ກອງທັບປະຊາຊົນລາວ
 
ວັນພະຫັດ, ວັນທີ 28 ມີນາ 2024

  

ສະຫຼຸບວຽກງານປ້ອງກັນຊາດ - ປ້ອງກັນຄວາມສະຫງົບ 4 ແຂວງ 1 ກອງພົນ ປະຈຳປີ 2020
ເວລາອອກຂ່າວ: 2021-04-21 08:30:21 | ຜູ້ຂຽນ : admin2 | ຈຳນວນຄົນເຂົ້າຊົມ: 56 | ຄວາມນິຍົມ:



ໃນວັນທີ 20 ເມສາ 2021 ນີ້,ຢູ່ທີ່ສະໂມສອນ ຫ້ອງວ່າການ ປົກຄອງ ແຂວງສາລະວັນ ໄດ້ ຈັດກອງປະຊຸມສະຫຼຸບ ວຽກງານ ປ້ອງກັນຊາດ-ປ້ອງກັນຄວາມສະ ຫງົບ 4 ແຂວງພາກໃຕ້, 1 ກອງ ພົນ (ແຂວງສາລະວັນ, ເຊກອງ, ຈຳປາສັກ, ອັດຕະປື ແລະ ກອງ ພົນທີ 5) ປະຈຳປີ 2020 ແລະ ທິດທາງແຜນການ ປີ 2021 ໂດຍການເປັນປະທານ ຂອງ ສະຫາຍ ພົນໂທ ວິໄລ ຫຼ້າຄຳຟອງ ກໍາມະການກົມການເມືອງສູນ ກາງພັກ, ຄະນະກໍາມະການປ້ອງກັນຊາດ-ປ້ອງກັນຄວາມ ສະຫງົບສູນກາງ, ລັດຖະມົນ ຕີກະຊວງປ້ອງກັນຄວາມສະ ຫງົບ, ມີທ່ານ ໂພໄຊ ໄຊຍະສອນ ກຳມະການສູນກາງພັກ, ປະທານ ຄະນະກຳມະການ ປກຊ-ປກສ ແຂວງ, ເຈົ້າແຂວງໆ ສາລະວັນ, ມີຜູ້ຕາງໜ້າຈາກຫ້ອງວ່າການ ສູນກາງພັກ, ກະຊວງປ້ອງກັນ ປະເທດ, ກະຊວງປ້ອງກັນ ຄວາມສະຫງົບ, ຫ້ອງການຄະ ນະກຳມະການປ້ອງກັນຊາດ-ປ້ອງກັນຄວາມສະຫງົບສູນກາງ, ປະທານ, ຄະນະກໍາມະການປ້ອງ ກັນຊາດ-ປ້ອງກັນຄວາມສະຫງົບ 4 ແຂວງພາກໃຕ້, ຄະນະພັກ-ຄະນະບັນ ຊາກອງພົນທີ 5, ກອງ ບັນຊາການ ທະຫານແຂວງ, ກອງບັນຊາການ ປກສ ແຂວງ, ຫ້ອງການປກຊ-ປກສ ແຂວງ ສະຫວັນນະເຂດ, ບັນດາເຈົ້າ ເມືອງ 8 ຕົວເມືອງ ແລະ ພາກ ສ່ວນທີ່ກ່ຽວຂ້ອງພາຍໃນແຂວງ ເຂົ້າຮ່ວມ. ສະຫາຍ ພັນເອກ ພູວັນ ພິມມະ ຈັນ ກຳມະການຄະນະປະຈໍາພັກ ແຂວງ, ຫົວໜ້າການເມືອງກອງ ບັນຊາການທະຫານແຂວງ ໄດ້ ຂຶ້ນຜ່ານບົດສະຫຼຸບຕີລາຄາສະ ພາບການເຄື່ອນໄຫວວຽກງານ ປ້ອງກັນຊາດ-ປ້ອງກັນຄວາມ ສະຫງົບ ປະຈຳປີ 2020 ແລະ ທິດທາງແຜນການ ປີ 2021 ເຊິ່ງໄດ້ຍົກໃຫ້ເຫັນການຈັດຕັ້ງ ປະຕິບັດວຽກງານໃນໄລຍະ 1 ປີ ຜ່ານມາ ໂດຍພາຍໃຕ້ການຊີ້ນຳ- ນຳພາຂອງພັກ, ລັດຖະບານ ກໍຄື ຄະນະກຳມະການ ປກຊ-ປກສ ແຕ່ ລະຂັ້ນ ແລະ ໄດ້ຮັບການຮ່ວມ ມືຈາກອົງ ການຈັດ ຕັ້ງແຕ່ລະຂັ້ນ, ການປະກອບສ່ວນຂອງປະຊາ ຊົນບັນດາເຜົ່າ ເຊິ່ງສາມາດຍາດ ໄດ້ຜົນງານຫຼາຍດ້ານເປັນຕົ້ນ ແມ່ນສາມາດຮັກສາໄດ້ສະຖຽນ ລະພາບຄວາມສະຫງົບທາງ ດ້ານການເມືອງ, ຄວາມເປັນລະ ບຽບຮຽບຮ້ອຍທາງສັງຄົມ, ລະ ບົບການຈັດຕັ້ງນັບແຕ່ຂັ້ນຮາກ ຖານ, ເມືອງ ແລະ ແຂວງ ໄດ້ມີ ການປັບປຸງ, ຊີວິດການເປັນຢູ່ ຂອງພະນັກງານ-ນັກຮົບ ກໍາລັງ ປກຊ-ປກສ ແລະ ປະຊາຊົນບັນ ດາເຜົ່ານັບມື້ດີຂຶ້ນ, ກຳລັງ ປກຊ- ປກສ ໄດ້ມີການເຕີບໃຫຍ່ເຂັ້ມ ແຂງ ແລະ ນັບມື້ທັນສະໄໝຂຶ້ນ ເປັນກ້າວໆ. ພ້ອມກັນນີ້, ຄະນະ ພັກ-ຄະນະບັນຊາ ແຕ່ສູນກາງຮອດທ້ອງຖິ່ນຍັງໄດ້ສຸມໃສ່ຊີ້ນໍາ ຢ່າງໃກ້ຊິດຕໍ່ວຽກງານດັ່ງກ່າວ ຢູ່ 4 ແຂວງ ຢ່າງແຂງແຮງ, ເປັນ ຂະບວນຟົດຟື້ນ, ກວ້າງຂວາງ ແລະ ຕໍ່ເນື່ອງ. ສະຫາຍ ພົນໂທ ວິໄລ ຫຼ້າຄຳ ຟອງ ໄດ້ຕາງໜ້າໃຫ້ການນໍາພັກ- ລັດ, ຄະນະກຳມະການປ້ອງກັນ ຊາດ-ປ້ອງກັນຄວາມສະຫງົບສູນ ກາງສະແດງຄວາມຍ້ອງຍໍຊົມ ເຊີຍຕໍ່ຜົນງານ ແລະ ໄຊຊະນະທີ່ ກໍາລັງ ປກຊ- ປກສ ທຸກຂັ້ນ, ພ້ອມດ້ວຍອໍານາດການປົກຄອງ ທ້ອງຖິ່ນ ແລະ ພໍ່ແມ່ປະຊາຊົນ ບັນດາເຜົ່າຂອງແຂວງສາລະວັນ, ແຂວງເຊກອງ, ແຂວງຈຳປາສັກ, ແຂວງອັດຕະປື ຍາດມາໄດ້ໃນ ຕະຫຼອດໄລຍະຜ່ານມາ. ພ້ອມກັນ ນີ້ ຍັງໄດ້ເນັ້ນໜັກໃຫ້ກໍາລັງ ປກຊ-ປກສ, ອໍານາດການປົກ ຄອງທຸກຂັ້ນຈົ່ງເພີ່ມທະວີຄວາມ ສາມັກຄີໃຫ້ເປັນປຶກແຜ່ນແໜ້ນ ໜາ, ສືບຕໍ່ປະຕິບັດແນວທາງ ປ້ອງກັນຊາດ-ປ້ອງກັນຄວາມສະ ຫງົບທົ່ວປວງຊົນຮອບດ້ານຂອງ ພັກວາງອອກ, ພ້ອມກັນປະຕິບັດ ສອງໜ້າທີ່ຍຸດທະສາດຄື: ປົກປັກ ຮັກສາ ແລະ ພັດທະນາປະເທດ ຊາດໃຫ້ມີຄວາມເຕີບໃຫຍ່ເຂັ້ມ ແຂງ, ສືບຕໍ່ຫັນເອົາກໍາລັງລົງກໍ່ ສ້າງຮາກຖານການເມືອງ, ພັດ ທະນາຊົນນະບົດຮອບດ້ານໃຫ້ ໄດ້ຕາມ 4 ເນື້ອໃນ 4 ຄາດໝາຍ, ເຮັດໃຫ້ 4 ແຂວງພາກໃຕ້ ມີ ຄວາມສະຫງົບ, ມີສະຖຽນລະ ພາບທາງດ້ານການເມືອງ, ສັງ ຄົມມີຄວາມເປັນລະບຽບຮຽບ ຮ້ອຍ, ປະຊາຊົນ ມີຄວາມຜາສຸກ, ສ້າງບາດກ້າວໃນການພັດທະນາ ໃຫ້ບັນລຸຕາມເປົ້າໝາຍ ທີ່ພັກ-ລັດ ແລະ ປະ ຊາຊົນມອບໝາຍໃຫ້. ໂດຍ: ຖາວອນ ສຸວັນນະພິມ



 news to day and hot news

ຂ່າວມື້ນີ້ ແລະ ຂ່າວຍອດນິຍົມ

ຂ່າວມື້ນີ້












ຂ່າວຍອດນິຍົມ













ຫນັງສືພິມກອງທັບປະຊາຊົນລາວ, ສຳນັກງານຕັ້ງຢູ່ກະຊວງປ້ອງກັນປະເທດ, ຖະຫນົນໄກສອນພົມວິຫານ.
ລິຂະສິດ © 2010 www.kongthap.gov.la. ສະຫງວນໄວ້ເຊິງສິດທັງຫມົດ