ກອງທັບປະຊາຊົນລາວ
 
ວັນພະຫັດ, ວັນທີ 28 ມີນາ 2024

  

ວິທະຍາຄານກົມມະດຳ ເປີດຂະບວນການຂໍ້ແຂ່ງຂັນ ຮັກຊາດ ແລະ ພັດທະນາ
ເວລາອອກຂ່າວ: 2021-04-21 08:36:43 | ຜູ້ຂຽນ : admin2 | ຈຳນວນຄົນເຂົ້າຊົມ: 519 | ຄວາມນິຍົມ:



ຫວ່າງບໍ່ດົນຜ່ານມານີ້, ວິທະ ຍາຄານກົມມະດຳເປີດຂະບວນ ການຂໍ້ແຂ່ງຂັນ ຮັກຊາດ ແລະ ພັດທະນາ ທົ່ວວິທະຍາຄານຂຶ້ນ ທີ່ເດີນຜາມໄຊ ວິທະຍາຄານກົມ ມະດຳ ໂດຍການເປັນປະທານ ຂອງ ສະຫາຍ ພັນເອກ ບົວໄລ ສິລັກສາ ຫົວໜ້າການທະຫານ ວິທະຍາຄານ ກົມມະດຳ, ມີພະນັກ ງານ-ນັກຮົບ, ນັກຮຽນ-ນັກສຶກ ສາທົ່ວວິທະຍາຄານເຂົ້າຮ່ວມ. ສະຫາຍ ພັນໂທ ປອ ສົມໄຫວ ແໜງໄຊຄຸນ ຫົວໜ້າຫ້ອງການ ເມືອງ ວິທະຍາຄານ ໄດ້ຜ່ານ ແຜນການສ້າງຂະບວນການຂໍ້ ແຂ່ງຂັນພາຍໃຕ້ຄຳຂວັນ ຮັກ ຊາດ ແລະ ພັດທະນາ ປະຈຳປີ 2020 ແລະ ທິດທາງແຜນການ ປະຈຳປີ 2021 ຕາມທິດທາງປັບ ປຸງກໍ່ສ້າງກົມກອງໃຫ້ມີຄວາມ ເຂັ້ມແຂງ ແລະ ທັນສະໄໝຕາມ ມະຕິຂອງຄະນະກະຊວງປ້ອງກັນ ປະເທດວາງອອກ ໂດຍປິ່ນອ້ອມ 4 ໜ້າທີ່ໃຫຍ່ 26 ແຜນງານ ເວົ້າ ລວມ, ເວົ້າສະເພາະ ວ່າດ້ວຍ ການເປີດຂະບວນການຂໍ້ແຂ່ງຂັນ ທົ່ວວິທະຍາຄານ ກົມມະດຳ ພາຍ ໃຕ້ຄຳຂວັນ ຮັກຊາດ ແລະ ພັດ ທະນາ ເຊິ່ງວິທະຍາຄານວາງ ອອກມີ 4 ເນື້ອໃນສຸມໃສ່ເຮັດ ວຽກງານກໍ່ສ້າງການເມືອງ, ສ້າງກຸ່ມບ້ານພັດທະນາ, ສ້າງທ່າ ສະໝາມສົງຄາມປະຊາຊົນ 3 ຂັ້ນ, ສ້າງບ້ານປ້ອມໝັ້ນສູ້ຮົບ ແລະ ກຸ່ມບ້ານສູ້ຮົບຕິດລຽນ ທີ່ ເຂັ້ມແຂງໜັກແໜ້ນເອົາໃຈໃສ່ ຍົກສູງແບບແຜນການນຳພາເປັນ ໝູ່ຄະນະແບ່ງບຸກຄົນຮັບຜິດຊອບ ໂດຍມີການຕິດຕາມ, ກວດກາ-ຊຸກຍູ້ຂອງຄະນະພັກ, ການປະຕິບັດ ທິດນຳຫັນເປັນໜຸ່ມໃນຂັ້ນຕ່າງໆ ເພື່ອສືບທອດ-ປ່ຽນແທນ, ການ ປະຕິບັດລະບຽບວິໄນຂອງກອງ ທັບ, ຕິດພັນກັບຂະບວນການ ການສ້າງໜ່ວຍພັກປອດໃສ ເຂັ້ມ ແຂງ ໜັກແໜ້ນ, ຂະບວນການ ສ້າງກອງປອດໃສ ປອດໄພ ປອດ ຄະດີ, ກໍ່ສ້າງກົມກອງວັດທະນະ ທຳ-ນັກຮົບວັດທະນະທຳ, ຂະ ບວນການ 4 ບຸກຂອງຊາວໜຸ່ມ ແລະ ຂະບວນການ 3 ດີ ຂອງ ສະຫະພັນແມ່ຍິງ ແລະ ຂົງເຂດ ວຽກງານອື່ນໆ ທີ່ປິ່ນອ້ອມ ໃນ ນັ້ນບັນດາອົງການກົມກອງໄດ້ ອີງໃສ່ເນື້ອໃນຂໍ້ແຂ່ງຂັນ 4 ຂໍ້ ທີ່ວິທະຍາຄານວາງອອກ, ປັບ ປຸງເນື້ອໃນຂໍ້ແຂ່ງຂັນໃຫ້ຖືກຕ້ອງ ສອດຄ່ອງ, ແທດເໝາະກັບໜ້າ ທີ່ການເມືອງຂອງກົມກອງຕົນ, ພ້ອມທັງຊຸກຍູ້ປະຕິບັດເນື້ອໃນ ຂໍ້ແຂ່ງຂັນຂອງຕົນຕາມພາລະ ບົດບາດ ແລະ ປະຕິບັດຕາມຄຳ ສັ່ງແນະນຳຂອງວິທະຍາຄານ ຢ່າງເຂັ້ມງວດ ເພື່ອຮັບປະກັນ ເຮັດໃຫ້ຂອບເຂດຮັບຜິດຊອບ ຂອງຕົນມີຄວາມສະຫງົບປອດ ໄພ 100%. ໂດຍ: ຂັນທະລີ ທຳມະວົງ



 news to day and hot news

ຂ່າວມື້ນີ້ ແລະ ຂ່າວຍອດນິຍົມ

ຂ່າວມື້ນີ້












ຂ່າວຍອດນິຍົມ













ຫນັງສືພິມກອງທັບປະຊາຊົນລາວ, ສຳນັກງານຕັ້ງຢູ່ກະຊວງປ້ອງກັນປະເທດ, ຖະຫນົນໄກສອນພົມວິຫານ.
ລິຂະສິດ © 2010 www.kongthap.gov.la. ສະຫງວນໄວ້ເຊິງສິດທັງຫມົດ