ກອງທັບປະຊາຊົນລາວ
 
ວັນສຸກ, ວັນທີ 29 ມີນາ 2024

  

ຄະນະນຳກອງບັນຊາການທະຫານນະຄອນຫຼວງວຽງຈັນເຂົ້າອວຍພອນຄະນະນຳກະຊວງປ້ອງກັນປະເທດ
ເວລາອອກຂ່າວ: 2021-04-21 08:28:39 | ຜູ້ຂຽນ : admin2 | ຈຳນວນຄົນເຂົ້າຊົມ: 86 | ຄວາມນິຍົມ:



ໃນວັນທີ 13 ເມສາ 2021, ສະຫາຍ ພົນຈັດຕະວາ ສີພອນ ຈັນສົມວົງ ຫົວໜ້າການເມືອງ ກອງບັນຊາການທະຫານນະ ຄອນຫຼວງວຽງຈັນ ພ້ອມດ້ວຍ ຄະນະ ໄດ້ນຳເອົາກະຕ່າຂອງ ຂວັນເຂົ້າອວຍພອນຄະນະນຳ ກະຊວງປ້ອງກັນປະເທດ, ເນື່ອງ ໃນໂອກາດວັນບຸນປີໃໝ່ລາວ ພສ 2564,ເຊິ່ງໃຫ້ກຽດຕ້ອນຮັບ ໂດຍ ສະຫາຍ ພົນເອກ ຈັນສະ ໝອນ ຈັນຍາລາດ ຮອງນາຍົກ ລັດຖະມົນຕີ ລັດຖະມົນຕີກະຊວງປ້ອງກັນປະເທດ. ສະຫາຍ ພົນຈັດຕະວາ ສີພອນ ຈັນສົມວົງ ກໍໄດ້ສະແດງຄວາມ ອວຍພອນອັນປະເສີດໃຫ້ ສະ ຫາຍ ພົນເອກ ຈັນສະໝອນ ຈັນ ຍາລາດ ຈົ່ງມີສຸຂະພາບແຂງ ແຮງ, ສືບຕໍ່ຊີ້ນຳກຳລັງໃນຖັນ ແຖວຂອງກອງທັບໃຫ້ເຕີບໃຫຍ່ຂະຫຍາຍຕົວກ້າວໜ້າທັນສະໄໝ ຂຶ້ນຢ່າງບໍ່ຢຸດຢັ້ງ. ສະຫາຍ ພົນເອກ ຈັນສະໝອນ ຈັນຍາລາດ ກໍໄດ້ສະແດງຄວາມ ຂອບໃຈຕໍ່ຄະນະນຳກອງບັນຊາ ການທະຫານນະຄອນຫຼວງວຽງ ຈັນ ທີ່ເຫັນໄດ້ຄວາມໝາຍຄວາມ ສຳຄັນ ແລະ ຖືເອົາວັນດັ່ງກ່າວ ເປັນການສະແດງຄວາມອວຍ ພອນເຊິ່ງກັນ ແລະ ກັນ, ພ້ອມກັນ ນັ້ນກໍຍັງໄດ້້ເນັ້ນໜັກໃຫ້ຄະນະ ນຳກອງບັນຊາການທະຫານນະ ຄອນຫຼວງວຽງຈັນ ຈົ່ງເພີ່ມທະວີ ເອົາໃຈໃສ່ປ້ອງກັນຕິດຕາມກວດ ກາສະຖານທີ່ການຫຼິ້ນບຸນປີໃໝ່ໃນແຕ່ລະຈຸດ ຢ່າງເຄັ່ງຄັດ ເພື່ອຮັບປະກັນເຮັດໃຫ້ນະຄອນຫຼວງວຽງຈັນມີຄວາມສະຫງົບປອດໄພ 100 %. ພ້ອມກັນນັ້ນ ສະຫາຍ ພົນຈັດ ຕະວາ ສີພອນ ຈັນສົມວົງ ພ້ອມ ດ້ວຍຄະນະ ຍັງໄດ້ນຳເອົາກະຕ່າ ຂອງຂວັນ ເຂົ້າອວຍພອນຄະນະ ນຳກົມໃຫຍ່ການເມືອງກອງທັບ, ກົມໃຫຍ່ເສນາທິການກອງທັບ ແລະ ກົມໃຫຍ່ພະລາທິການ ກອງທັບ ໃນໂອກາດວັນບຸນປີ ໃໝ່ເຊັ່ນດຽວກັນ. ໂດຍ: ແສງດາລາ ໄຊຍະລາດ



 news to day and hot news

ຂ່າວມື້ນີ້ ແລະ ຂ່າວຍອດນິຍົມ

ຂ່າວມື້ນີ້












ຂ່າວຍອດນິຍົມ













ຫນັງສືພິມກອງທັບປະຊາຊົນລາວ, ສຳນັກງານຕັ້ງຢູ່ກະຊວງປ້ອງກັນປະເທດ, ຖະຫນົນໄກສອນພົມວິຫານ.
ລິຂະສິດ © 2010 www.kongthap.gov.la. ສະຫງວນໄວ້ເຊິງສິດທັງຫມົດ