຄົນເຂົ້າຊົມ: 23 | ຄວາມນິຍົມ: ![]()
ໃນວັນທີ 9 ເມສາ 2021 ນີ້, ໂຮງຮຽນທະຫານທ້ອງຖິ່ນ ແຂວງອຸດົມໄຊ ໄດ້ຈັດຕັ້ງຍິງເປົ້າ
ໝາຍດ້ວຍລູກປືນແທ້ໃນບົດເປີດ ສາກໃຫ້ນັກຮຽນທະຫານໃໝ່ ຊຸດທີ 26 ຢູ່ທີ່ສະໜາມຍິງປືນ ໂຮງຮຽນທະຫານທ້ອງຖິ່ນ, ໂດຍ ການເປັນປະທານຂອງ ສະຫາຍ ພັນໂທ ຄຳຜາຍ ໄຊປັນຍາ ຮອງ ຫົວໜ້າຫ້ອງເສນາທິການກອງບັນຊາການທະຫານແຂວງອຸດົມໄຊ, ມີຄະນະພັກ-ຄະນະບັນຊາ, ຄູ-
ອາຈານ,ຄະນະຮັບຜິດຊອບ ແລະ
ນັກຮຽນທະຫານໃໝ່ຊຸດທີ 26 ເຂົ້າຮ່ວມ. ສະຫາຍ ຮ້ອຍເອກ ຫວັດສຸພາ
ສະຫວ່າງສີ ອາຈານປະຈຳວິຊາ
ຍິງປືນບົດເປີດສາກປືນອາກາ ແອັມ, ປືນເຊກາເຊ ລາຍງານໃຫ້
ຮູ້ວ່າ: ການເຝິກແອບ-ຮໍ່າຮຽນ ໃນຄັ້ງນີ້ແມ່ນການປັບປຸງກໍ່ສ້າງ ກຳລັງປະກອບອາວຸດຢູ່ຂັ້ນທ້ອງ ຖິ່ນໃຫ້ເຂັ້ມແຂງ ແລະ ປະຕິບັດ ຕາມແຜນການຮຽນ-ການສອນ ຂອງກົມໃຫຍ່ເສນາທິການກອງ ທັບ, ເພື່ອຍົກສູງຄວາມຮູ້ຄວາມ ສາມາດ ແລະ ຄວາມຊຳນິຊຳນານຂອງນັກຮຽນທະຫານໃໝ່ຊຸດທີ 26 ໃນການນຳໃຊ້ອາວຸດຂອງ ເຫຼົ່າຮົບວິຊາສະເພາະ ແລະ ຮັບປະກັນສາມາດດັບສູນເປົ້າໝາຍໄດ້ຕາມລະດັບຄາດໝາຍ, ທັງ ເປັນການກວດກາຄືນບົດຮຽນທີ່ ໄດ້ຮຽນຜ່ານມາເປັນຕົ້ນແມ່ນ ທ່າຈັງຫວະການກະທຳພ້ອມທັງ ທວນຄືນດ້ານສິລະປະຍຸດ-ຍຸດ ທະວິທີ. ການຍິງປືນໃນບົດເປີດສາກດ້ວຍລູກປືນແທ້ຄັ້ງນີ້ມີນັກ ຮຽນທະຫານໃໝ່ເຂົ້າຮ່ວມທັງ ໝົດ 96 ສະຫາຍ, ຍິງ 12 ສະ ຫາຍ, ຜ່ານການປະຕິບັດຕົວຈິງ ມີຂັ້ນເກັ່ງ 46 ສະຫາຍ, ກາງ 30 ສະຫາຍ ແລະ ຄາດໝາຍ 20 ສະຫາຍ.
ໂດຍ: ສົມພູນ ທຳມະຕານ

news to day and hot news
ຂ່າວມື້ນີ້ ແລະ ຂ່າວຍອດນິຍົມ
ຂ່າວມື້ນີ້
ຂ່າວຍອດນິຍົມ
ຫນັງສືພິມກອງທັບປະຊາຊົນລາວ, ສຳນັກງານຕັ້ງຢູ່ກະຊວງປ້ອງກັນປະເທດ, ຖະຫນົນໄກສອນພົມວິຫານ.
ລິຂະສິດ © 2010 www.kongthap.gov.la. ສະຫງວນໄວ້ເຊິງສິດທັງຫມົດ
ລິຂະສິດ © 2010 www.kongthap.gov.la. ສະຫງວນໄວ້ເຊິງສິດທັງຫມົດ















