ກອງທັບປະຊາຊົນລາວ
 
ວັນພະຫັດ, ວັນທີ 28 ມີນາ 2024

  

ສະຫາຍ ຫົວໜ້າກົມໃຫຍ່ເຕັກນິກກອງທັບ ເຮັດວຽກຢູ່ ວຕກ
ເວລາອອກຂ່າວ: 2021-04-22 08:06:35 | ຜູ້ຂຽນ : admin2 | ຈຳນວນຄົນເຂົ້າຊົມ: 79 | ຄວາມນິຍົມ:



ວັນທີ 9 ເມສາ 2021 ນີ້ ສະຫາຍ ພົນຕີ ປະສິດ ທ່ຽງທຳ ກຳມະການ ຄະນະປະຈຳພັກ ກະຊວງ ຫົວໜ້າກົມໃຫຍ່ເຕັກນິກ ກອງທັບ ໄດ້ລົງເຮັດວຽກ ແລະ ຢ້ຽມຢາມສະຖານທີ່ຂອບເຂດ ພາຍໃນຄວາມຮັບຜິດຊອບຂອງ ວິທະຍາຄານເຕັກນິກການທະ ຫານ ຈຸດປະສົງແມ່ນລົງເກັບກຳ ອົງປະກອບໂຄງຮ່າງການຈັດ ຕັ້ງ, ສະພາບການຮຽນການ ສອນ, ສະພາບການເມືອງນຳ ພາ-ແນວຄິດໃນໄລຍະຜ່ານມາ, ປະກົດການຫຍໍ້ທໍ້ພາຍໃນກົມ ກອງ. ໂອກາດດັ່ງກ່າວ, ສະຫາຍ ພັນ ເອກ ສີສະໜອນ ໂນລະສິນ ຫົວ ໜ້າການທະຫານວິທະຍາຄານ ເຕັກນິກກອງທັບ ໄດ້ຂຶ້ນລາຍງານຫຍໍ້ກ່ຽວກັບວຽກງານຮອບດ້ານ ແລະ ພາລະບົດບາດການຊີ້ນຳ ບັນຊາສະພາບການຮຽນ, ການ ສອນ, ປະກົດການຫຍໍ້ທໍ້ທີເກີດຂຶ້ນ ໃນໄລຍະຜ່ານມາ ເຫັນໄດ້ວ່າ ຄະນະອຳນວຍການໄດ້ເອົາໃຈ ໃສ່ແກ້ໄຂຕາມພາລະບົດບາດ ແລະ ປະຕິບັດຕາມກົດບຽບ ຂອງພັກ-ລັດວາງອອກ, ໄດ້ສຸມ ໃສ່ປະຕິບັດແຜນການຮຽນ-ການສອນຕາມແຜນການຂອງ ກົມອົບຮົມ, ກົມໃຫຍ່ເສານາທິ ການກອງທັບວາງອອກ ໄດ້ຂຶ້ນ ຫ້ອງຕາມແຜນການຂອງຫ້ອງ ອົບຮົມ, ສິດສອນຕາມພາລະບົດ ບາດ ໄລຍະຜ່ານມາສາມາດປະ ຕິບັດໄດ້ຕາມແຜນການສະພາບ ການເມືອງ-ນຳພາແນວຄິດພະ ນັກງານ-ນັກຮົບ ທົ່ວ ວຕກ ແມ່ນ ມີແນວຄິດອຸ່ນອຽນທຸ່ນທ່ຽງ ເຊື່ອໝັ້ນຕໍ່ການນຳພາຂອງພັກ-ລັດ ເອົາໃຈໃສ່ປະຕິບັດຂໍ້ກໍານົດ ກົດລະບຽບຂອງກອງທັບວາງ ອອກ ແຕ່ລະສະຫາຍໄດ້ມີຄວາມ ຫ້າວຫັນຕໍ່ໜ້າທີ່ວຽກງານວິຊາ ສະເພາະທີ່ໄດ້ຮັບການມອບໝາຍ ສຳເລັດຕາມແຜນການ.ໃນນີ້ ສະຫາຍ ພົນຕີ ປະສິດ ທ່ຽງທຳ ພ້ອມດ້ວຍ ຄະນະພັກ-ຄະນະອຳ ນວຍການຍັງໄດ້ໄປຢ້ຽມຢາມ ເຮຶອນນອນຂອງນັກຮຽນ, ເຮືອນ ຄົວລວມ, ຂອບເຂດການກໍ່ສ້າງ ຕຶກຫໍພັກນັກຮຽນ, ຮ້ານອາຫານ ວຕກ, ສູນເຝິກຫັດ-ທົດລອງ, ຫ້ອງຮຽນນັກຮຽນຂັບລົດ, ນັກ ຮຽນຍຸດໂທ ແລະ ຂອບເຂດພະລາ ທິການຕື່ມອີກ. ໂດຍ: ຄຳຜີວ ພັນວິໄຊ



 news to day and hot news

ຂ່າວມື້ນີ້ ແລະ ຂ່າວຍອດນິຍົມ

ຂ່າວມື້ນີ້












ຂ່າວຍອດນິຍົມ













ຫນັງສືພິມກອງທັບປະຊາຊົນລາວ, ສຳນັກງານຕັ້ງຢູ່ກະຊວງປ້ອງກັນປະເທດ, ຖະຫນົນໄກສອນພົມວິຫານ.
ລິຂະສິດ © 2010 www.kongthap.gov.la. ສະຫງວນໄວ້ເຊິງສິດທັງຫມົດ