ກອງທັບປະຊາຊົນລາວ
 
ວັນສຸກ, ວັນທີ 29 ມີນາ 2024

  

ຫົວໜ້າການເມືອງ ທະຫານແຂວງ ໄຊສົມບູນ ລົງອວຍພອນກອງຂຸດຄົ້ນອັດຖິ ແລະ ບໍລິສັດ ໂກເອໂກ
ເວລາອອກຂ່າວ: 2018-12-27 09:26:20 | ຜູ້ຂຽນ : ພິດສະໄໝ ສອນວິໄລ | ຈຳນວນຄົນເຂົ້າຊົມ: 39 | ຄວາມນິຍົມ:



ໃນທ່າມກາງບັນຍາກາດທີ່ ປວງຊົນລາວ-ຫວຽດນາມ ພວມ ອອກແຮງແຂ່ງຂັນສ້າງຂະບວນ ການສະເຫຼີມສະຫຼອງວັນສໍາຄັນ ຕ່າງໆຂອງຊາດ, ຂອງພັກ ແລະ ກອງທັບ ໃນວັນທີ 21 ທັນວາ 2018 ຜ່ານມານີ້ ພັນໂທ ຈັນທີ ວັນລາວົງ ເລຂາຄະນະພັກ ຫົວ ໜ້າການເມືອງ ກອງບັນຊາການ ທະຫານແຂວງໄຊສົມບູນ ໄດ້ ນຳເອົາກະຕ່າຂອງຂວັນລົງ ອວຍພອນວັນສ້າງຕັ້ງກອງທັບ ປະຊາຊົນຫວຽດນາມ (ວັນທີ 22 ທັນວາ 1944 ຫາ ວັນ ທີ 22 ທັນວາ 2018) ຄົບຮອບ 74 ປີ ຢູ່ກອງຂຸດຄົ້ນອັດຖິ ແລະ ບໍລິສັດໂກເອໂກ ທີ່ ບ້ານລ້ອງ ແຈ້ງ, ເມືອງລ້ອງແຈ້ງ, ແຂວງ ໄຊສົມບູນ ທີ່ມາປະຕິບັດໜ້າທີ່ຢູ່ ແຂວງໄຊສົມບູນ. ການລົງອວຍພອນໃນຄັ້ງນີ້ ພັນໂທ ຈັນທີ ວັນລາວົງ ກໍໄດ້ ຕາງຫນ້າໃຫ້ຄະນະນຳກອງບັນ ຊາການທະຫານແຂວງໄຊສົມ ບູນອວຍພອນໃຫ້ພະນັກງານ ໃນກອງຂຸດຄົ້ນອັດຖິ ແລະ ບໍລິ ສັດໂກເອໂກ ຈົ່ງມີສຸຂະພາບເຂັ້ມ ແຂງ ແລະ ເຮັດສຳເລັດໜ້າທີ່ ຂອງຕົນ. ໂດຍ: ມະລິ ສຸພັນທອນ



 news to day and hot news

ຂ່າວມື້ນີ້ ແລະ ຂ່າວຍອດນິຍົມ

ຂ່າວມື້ນີ້












ຂ່າວຍອດນິຍົມ













ຫນັງສືພິມກອງທັບປະຊາຊົນລາວ, ສຳນັກງານຕັ້ງຢູ່ກະຊວງປ້ອງກັນປະເທດ, ຖະຫນົນໄກສອນພົມວິຫານ.
ລິຂະສິດ © 2010 www.kongthap.gov.la. ສະຫງວນໄວ້ເຊິງສິດທັງຫມົດ